Home ຂ່າວການເມືອງ ວປກ ອວຍພອນເອກອັກຄະລັດຖະທູດແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ

ວປກ ອວຍພອນເອກອັກຄະລັດຖະທູດແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ

0

ວັນທີ 22 ກຸມພາ 2023, ສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ, ຫົວໜ້າກົມອົບຮົບ – ກໍ່ສ້າງ ວປກ, ພ້ອມຄະນະ, ໄດ້ນໍາເອົາກະຕ່າດອກໄມ້ ເຂົ້າອວຍພອນ ເອກອັກຄະລັດຖະທູດແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ເນື່ອງໃນໂອກາດວັນປ້ອງກັນປີຕຸພູມຣັດເຊຍ.ໄດ້ໝູນວຽນມາອີກວາລະໜຶ່ງ ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ອານເດຣ ລີຄາເຊັບ ທີ່ປືກສາທູດປ້ອງກັນຊາດແຫ່ງ ສ ຣັດເຊຍ ປະຈໍາລາວ ພ້ອມຄະນະ.

ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ໄດ້ກ່າວອວຍພອນໄຊອັນປະເສີດ ໄປຍັງລັດຖະບານ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ກໍ່ຄື ເອກອັກຄະລັດຖະທູດແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ພ້ອມຄະນະ ຈົ່ງມີສຸຂະພາບແຂງແຮງ ປະສົບຜົບສໍາເລັດໃນໜ້າທີ່ວຽກງານອັນມີກຽດ ສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

ໂອກາດນີ້ ສະຫາຍ ພັນເອກ ອານເດຣ ລີຄາເຊັບ ທີ່ປືກສາທູດປ້ອງກັນຊາດ ແຫ່ງ ສ ຣັດເຊຍປະຈໍາສປປລາວ.ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງວິທະຍາຄານປ້ອງກັນຊາດໄກສອນພົມວິຫານທີ່ເຫັນຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວທັງເປັນການປະກອບສ່ວນເສີມຂະຫຍາຍຄວາມມັກຄີຮັກແພງ, ການພົວພັນຮ່ວມມືໃຫ້ເຂົ້າສູ່ລວງເລິກ ເວົ້າລວມ, ເວົ້າສະເພາະ ສອງກໍາລັງປະກອບອາວຸດ ຣັດເຊຍ – ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂື້ນ. ສະຫາຍ ຍົກໃຫ້ເຫັນວັນປ້ອງກັນປີຕຸພູມເປັນ ວັນປະຫວັດສາດໜຶ່ງ ແຫ່ງ ສ ຣັດເຊຍ,ເຊິ່ງເປັນວັນຕົ້ນກໍາເນີດຂອງກອງທັບແດງແຫ່ງສະຫະພາບໂຊວຽດ,ເປັນສັນຍາລັກແຫ່ງຄວາມນັບຖື,ຄວາມພູມໃຈຕໍ່ກັບປະຫວັດສາດແຫ່ງການສ້າງວິລະກໍາອັນຍິ່ງໃຫຍ່ ຂອງຊາວຣັດເຊຍ, ກອງທັບແດງ ໃຫ້ເຫັນເຖິງຄວາມຜູກພັນອັນແໜ້ນແຟ້ນລະຫວ່າງຄົນຮຸ່ນເກົ່າ ແລະ ຮຸ່ນໃໝ່.

ຂ່າວ-ພາບ: ເຂັງພອນ ແກ້ວຄໍາລຽງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version