Home ຂ່າວພາຍໃນ ເຈົ້າໜ້າທີ່ ປກສ ເມືອງຍອດອູ ແຂວງຜົ້ງສາລີ ແຫ່ງ ສປປ ລາວ ມອບຜູ້ຖືກຫາຊາວຈີນທີ່ລັກລອບເຂົ້າເມືອງຢ່າງຜິດກົດໝາຍຄືນໃຫ້ແກ່ເຈົ້າໜ້າທີ່ ສປ ຈີນ

ເຈົ້າໜ້າທີ່ ປກສ ເມືອງຍອດອູ ແຂວງຜົ້ງສາລີ ແຫ່ງ ສປປ ລາວ ມອບຜູ້ຖືກຫາຊາວຈີນທີ່ລັກລອບເຂົ້າເມືອງຢ່າງຜິດກົດໝາຍຄືນໃຫ້ແກ່ເຈົ້າໜ້າທີ່ ສປ ຈີນ

0

ໃນຕອນເຊົ້າຂອງວັນທີ 20 ກຸມພາ 2023 ຢູ່ທີດ່ານສາກົນລ່ານຕູຸ່ຍເຂດຫຼັກໝາຍທີ 7 ຊາຍແດນລາວ-ຈີນ ເມືອງ ຍອດອູ ແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບພົນລະເມືອງຊາວຈີນຈຳນວນ 25 ຄົນ, ຍິງ 2 ຄົນ, ທີ່ເດີນທາງເຂົ້າມາ ສປປລາວ ຜິດກົດໝາຍຄືນໃຫ້ເຈົ້າໜ້າທີ ສປຈີນ ນຳກັບຄືນປະເທດເພື່ອນຳໄປສຶກສາອົບຮົມ.

ໃນພິທີທ່ານ ບູນທອນ ສີໄຄຍົງ ຮອງຫົວໜ້າພະແນກສັນຕິບານ ປກສ ເມືອງ ຍອດອູ ໄດ້ໃຫ້ຮູ້ວ່າໃນລະຫວ່າງວັນທີ 18 ກຸມພາ 2023 ນີ້ໄດ້ກວດພົບຄົນຈີນຈຳນວນ 25 ຄົນ, ຍິງ 2 ຄົນທີລັກລອບເຂົ້າເມືອງຜິດກົດໝາຍໂດຍເຂົ້າມາຕາມເສັ້ນທາງນ້ອຍ ດັ່ງນັ້ນ ປກສ ເມືອງຍອດອູຈື່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະລົງຕິດຕາມກວດກາ ແລະ ໄດ້ພົບເຫັນພົນລະເມືອງຈີນຈຳນວນ 25 ຄົນ, ຍິງ 2 ຄົນ, ຈື່ງໄດ້ກັກຕົວໃນຂໍ້ຫາກະທຳຜິດທາງກົດໝາຍວ່າດ້ວຍການຄຸ້ມຄອງພົນລະເມືອງຕ່າງປະເທດຢູ່ ສປປລາວ ສະບັບເລກທີ 59/ສພຊ, ລົງວັນທີ 26 ທັນວາ 2014 ມາດຕາ 52 ຂໍ້ຫ້າມສໍາລັບຄົນຕ່າງປະເທດທີ່ລັກລອບເດີນທາງເຂົ້າອອກເມືອງຜິດກົດໝາຍ ແລະ ເຈົ້າໜ້າທີ ປກສ ເມືອງຍອດອູໄດ້ສືບສວນ, ສອບສວນຢ່າງຈະແຈ້ງຈື່ງຮູ້ວ່າພົນລະເມືອງຊາວຈີນຈຳນວນດັ່ງກ່າວມີຈຸດປະສົງຈະເດີນທາງເຂົ້າມາທ່ຽວແຕ່ບໍ່ມີເອກະສານຢັ້ງຢືນຄົບຖ້ວນ ດັ່ງນັ້ນເຈົ້າໜ້າທີ ປກສ ເມືອງ ຍອດອູ ຈື່ງໄດ້ກັກຕົວໄວ້ກ່ອນ ເນື່ອງຈາກວ່າລັກລອບເຂົ້າເມືອງຜິດກົດໝາຍ ແລະ ໄດ້ນຳມາມອບຄືນໃຫ້ເຈົ້າໜ້າທີ ສປຈີນ ນຳໄປສຶກສາອົບຮົມເພື່ອບໍ່ໃຫ້ມີການກະທຳຜິດຊໍ້າອີກ ການມອບຮັບພົນລະເມືອງຊາວຈີນກັບຄືນສູ່ປະເທດຄັ້ງນີ້ຝ່າຍ ສປປລາວ ນຳໂດຍທ່ານ ພັຕ ບູນທອນ ສີໄຄຍົງ ຮອງຫົວໜ້າພະແນກສັນຕິບານ ປກສ ເມືອງ ຍອດອູ ແລະ ກ່າວຮັບໂດຍທ່ານ ຖິງໄຮຈີຍີວ ຮອງຫົວໜ້າກົມໃຫຍ່ຄຸ້ມຄອງພົນລະເມືອງຊາຍແດນ ສປ ຈີນ. ໃນໂອກດານີ້ ທ່ານ ຖິງໄຮຈີຍີວ ຮອງຫົວໜ້າກົມໃຫຍ່ຄຸ້ມຄອງພົນລະເມືອງຊາຍແດນ ສປ ຈີນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຕໍ່ເຈົ້າໜ້າທີ່ຕໍາຫຼວດ ສປປ ລາວ ທີ່ໄດ້ເອົາໃຈໃສ່ໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ດັ່ງກ່າວນີ້ໄດ້ ເຊີ່ງມັນສະແດງໃຫ້ເຫັນເຖິງການພົວພັນ, ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງສອງຝ່າຍລາວ-ຈີນທາງດ້ານວຽກງານປ້ອງກັນຄວາມສະຫງົບໃຫ້ນັບມື້ມີຄວາມເຕີບໃຫຍ່ເຂັ້ມແຂງຂື້ນໄປເລື້ອຍໆ.

#Medialaos#Phongsaly

ພາບ-ຂ່າວ: ໄລພອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version