Home ຂ່າວການເມືອງ ສະຫຼຸບວຽກງານກໍ່ສ້າງພັກ -ພະນັກງານ

ສະຫຼຸບວຽກງານກໍ່ສ້າງພັກ -ພະນັກງານ

0

ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຂອງສານປະຊາຊົນ ຂຶ້ນໃນວັນທີ 23 ກຸມພາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ),ພາຍໃຕ້ການເປັນປະທານຂອງທ່ານນາງວຽງທອງສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກປະທານສານປະຊາຊົນສູງສຸດ ແຫ່ງ ສປປລາວຊຶ່ງມີບັນດາຮອງປະທານສານປະຊາຊົນສູງສຸດ,ກຳມະການຄະນະບໍລິຫານງານພັກ ແລະ ສະມາຊິກພັກ-ພະນັກງານ ເຂົ້າຮ່ວມ.

ທ່ານ ຂຸນສຸວັນ ສຸທຳມະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ລາຍງານວ່າ: ສະພາບລວມກຽ່ວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໃນປີ 2022ຜ່ານມາ, ໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສານປະຊາຊົນສູງສຸດ ຄັ້ງທີ IV ກໍຄືແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ IV( 2021-2025) ໃຫ້ປະກົດຜົນເປັນຈິງ ດ້ວຍບາດກ້າວບຸກທະລຸໃໝ່ຢ່າງແຂງແຮງ ຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ ໄດ້ເອົາໃຈໃສ່ຕິດຕາມ, ກວດກາ ການເຄື່ອນໄຫວວຽກງານຂອງບັນດາໜ່ວຍພັກ, ບັນດາສະມາຊິກພັກ ທີ່ຂຶ້ນກັບອົງຄະນະພັກ ສານປະຊາຊົນສູງສຸດ ໂດຍສະເພາະ ແລະ ຮັບຮອງເອົາການປະເມີນການສ້າງແຜນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ຕົກລົງເປັນເອກະພາບຮັບຮອງເອົາແຜນດໍາເນີນງານຂອງຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ ສະໄໝທີ IVປະຈຳປີ 2022ເປັນອັນລະອຽດ ແລະ ຊຸກຍູ້ໃຫ້ແຕ່ລະໜ່ວຍພັກຈັດຕັ້ງຜັນຂະຫຍາຍມາເປັນແຜນດຳເນີນງານຂອງຕົນ; ປັດຈຸບັນ ທົ່ວອົງຄະນະພັກ ສານປະຊາຊົນສູງສຸດ ມີ 14 ໜ່ວຍພັກ ມີສະມາຊິກພັກທັງໝົດ 178 ສະຫາຍຍິງ 59 ສະຫາຍ, ສະມາຊິກພັກສຳຮອງ 23 ສະຫາຍຍິງ9 ສະຫາຍ, ສະມາຊິກພັກ (ອາວຸໂສບຳນານ) 12 ສະຫາຍຍິງ 1 ສະຫາຍ.

ໃນໂອກາດດັ່ງກ່າວ ທ່ານ ນາງ ວຽງທອງ ສີພັນດອນ ໄດ້ໂອ້ລົມ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ງານຂອງສະມາຊິກພັກ-ພະນັກງານ ທຸກຄົນທີ່ໄດ້ພ້ອມກັນເຮັດສຳເລັດຜົນໃນຫຼາຍດ້ານຜ່ານມາ ແລະ ເພື່ອເປັນການຮັບປະກັນໃຫ້ການຈັດຕັ້ງປະຕິບັດບົດບາດນຳພາຂອງພັກຕໍ່ພາລະກິດປະຕິວັດ ພາລະກິດປ່ຽນແປງໃໝ່ຂອງພັກ ຮຽກຮ້ອງມາຍັງບັນດາສະມາຊິກພັກທຸກຄົນຈົ່ງພ້ອມກັນເອົາໃຈໃສ່ຕື່ມບາງຈຸດກ່ຽວກັບທິດທາງລວມສ້າງການຫັນປ່ຽນຢ່າງແຂງແຮງແລະ ເລິກເຊິ່ງໃນວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງໄດ້ວາງຄາດໝາຍສູ້ຊົນຄືໃນຊຸມປີຕໍ່ໜ້າດັ່ງນີ້:

1. ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ມີຄວາມໜັກແໜ້ນ, ເຂັ້ມແຂງ, ຍົກສູງຄຸນທາດການເມືອງ, ມີມານະຈິດປະຕິວັດ, ມີຄວາມສັດຊື່ບໍລິສຸດ, ຮັກສາໄດ້ຈັນຍາບັນ-ຈັນຍາທໍາ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ການປະພຶດ, ການລະເມີດກົດໝາຍ ແລະ ແກ້ໄຂ 7 ແນວຄິດ ພະຍາດອາດຍາສິດ ລຶບລ້າງ 7 ແນວຄິດທີ່ແຕະຕ້ອງເຖິງຄວາມສາມັກຄີພາຍໃນສານປະຊາຊົນ ແລະ 7 ແນວຄິດທີ່ຕ້ອງສົ່ງເສີມຢູ່ໃນສານປະຊາຊົນ.

2. ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງສານປະຊາຊົນແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນທາງດ້ານບຸກຄະລາກອນ ເພື່ອຮອງຮັບໜ້າທີ່ການເມືອງໃນໄລຍະໃໝ່,ປະສານສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ສະພາປະຊາຊົນຂັ້ນແຂວງຄົ້ນຄວ້າ ແລະ ຊອກທຸກເງື່ອນໄຂສ້າງຕັ້ງສານປະຊາຊົນເຂດ ຢູ່ເມືອງທີ່ມີເງື່ອນໄຂຕົວຈິງ.

3. ສ້າງແລະປະຕິບັດແຜນກຳນົດພະນັກງານຢ່າງເປັນລະບົບ ຈັດຕັ້ງປະຕິບັດການສ້າງແລະຈັດຕັ້ງປະຕິບັດແຜນກຳນົດພະນັກງານຢ່າງເປັນລະບົບແມ່ນພາກສ່ວນໜຶ່ງທີ່ມີຄວາມສຳຄັນແຖວໜ້າໃນວຽກງານພະນັກງານຊຶ່ງເປັນຂອດທີ່ຂາດບໍ່ໄດ້ສໍາລັບການບໍາລຸງສ້າງ, ເລືອກເຟັ້ນແລະຈັດວາງພະນັກງານແບບວິທະຍາສາດແລະມີຄວາມເປັນເຈົ້າການ. ຕ້ອງສ້າງ, ຄຸ້ມຄອງແລະແຜນກຳນົດພະນັກງານສືບທອດນຳພາ-ຄຸ້ມຄອງຢ່າງຈະແຈ້ງຈາກຖັນແຖວພະນັກງານໜຸ່ມເພື່ອສ້າງເປັນແຫຼ່ງພະນັກງານສືບທອດ-ປ່ຽນແທນເພດ ແລະ ເຜົ່າ,ຕ້ອງຖືການພິຈາລະນາແບບ “ມີຂຶ້ນ-ມີລົງ,ມີເຂົ້າ-ມີອອກ”ແລະ ມີການເຄື່ອນຍ້າຍບ່ອນປະຈຳການຫັນລົງຮາກຖານຕາມສາຍຕັ້ງເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ກາຍເປັນເລື່ອງປົກກະຕິໃນ ການຈັດວາງ,ສັບຊ້ອນພະນັກງານ.

4. ສືບຕໍ່ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ບັນດາມາດຕະການທາງວິໄນ ຕໍ່ພະນັກງານຢ່າງເຂັ້ມງວດ. ການຄຸ້ມຄອງພະນັກງານ ຕ້ອງໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ ນັບແຕ່ການເກັບກຳສະຖິຕິ, ປະຫວັດການເຄື່ອນໄຫວ ແລະ ການປ່ຽນແປງຂອງສະພາບສະມາຊິກພັກ-ພະນັກງານ. ຈາກນັ້ນ ເປັນເຈົ້າການ ສ້າງ, ປັບປຸງລະບອບ, ລະບຽບການ ທີ່ເປັນລະບົບຮັດກຸມ ເພື່ອສ້າງສະພາບແວດລ້ອມອັນດີໃຫ້ພະນັກງານ ປັບປຸງຕົນເອງ ແລະ ເສີມຂະຫຍາຍການປະດິດສ້າງ, ຮັບປະກັນປົກປ້ອງພະນັກງານທີ່ກ້າຄິດ, ກ້າເຮັດ, ກ້າບຸກທະລຸ ເພື່ອຜົນປະໂຫຍດລວມ. ສໍາລັບພະນັກງານທີ່ເສຍທາດຂາດຄຸນ ແລະ ລະເມີດລະບຽບວິໄນ ຂອງພັກ ແລະ ກົດໝາຍຂອງລັດ ຫຼື ກ່ຽວຂ້ອງກັບປະກົດການຫຍໍ້ທໍ້ຕ່າງໆ ຕ້ອງດຳເນີນມາດຕະການທາງວິໄນ ຫຼື ມາດຕະການທາງກົດໝາຍ ຢ່າງເຂັ້ມງວດ.

(ຂ່າວ-ພາບ: ອານຸພົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version