Home ຂ່າວການເມືອງ ຫ້າປີ ຫສປທ ຍາດໄດ້ຜົນສໍາເລັດໃນຂະບວນການແຂ່ງຂັນຮັກຊາດ ພັດທະນາ

ຫ້າປີ ຫສປທ ຍາດໄດ້ຜົນສໍາເລັດໃນຂະບວນການແຂ່ງຂັນຮັກຊາດ ພັດທະນາ

0

ຕະຫຼອດໄລຍະ 5 ປີ(2016-2020) ຄະນະພັກ-ຄະນະນຳ ຫ້ອງວ່າການສໍານັກງານປະທານປະເທດ(ຫສປທ) ໄດ້ຖືເອົາວຽກງານສຶກສາອົບຮົມຖັນແຖວພະນັກງານ-ລັດຖະກອນ ທາງດ້ານການເມືອງ, ແນວຄິດໃຫ້ຮັບຮູ້ຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີສະຕິຊົນຊັ້ນ, ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເປັນເຈົ້າການໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ທ່ານ ເພັດສະໝອນ ພັນທະວົງ ຮອງຫົວໜ້າຫ້ອງວ່າການປະທານປະເທດ ລາຍງານໃນກອງປະຊຸມສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 5 ປີ (2016-2020) ແລະ ທິດທາງແຜນການຮອດປີ 2025 ວ່າ: ຄະນະພັກ, ຄະນະນຳ ຍາມໃດກໍໄດ້ຖືເອົາອົງການຈັດຕັ້ງມະຫາຊົນເປັນກຳລັງແຮງ ຂອງພັກ ແລະ ໄດ້ນຳພາ ອົງການຈັດຕັ້ງມະຫາຊົນ ຢ່າງໃກ້ຊິດ; ເພື່ອຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 5 ເປັນເຈົ້າຂອງກຳມະບານ, ແຂ່ງຂັນ 3 ດີ ຂອງແມ່ຍິງແລະ ແຂ່ງຂັນ4 ບຸກ ຂອງຊາວໜຸ່ມ ຕິດພັນກັບຂະບວນການຮັກຊາດແລະ ພັດທະນາ ຈັດຕັ້ງໃຫ້ມີຂະບວນການເວນຍາມຮັກສາ ຄວາມສະຫງົບ ເພື່ອຮັບໃຊ້ໃນວັນສຳຄັນຕ່າງໆ. ຜ່ານການຈັດຕັ້ງປະຕິບັດດັ່ງກ່າວ ໃນໄລຍະ 5 ປີ ໄດ້ຮັບການຍ້ອງຍໍ ລວມໝູ່ຄື: ຮັບປ້າຍສະຫະພັນກຳມະບານ 5 ເປັນເຈົ້າ, ຮັບທຸງໄຊກຳມະບານ 3 ຜືນ (3 ປີຊ້ອນ), ຮັບປ້າຍຊາວໜຸ່ມຕາມພາລະບົດບາດຂອງຕົນ4 ບຸກ, ຮັບທຸງໄຊນຳໜ້າຂະບວນການຂອງຊາວໜຸ່ມ 1ຜືນ,ປະຕິບັດໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງສະແດງອອກໃນການເຄື່ອນໄຫວວຽກງານຢູ່ພາຍໃນ ແລະ ຕ່າງປະເທດຂອງປະທານປະເທດ, ຮອງປະທານປະເທດ ແລະ ການກະກຽມທາງດ້ານເນື້ອໃນ, ສະຖານທີ່ ແລະ ພິທີການຕ່າງໆ ເພື່ອຕ້ອນຮັບບັນດາແຂກຕ່າງໆ

