Home ຂ່າວໜ້າໜຶ່ງ ກະຊວງ ຮສສ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ກະຊວງ ຮສສ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

0

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນປະຈໍາປີ 2022 ຂຶ້ນໃນວັນທີ 23 ກຸມພານີ້ທີ່ ກະຊວງ ຮສສ, ໂດຍການເປັນປະທານຂອງທ່ານ ນາງ ໃບຄຳ ຂັດທິຍະ ເລຂາຄະນະພັກ ລັດຖະມົນຕີກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາຄະນະພັກ ແຕ່ລະກົມກອງ ແລະ ສະມາຊິກພັກອ້ອມຂ້າງເຂົ້າຮ່ວມ.

ທ່ານ ຄໍາໄຊ ເຊຍຢິ່ງຢາງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກຳມະການຄະນະພັກກະຊວງໄດ້ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນວ່າ: ຜ່ານມາ ຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ຖືສໍາຄັນ ແລະ ເອົາໃຈໃສ່ ການຊີ້ນໍາ-ນໍາພາບັນດາວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພັກທີ່ຂຶ້ນກັບອົງຄະນະພັກກະຊວງ ຮສສ ຢ່າງຕໍ່ເນື່ອງ ແລະ ມີຈຸດສຸມ, ຖືກຕ້ອງຕາມມາດຖານ ເງື່ອນໄຂ ເພື່ອຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ການຈັດຕັ້ງຮາກຖານພັກ, ເຮັດໃຫ້ພັກມີຄວາມປອດໃສເຂັ້ມແຂງທາງດ້ານການເມືອງ, ດ້ານແນວຄິດການຈັດຕັ້ງ ແລະ ແບບແຜນວິທີນໍາພາທີ່ຖືກຕ້ອງ, ມີຄວາມຮັບຜິດຊອບໜ້າທີ່ການເມືອງ ແລະ ເພື່ອແນໃສ່ປັບປຸງກໍ່ສ້າງລະບົບການເມືອງຢູ່ຂັ້ນຮາກຖານ ໃຫ້ມີຄວາມໜັກແໜ້ນ ສ້າງໃຫ້ໜ່ວຍພັກສາມາດເປັນແກນນໍາຈັດຕັ້ງ, ນໍາພາປະຕິບັດໜ້າທີ່ການເມືອງຢູ່ຂັ້ນຮາກຖານໃຫ້ມີປະສິດທິຜົນ;ໄດ້ຖືເອົາວຽກງານດັ່ງກ່າວ ເປັນໜ້າທີ່ໃຈກາງ ແລະ ຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນຊຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ແລະ ໜ່ວຍງານວິຊາການຊ່ວຍວຽກເພື່ອລົງຊີ້ນໍາ ແລະ ແນະນໍາວິທີສະຫຼຸບ, ວິທີສ້າງແຜນການ, ຫຼັງຈາກນັ້ນກໍໄດ້ມີການລົງຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງບັນດາໜ່ວຍພັກຊຶ່ງປີ 2022 ສາມາດຮັບຮອງແຜນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ທັງໝົດ 15 ໜ່ວຍຜ່ານການຕິດຕາມ, ຄະນະຮັບຜິດຊອບເຫັນດີເປັນເອກະພາບຈັດປະເພດ ແລະ ຮັບຮອງເອົາ 14 ໜ່ວຍພັກເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນເທົ່າກັບ 93,33% ຂອງບັນດາໜ່ວຍພັກທັງໝົດ.

ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ມີຄໍາເຫັນຕໍ່ພິທີດັ່ງກ່າວວ່າ: ເພື່ອຮັບປະກັນເຮັດໃຫ້ວຽກງານສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ, ຕະຫຼອດຮອດອົງການຈັດຕັ້ງຄະນະພັກແຕ່ລະຂັ້ນຕ້ອງສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດ ຢ່າງແຂງແຮງ ແລະ ເປັນຄວາມຮັບຜິດຊອບໂດຍກົງໃນການນໍາພາຂອງຕົນ ເພື່ອເປັນປັດໄຈສໍາຄັນທັງສອດຫ້ອຍໄປທຸກຂົງເຂດການເຄື່ອນໄຫວ ແລະ ທຸກຂອດການນໍາພາເພື່ອຕີຖອຍແນວຄິດຮັກສາເດີມ, ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ມີຄວາມເປັນເອກະພາບຕໍ່ບັນດາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ເພື່ອນໍາພາຈັດຕັ້ງປະຕິບັດ, ໂດຍໃຫ້ຄະນະພັກແຕ່ລະຂັ້ນ ຕ້ອງມີການກໍານົດໃຫ້ມີຫຼາຍເນື້ອໃນ ແລະ ຫຼາຍວິທີເຮັດຢ່າງຈະແຈ້ງ, ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະໜ່ວຍພັກເປັນຕົ້ນ, ຄະນະພັກກະຊວງ ເປັນຜູ້ຮັບຜິດຊອບລວມ ໃນການນໍາເອົາບັນດາແນວທາງ, ມະຕິ ຄໍາສັ່ງຂອງສູນກາງມາຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃນທົ່ວອົງຄະນະພັກ, ບັນດາຄະນະ ໜ່ວຍພັກຂັ້ນຕ່າງໆ ຕ້ອງມີຄວາມຮັບຜິດຊອບໃນການນໍາພະນັກງານ-ສະມາຊິກພັກເຂົ້າຮ່ວມ; ຄະນະພັກແຕ່ລະຂັ້ນຕ້ອງໄດ້ຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນຈິດໃຈແຜນສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ໃຫ້ເລິກເຊິ່ງ, ໃຫ້ເປັນແຜນງານ ແລະ ແຜນການ, ຄາດໝາຍສູ້ຊົນຂອງຄະນະພັກແຕ່ລະຂັ້ນໃຫ້ລະອຽດ, ພ້ອມທັງຊີ້ ນໍາ-ນໍາໆພາຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດເປັນຢ່າງດີ, ປີ 2023 ຄະນະພັກແຕ່ລະຂັ້ນຕ້ອງມີການດໍາເນີນ, ກວດກາ, ຕີລາຄາປະເມີນຜົນເປັນງວດ, 6ເດືອນ, 9 ເດືອນ ແລະ ປະຈໍາປີ, ເພື່ອລາຍງານໃຫ້ຄະນະຮັບຜິດຊອບສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຂອງກະຊວງ ເພື່ອສະເໜີຄະນະພັກກະຊວງ ແລະ ຄະນະຮັບຜິດຊອບກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຂອງກະຊວງຕ້ອງເປັນເຈົ້າການໃນການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນປະຈໍາປີ 2023 ຂອງອົງຄະນະພັກກະຊວງໃຫ້ເປັນປົກກະຕິ ແລະ ເຂັ້ມງວດ.

ຂ່າວ-ພາບ: ບຸນອູ້ມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version