Home ຂ່າວໜ້າໜຶ່ງ ຊາວໜຸ່ມ ກະຊວງ ຖວທ ສະຫລຸບການຈັດຕັ້ງປະຕິບັດວຽກງານ ປະຈຳ ປີ 2022

ຊາວໜຸ່ມ ກະຊວງ ຖວທ ສະຫລຸບການຈັດຕັ້ງປະຕິບັດວຽກງານ ປະຈຳ ປີ 2022

0

ຄະນະບໍລິຫານງານຊາວໜຸ່ມ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານຂອງ ຄະນະບໍລິຫານງານຊາວໜຸ່ມ ປະຈຳປີ 2022 ແລະ ວາງ ທິດທາງແຜນການປີ 2023 ໃນວັນທີ 23 ກຸມພາ 2023 ນີ້,ໃຫ້ກຽດເຂົ້າຮ່ວມມີທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ, ມີບັນດາຊາວໜຸ່ມ ອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ບົວໄລ ພານຸວົງ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ຖວທ ລາຍງານ ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ຄະນະບໍລິຫານງານຊາວໜຸ່ມກະຊວງ ຖວທ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳການຈັດຕັ້ງ ຊາວໜຸ່ມຮາກຖານ ທີ່ຂຶ້ນກັບກະຊວງ ຖວທ ເປັນເຈົ້າການເຄື່ອນໄຫວນຳພາ-ຊີ້ນຳສຶກສາອົບຮົມການເມືອງ-ແນວ ຄິດ ໃຫ້ສະມາຊິກຊາວໜຸ່ມ-ເຍົາວະຊົນ ທີ່ຢູ່ໃນຂັ້ນຄຸ້ມຄອງຂອງຕົນຢ່າງເປັນປົກກະຕິ-ຕໍ່ເນື່ອງ, ເປັນເຈົ້າການປະຕິ ບັດຕາມໜ້າທີ່ການເມືອງ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນ ທີ່ໄດ້ຮັບມອບໝາຍຈາກການຈັດຕັ້ງພັກ-ລັດ, ຄະນະ ບໍລິຫານງານຊາວໜຸ່ມກະຊວງ ຖວທ ດ້ວຍຄວາມຮັບຜິດຊອບສູງ, ເຊິ່ງສາມາດຕີລາຄາໄດ້ວ່າ: ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກກະຊວງ ຖວທ ແລະ ຄະນະບໍລິຫານງານຊາວໜຸ່ມທຸກຂັ້ນ ຍັງຮັກສາໄດ້ສະຖຽນ ລະພາບທາງດ້ານການເມືອງ ພາຍໃນການຈັດຕັ້ງຊາວໜຸ່ມຮາກຖານຂັ້ນຄຸ້ມຄອງຂອງຕົນ ຢ່າງໜັກແໜ້ນ ແລະ ເຂັ້ມ ແຂງ, ເຊິ່ງສະແດງອອກໃນຜົນສຳເລັດຂອງໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຄວາມສາມັກຄີເປັນເອກະພາບ ພາຍໃນ ແລະ ຮັກສາໄດ້ຄວາມສະຫງົບປອດໄພເປັນຢ່າງດີ, ສະມາຊິກຊາວໜຸ່ມມີຄວາມຈູບຈ້າວຫ້າວຫັນ ພ້ອມ ກັນປະກອບສ່ວນເຂົ້າໃນທຸກຂະບວນການ ທີ່ການຈັດຕັ້ງພັກ-ລັດ ແລະ ຊາວໜຸ່ມຂັ້ນເທິງວາງອອກໃນແຕ່ລະໄລຍະ ຢ່າງເປັນຂະບວນຟົດຟື້ນ ແລະ ພ້ອມພຽງຮຽງໜ້າ ອອກແຮງແຂ່ງຂັນກັນສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນສອງວັນ ປະຫວັດສາດຂອງສອງຊາດລາວຫວຽດນາມ ແລະ ວັນສຳຄັນຕ່າງໆຂອງຊາດ ແລະ ຂອງພັກ ເຊິ່ງເຫັນໄດ້ຢ່າງ ປະຈັກຕາໃນທຸກຂົງເຂດເຊັ່ນ: ຂົງເຂດຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລ້ວນແຕ່ເຮັດຫລ້ອນໜ້າທີ່ ການເມືອງຂອງພັກ-ລັດ ມອບໝາຍໃຫ້ຢ່າງຈົບງາມ. ພ້ອມນັ້ນ, ທ່ານ ບົວໄລ ພານຸວົງ ຍັງໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາຕື່ມອີກ.

ໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານ ຂອງ ຄະນະບໍລິຫານງານຊາວໜຸ່ມ ໃນໄລຍະຜ່ານມາ, ພ້ອມທັງ ເນັ້ນໃຫ້ຊາວໜຸ່ມຕ້ອງໄດ້ເພີ່ມທະວີຄວາມເອົາໃຈທາງດ້ານການເມືອງແນວຄິດ ໃຫ້ເປັນເອກະພາບຕໍ່ກັບແນວທາງນະໂຍບາຍຂອງ ພັກ-ລັດ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງ ພັກ-ລັດ, ໝາຍວ່າຕ້ອງມີຄວາມສາມັກຄີເປັນເອກະພາບຢ່າງແໜ້ນແຟ້ນ, ເປັນກ້ອນກຳລັງອັນແຂງແກ່ນ, ຕ້ອງຮູ້ຈຳແນກມິດ ແລະ ສັດຕູ, ເອົາໃຈໃສ່ຍົກສູງຄວາມຮູ້ຄວາມສາມາດ, ໝາຍວ່າຢາກໃຫ້ເອົາໃຈໃສ່ຄົ້ນຄວ້າສຶກສາຮ່ຳຮຽນ ຍົກສູງລະດັບຄວາມຮູ້ຄວາມສາມາດຮອບດ້ານ ເປັນຕົ້ນ ດ້ານວິຊາສະເພາະ, ດ້ານພາສາ ແລະ ເຕັກໂນໂລຊີທີ່ທັນສະໄໝ, ພ້ອມທັງ ໃຫ້ເອົາໃຈໃສ່ ກໍ່ສ້າງບຸກຄາລະກອນ ໃຫ້ສອດຄ່ອງກັບໜ້າວຽກຕົວຈິງ, ຍົກລະດັບຄວາມຮູ້ ຄວາມສາມາດ ຂອງ ພະນັກງານ-ລັດຖະກອນ ທາງດ້ານວິຊາສະເພາະ ເພື່ອຮັບໃຊ້ໜ້າທີ່ການເມືອງ ໄປຕາມທິດພະນັກງານສືບທອດປ່ຽນແທນແຕ່ລະໄລຍະ, ຄວາມສາມາດ ວິຊາສະເພາະ ຜູ້ໜຶ່ງຕ້ອງເຮັດໄດ້ຫລາຍວຽກ ຍ້ອນປັດຈຸບັນໂກຕ້າພະນັກງານ-ລັດຖະກອນ ມີຈຳກັດຫລາຍ ເພື່ອກະກຽມບຸກ ຄະລາກອນຜູ້ທີ່ມີມາດຖານເງື່ອນໄຂ ເພື່ອສະມັກເຂົ້າໃນຄະນະບໍລິຫານງານຊາວໜຸ່ມກະຊວງ ຊຸດໃໝ່ ຄືຊຸດທີ IX ໃນປີ 2024; ເພີ່ມທະວີຄວາມເອົາໃຈໃສ່ໃນການໄກ້ສິດຕິດແທດ ນຳພາ-ຊີ້ນຳ, ຊ່ວຍເຫລືອກໍ່ສ້າງກຳລັງຊາວໜຸ່ມ, ໝູນໃຊ້ກຳລັງແຮງຊາວໜຸ່ມເຂົ້າໃນວຽກງານຢ່າງເຕັມສ່ວນ ເພື່ອສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້, ຄວາມສາມາດ ແລະ ການນຳພາຮອບດ້ານໃຫ້ແກ່ຊາວໜຸ່ມ, ຕ້ອງກ້າໃຫ້ໂອກາດ, ກ້າມອບໝາຍວຽກງານທີສຳຄັນໃຫ້ແກ່ຊາວໜຸ່ມໄປຈັດຕັ້ງປະຕິບັດ ແລະ ຕ້ອງໄດ້ຊ່ວຍຕິດຕາມກວດກາແນະນຳຢ່າງໃກ້ສິດ ເພື່ອເປັນການສ້າງຊາວໜຸ່ມໃຫ້ກາຍເປັນຜູ້ສືບທອດທີ່ເຂັ້ມແຂງທີ່ຈະສືບທອດພາລະກິດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມສີວິໄລໃນອາະນາຄົດ, ຄົ້ນຄວ້າລົງ ເລິກສ້າງຂະບວນການກິດຈະກໍາໃຫຍ່ຂອງຊາວໜຸ່ມ ໃຫ້ມີບັນຍາກາດຟົດຟື້ນເໝາະສົມ ບົນພື້ນຖານປະຢັດມັດທະ ຍັດ; ສືບຕໍ່ເປັນເຈົ້າການໃນການຊ່ວຍປຸກລະດົມຂົນຂວາຍການອະນຸລັກ ແລະ ປົກປັກຮັກສາ ພ້ອມທັງໂຄສະນາສົ່ງ ເສີມເອກະລັກຮີດຄອງປະເພນີອັນດີງາມຂອງຊາດໃຫ້ມີຄວາມຍືນຍົງ. ພ້ອມກັນນັ້ນ, ກໍຕີຖອຍສິ່ງຫຍໍ້ທໍ້ທີ່ເກີດຂຶ້ນ ໃນຖັນແຖວຊາວໜຸ່ມພວກເຮົາ ເຊັ່ນ: ຕ້ານການຫລິ້ນກິນຟູມເຟືອຍ, ສິ່ງອະບາຍຍະໝຸກ, ສິ່ງເສບຕິດ, ການພະນັນ ແລະ ປາກົດການຫຍໍ້ທໍ້ຕ່າງໆ ທີ່ກໍາລັງເປັນໄພຄຸກຄາມຊາວໜຸ່ມໃນຍຸກໂລກາພິວັດໃຫ້ຫລຸດໜ້ອຍຖອຍລົງ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version