ນອກຈາກນັ້ນ ຍັງໄດ້ອະນຸຍາດ ໃຫ້ພະນັກງານໄປຍົກລະດັບທາງດ້ານທິດສະດີການເມືອງລະບົບ 5 ເດືອນ, 2 ປີ ຢູ່ພາຍໃນ ແລະ ຕ່າງປະເທດ,ຈັດຕັ້ງການບຳລຸງທິດສະດີ, ຝຶກອົບຮົມວຽກງານເລຂາ-ວຽກງານພິທີການ,ວຽກງານພັກໃຫ້ຄະນະໜ່ວຍພັກ, ເຊື່ອມຕໍ່ປະລິນຍາຕີ-ໂທ ທັງພາຍໃນ ແລະ ຕ່າງປະເທດ, ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳສປຈີນ, ສສຫວຽດນາມແລະວຽກງານອື່ນໆ. ນອກນີ້ຍັງໄດ້ປຸກລະດົມສຶກສາອົບຮົມພະນັກງານ-ລັດຖະກອນ, ສາມອົງການຈັດຕັ້ງມະຫາຊົນໃຫ້ມີຄວາມສາມັກຄີຮັກແພງ ຊ່ວຍເຫຼືອຊຶ່ງກັນແລະກັນ ພ້ອມທັງອົບອຸ່ນຄອບຄົວນໍາອີກ. ຄຽງຄູ່ກັັນ ກໍໄດ້ຊີ້ນໍາ ແລະ ປຸກລະດົມ, ອໍານວຍຄວາມສະດວກໃຫ້ພະນັກງານສ້າງເສດຖະກິດຄອບຄົວດ້ວຍວິທີຕ່າງໆ ເຊັ່ນ:ປູກຝັງ-ລ້ຽງສັດ, ຂາຍເຄື່ອງຍ່ອຍ, ເປີດຮ້ານອາຫານຂາຍເຂົ້າປຽກ, ເປີດໂຮງຮຽນລ້ຽງເດັກອະນຸບານ ແລະ ບໍລິການສະລອຍນໍ້າ ຊຶ່ງໄດ້ເຮັດໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນແລະ ພ້ອມທັງເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສາມາດຮັກສາໄດ້ ແລະ ຮັບປະກັນຄວາມສະຫງົບປອດໄພໄດ້ 100%. ທ່ານ ເພັດສະໝອນ ພັນທະວົງ ລາຍງານຕື່ມວ່າ: ຜ່ານຈາກການປະຕິບັດໜ້າທີ່ດັ່ງກ່າວຈຶ່ງໄດ້ຮັບການຍ້ອງຄື: ຫຼຽນໄຊແຮງງານຊັ້ນIບຸກຄົນ 22ທ່ານ, ກົມກອງ3 ຫ້ອງວ່າການ1, ຫຼຽນໄຊແຮງງານຊັ້ນIIບຸກຄົນ 6ທ່ານ, ກົມກອງ 2, ຫຼຽນໄຊແຮງງານຊັ້ນIII ຈໍານວນ 16ທ່ານ, ຫຼຽນກາແຮງງານ 22ທ່ານ ແລະ ໃບຍ້ອງຍໍລັດຖະບານ 9ທ່ານ.

ທິດທາງວຽກງານຈຸດສຸມ ແມ່ນກໍານົດເນື້ອໃນແຂ່ງຂັນສະເພາະໂດຍຜັນຂະຫຍາຍ 4 ເນື້ອໃນລວມການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບມະຕິ I ຂອງກອງປະຊຸມອົງຄະນະພັກ ແລະ ແຜນພັດທະນາ 5 ປີ (2021-2025) ຫສປທ, ບັນດາກົມຜັນຂະຫຍາຍເນື້ອໃນການແຂ່ງຂັນ-ຍ້ອງຍໍ ລວມຂອງ ຫສປທ ໃນກົມຂອງຕົນເພື່ອຈັບມືແຂ່ງຂັນກັນສ້າງໄດ້ຕົວແບບ ແລະ ບຸກຄົນດີເດັ່ນຕາມຄາດໝາຍທີ່ວາງໄວ້, ບັນດາອົງການຈັດຕັ້ງມະຫາຊົນທີ່ເປັນກໍາລັງແຮງຂອງພັກເຄື່ອນໄຫວຢ່າງຕັ້ງໜ້າໃນການສ້າງແມ່ຍິງ 3 ດີ, ຊາວໜຸ່ມ 4 ບຸກ ແລະ ກໍາມະບານ 5 ເປັນເຈົ້າ, ເພີ່ມທະວີເອົາໃຈໃສ່ວຽກງານປ້ອງກັນຊາດ-ວຽກງານປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ຫ້ອງວ່າການສໍານັກງານປະທານປະເທດ ມີຄວາມສະຫງົບຮອບດ້ານ ມີຄວາມພ້ອມຮັບໃຊ້ການນຳສູງສຸດຂອງປະເທດ ແລະ ຮັບປະກັນຄວາມປອດໄພ 100%.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version