ໃນວັນທີ 22 ສິງຫາ 2025 ຜ່ານມາ, ພະແນກຖະແຫລ່ງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວນະຄອນ ຫລວງວຽງຈັນ (ນວ) ຈັດການສະແດງ “ສຽງປະສານແຫ່ງຍຸກສະໄໝ” ແລະ ວາງສະແດງຮູບພາບ ເພື່ອສະເຫລີມສະຫລອງວັນຢຶດອຳນາດ 23 ສິງຫາ ຄົບຮອບ 50 ປີ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫລວງວຽງຈັນ, ມີການນໍາພັກ-ລັດ, ມີທູຕານຸທູດ, ແຂກຖືກເຊີນ ແລະ ມວນຊົນນະຄອນຫລວງ ເຂົ້າຮ່ວມຢ່າງຫລວງຫລາຍ.

ໂອກາດນີ້, ທ່ານ ນາງ ວຽງພອນ ແກ້ວຄຸນສີ ຫົວໜ້າພະແນກຖະແຫລ່ງຂ່າວ, ວັດທະນະທຳແລະ ທ່ອງທ່ຽວນະຄອນຫລວງວຽງຈັນ ໄດ້ກ່າວວ່າ: ການສະແດງສິລະປະວັດທະນະທໍາ “ສຽງປະສານແຫ່ງຍຸກສະໄໝ ແລະ ວາງສະແດງຮູບພາບ 23 ສິງຫາ ວັນຍຶດອໍານາດຄົບຮອບ 50 ປີ” ຄັ້ງນີ້ ແມ່ນເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຄື: ສະເຫລີມສະຫລອງມູນເຊື້ອການນໍາພາຂອງພັກ ປປ ລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາຄົບຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ; ວັນຢຶດອໍານາດ 23 ສິງຫາ ຄົບຮອບ 50 ປີ ແລະ ກອງປະຊຸມໃຫຍ່ອົງຄະນະພັກ ນະຄອນຫລວງວຽງຈັນ ຄັ້ງທີ VIII ດ້ວຍເນື້ອໃນອຸດົມສົມບູນ, ມີບັນຍາກາດຄຶກຄື້ນ, ເຕັມໄປດ້ວຍຈິດໃຈສາມັກຄີຟົດຟື້ນປະຕິວັດ ພາຍໃຕ້ຮົ່ມທຸງໄຊຂອງພັກ, ທັງເປັນການສົ່ງເສີມວັດທະນະທຳ ແລະ ສິລະປະດົນຕີ ໃຫ້ໄດ້ຮັບການປົກປັກຮັກສາ, ພັດທະ ນາ ແລະ ສືບທອດຈາກຮຸ່ນສູ່ຮຸ່ນ ໃນເວທີ ການສະແດງທີ່ມີຄຸນຄ່າ, ເອກອ້າງພາກພູມໃຈກ້າວສູ່ພາກພື້ນ ແລະ ສາກົນ; ສືບທອດ, ສົ່ງເສີມ, ກໍ່ສ້າງຊັບພະຍາກອນມະນຸດ-ນັກສິລະປິນ-ນັກປະດິດແຕ່ງດົນຕີ-ວິຈິດສິນໜຸ່ມ ທີ່ມີຄວາມຮູ້ຄວາມ ສາມາດໃຫ້ຍືນຍົງ ທັງຍົກສູງຄຸນຄ່າສິລະປິນລາວ ໂດຍສະເພາະທາງດ້ານດົນຕີ ປະສານສຽງ ຜ່ານບັນດາບົດເພງມູນເຊື້ອການປະຕິວັດ, ບົດເພງມໍລະດົກວຽງຈັນ ອັນມີຊີວິດຊີວາທີ່ສຸດ ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ.
ການສະແດງສິລະປະ-ວັດທະນະທຳ ປະສົມປະສານກັບດົນຕີການຂັບຮ້ອງປະສານສຽງຄັ້ງນີ້ ມີທັງໝົດ 11 ບົດເພງ, ພິເສດບົດເພງ “ສັນລະເສີນພັກ” ປະພັນໂດຍ ທ່ານ ສີຊະນະ ສີສານ; ໄດ້ສໍາເລັດການຖ່າຍທໍາວິດີໂອ ແລະ ນໍາສະເໜີວິດີໂອດັ່ງກ່າວ ເປັນທາງການໃນວັນທີ 15 ມີນາ 2025 ພ້ອມທັງອອກສູ່ສັງຄົມ ຜ່ານສື່ມວນຊົນໃນຮູບແບບຕ່າງໆ ເປັນຕົ້ນ Onair, Online, Onground ເຊິ່ງສ່ອງແສງໃຫ້ເຫັນໝາກຜົນແຫ່ງໄຊຊະນະ ພາຍໃຕ້ຮົ່ມທຸງພັກແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ງານວາງສະແດງຮູບພາບປະຫວັດສາດ ວັນຢຶດອໍານາດ 23 ສິງຫາ ຄົບຮອບ 50 ປີ ເຊິ່ງຈະໄດ້ມີການວາງສະແດງຢູ່ສວນປະຕູໄຊ ໃນວັນທີ 23-25 ສິງຫາ 2025. ດັ່ງນັ້ນ, ຂໍເຊີນຊວນມວນຊົນທັງພາຍ ແລະ ຕ່າງປະເທດໄປທ່ຽວຊົມໄດ້ໃນວັນເວລາດັ່ງກ່າວໄດ້ທີ່ປະຕູໄຊ.