Home ຂ່າວພາຍໃນ ຄຕພ ປາຖະກະຖາວັນສຳຄັນແລະ ປະກາດໜ່ວຍພັກ,ປອດໃສ,ເຂັ້ມແຂງ,ໜັກແໜ້ນ ປີ 2022

ຄຕພ ປາຖະກະຖາວັນສຳຄັນແລະ ປະກາດໜ່ວຍພັກ,ປອດໃສ,ເຂັ້ມແຂງ,ໜັກແໜ້ນ ປີ 2022

0

ໃນວັນທີ 23 ກຸມພາ ນີ້, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດການເຜີຍແຜ່ເອກະສານວັນສ້າງຕັ້ງພັກກອມມູນິດຫວຽດນາມຄົບຮອບ 93 ປີ(3/2/1930-3/2/2023),ວັນສ້າງຕັ້ງກຳມະບານລາວຄົບຮອບ 67 ປີ (1/2/1956-3/2/2023) ແລະປະກາດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2022ຊຶ່ງໃຫ້ກຽດເປັນປະທານໂດຍສະຫາຍທອງສະຫວັນພົມວິຫານກຳມະການສູນກາງພັກເລຂາຄະນະພັກຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາຄະນະພັກ, ຄະນະກົມ, ພະແນກແລະພະນັກງານທົ່ວຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມ.

ການປາຖະກະຖາຄັ້ງນີ້ປະທານກອງປະຊຸມ ໄດ້ຍົກໃຫ້ເຫັນຕົ້ນກຳເນີດແລະປະຫວັດຄວາມເປັນມາຂອງພັກ ກອມມູນິດຫວຽດນາມ ນັບຕັ້ງແຕ່ທ້າຍສັດຕະວັດທີ XIX ຫາຕົ້ນສັດຕະວັດທີ XX ທີ່ພວກລ່າເມືອງຂຶ້ນຝຣັ່ງ ໄດ້ຢຶດຄອງຫວຽດນາມເປັນຫົວເມືອງຂຶ້ນ, ແຕ່ດ້ວຍນ້ໍາໃຈຮັກຊາດ ແລະ ຄຽດແຄ້ນຕໍ່ພວກລ່າເມືອງຂຶ້ນຜູ້ຮຸກຮານປະຊາຊົນຫວຽດນາມໄດ້ຈັບອາວຸດລຸກຂຶ້ນຕໍ່ສູ້ບໍ່ຍອມຈຳນົນ ຈົນຮອດ ປີ 1911 ປະທານ ໂຮ່ຈິມິນ (ເວລານັ້ນ ຊື່ ຫງວຽນອາຍກວັກ ) ໄດ້ຊອກຫາເສັ້ນທາງປົດປ່ອຍຊາດມາຮອດປີ 1929 ຫງວຽນອາຍກວັກ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນ ແລະ ຕໍ່ມາໂດຍໄດ້ຮັບການມອບໝາຍຈາກສາກົນກອມມູນິດ ໃຫ້ຈັດຕັ້ງພັກກອມມູນິດຫວຽດນາມຂຶ້ນໃນວັນທີ 3/2/1930. ນອກຈາກນີ້ ສະຫາຍປະທານກອງປະຊຸມ ຍັງຍົກໃຫ້ເຫັນຜົນງານການນໍາພາຂອງພັກກອມມູນິດຫວຽດນາມ ໃນແຕ່ລະໄລຍະ ແລະ ການພົວພັນຮ່ວມມື-ຄວາມສາມັກຄີພິເສດ-ການຮ່ວມມືຮອບດ້ານ ກັບ ພັກປະຊາຊົນ ປະຕິວັດລາວ ຊຶ່ງເປັນຕົ້ນກຳເນີດຮ່ວມກັນຈາກ ພັກກອມມູນິດອິນດູຈີນ.

ຫຼັງຈາກນັ້ນ, ສະຫາຍ ວາລະໄຊ ເລັ່ງສະຫວັດຮອງຫົວໜ້າ ຄຕພ ກໍໄດ້ສືບຕໍ່ເຜີຍແຜ່ເອກະສານວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 67 ປີ (1 ກຸມພາ 1956-1 ກຸມພາ 2023)ຊຶ່ງໄດ້ຍົກໃຫ້ເຫັນຕົ້ນກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ, ຜົນງານທີ່ພົ້ນເດັ່ນແລະ ທິດທາງໃນການພັດທະນາວຽກງານກຳມະບານລາວໃນຕໍ່ໜ້າ.

ໃນວັນດຽວກັນ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີປະກາດໜ່ວຍພັກຫ້ອງການຄະນະພົວພັນຕ່າງປະເທດສູນກາງພັກ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022ຊຶ່ງເປັນຄັ້ງທີ 6. ໃນຕອນທ້າຍ ສະຫາຍ ທອງສະຫວັນ ພົມວິຫານ ກໍໄດ້ໃຫ້ຄຳໂອ້ລົມ ແລະ ຊີ້ນຳໃຫ້ບັນດາໜ່ວຍພັກຈົ່ງເອົາໃຈໃສ່ໃນການປົກປັກຮັກສານາມມະຍົດດັ່ງກ່າວ ແລະ ເປັນເຈົ້າການສືບຕໍ່ກໍ່ສ້າງໜ່ວຍພັກຕົນໃຫ້ກາຍເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີຈຳນວນເພີ່ມຂຶ້ນໄປເລື້ອຍໆ.

ຂ່າວ: ຄຕພ ພາບ: ແສງຈັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version