Home ຂ່າວພາຍໃນ ພິທີມອບ-ຮັບ ໜ້າທີ່ ຫົວໜ້າ ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງສະຫວັນນະເຂດ.

ພິທີມອບ-ຮັບ ໜ້າທີ່ ຫົວໜ້າ ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງສະຫວັນນະເຂດ.

0

ໂດຍປະຕິບັດຕາມ ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 196/ປກສ, ລົງວັນທີ 07ກຸມພາ 2023 ວ່າດ້ວຍການແຕ່ງຕັ້ງ ນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ, ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ຫົວໜ້າກອງພັນເຄື່ອນທີ່ ຜູ້ໃໝ່ຂຶ້ນ ໃນວັນທີ 21 ກຸມພາ 2023ນີ້, ເຊິ່ງເປັນກຽດເຂົ້າຮ່ວມມີ ທ່ານ ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ຄະນະຫ້ອງການເມືອງ ປກສ ແຂວງ, ຄະນະກອງພັນປ້ອງກັນເຄື່ອນທີ່, ຄະນະພະແນກ, ກອງ, ພ້ອມດ້ວຍພະນັກງານ-ນັກຮົບເຂົ້າຮ່ວມ.

ໃນພິທີ ທ່ານ ພັທ ອິນປັນ ຫຼວຍຍະລາດ ຮອງກອງພັນປ້ອງກັນເຄື່ອນທີ່ຜູ້ເກົ່າ, ໄດ້ລາຍງານໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃນໄລຍະຜ່ານມາ ໂດຍຫຍໍ້ ລວມທັງ ສະພາບຈຸດພິເສດ-ທີ່ຕັ້ງ, ໜ້າທີ່ພາລະບົດບາດ,ໂຄງຮ່າງການຈັດຕັ້ງ, ດ້ານຈໍານວນພົນ,ພາຫະນະຮັບໃຊ້, ເຄື່ອງຮັບໃຊ້ລວມຫ້ອງການ ແລະ ອຸປະກອນຕ່າງໆ ນອກນີ້ ກໍ່ໄດ້ເອົາໃຈໃສ່ ດ້ານວຽກງານວິຊາສະເພາະ ໃນຂອງວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ເປັນຕົ້ນ: ແກ້ໄຂກຸ້ມແກ້ງກວນເມືອງ ຂີ່ລົດໄວໃຊ້ສຽງດັງ ດັດແປງສະພາບເຕັກນິກຂອງລົດແລະອື່ນໆ, ໃນໂອກາດດຽວກັນນີ້ ທ່ານພັທ ອິນປັນ ຫຼວຍຍະລາດ ຮອງກອງພັນປ້ອງກັນເຄື່ອນທີ່ຜູ້ເກົ່າ ທີ່ໄດ້ໄປຮັບໜ້າທີ່ໃໝ່ ໄດ້ ມອບວຽກ ໃຫ້ ທ່ານ ພັທ ພູຂົງ ສີປະເສີດ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຜູ້ໃໝ່ ສຶບຕໍ່ຊີ້ນໍາໆພາ ແລະແຕ່ງຕັ້ງ ທ່ານ ພັທ ສົມຈິດ ໄຊຍະລິນ ເປັນຮອງກອງພັນປ້ອງກັນເຄື່ອນທີ່, ທັງນີ້ ກໍ່ເພື່ອເປັນການປັບປຸງກົງຈັກການຈັດຕັ້ງ ຢູ່ກອງພັນປ້ອງກັນເຄື່ອນທີ່, ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສາມາດຕອບສະໝອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ຈາກນັ້ນ ທ່ານ ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນ ຫົວໜ້າ ແລະ ຮອງໃນຄັ້ງນີ້ ເຊິ່ງແມ່ນເປັນກົດເກນໜຶ່ງ, ແຫ່ງການຂະຫຍາຍຕົວຂອງລະບົບກົງຈັກການຈັດຕັ້ງຂອງພັກ – ລັດ ຢ່າງພາວະວິໄສ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່,ໃນການພັດທະນາກໍາລັງປະກອບອາວຸດ, ກໍ່ຄືກໍາລັງປ້ອງກັນຄວາມສະຫງົບໃຫ້ມີຄວາມເຕີບໃຫຍ່, ເຂັ້ມແຂງ ແລະໃຫ້ສຶບຕໍ່ ເຮັດໜ້າທີ່ວຽກງານວິຊາສະເພາະທີ່ຂັ້ນເທິງມອບໝາຍໃຫ້, ສຸມທຸກເຫື່ອແຮງ, ສະຕິປັນຍາ ເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ໄດ້ຮັບຜົນສໍາເລັດ.

#savannakhet#medialaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version