Home ສຶກສາ ແຜນງານບີຄວາ ເປີດຫ້ອງການພາກພື້ນແຫ່ງທີ 3 ທີ່ວິທະຍາໄລຄູຄັງໄຂ

ແຜນງານບີຄວາ ເປີດຫ້ອງການພາກພື້ນແຫ່ງທີ 3 ທີ່ວິທະຍາໄລຄູຄັງໄຂ

0

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ແລະ ລັດຖະບານອົດສະຕຣາລີ ເປີດນຳໃຊ້ຫ້ອງການພາກພື້ນແຫ່ງທີ 3 ຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໃນວັນທີ 22 ກຸມພາ 2023 ທີ່ວິທະຍາໄລຄູຄັງໄຂ ເມືອງແປກ ແຂວງຊຽງຂວາງ, ໂດຍມີ ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ເຣເບກກ້າ ແມັກຮິວ ຫົວໜ້າແຜນງານບີຄວາ ແລະ ທ່ານ ນາງ ທຽນ ພູພອນທອງ ຮອງຜູ້ອຳນວຍການວິທະຍາໄລຄູຄັງໄຂ ພ້ອມດ້ວຍຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ, ຫຼວງພະບາງ ແລະ ຫົວພັນ ຕະຫຼອດຮອດພະນັກງານຂອງແຜນງານບີຄວາຈາກສູນກາງ ແລະ ຂັ້ນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ນາງ ທຽນ ພູພອນທອງ ໄດ້ຕາງໜ້າຄະນະພັກ, ຄະນະນຳວິທະຍາໄລຄູຄັງໄຂ ກ່າວຕ້ອນຮັບບັນດາແຂກທີ່ມາຈາກສູນກາງ ແລະ ຂັ້ນແຂວງ ຢ່າງອົບອຸ່ນ ພ້ອມສະແດງຄວາມດີໃຈ ແລະ ປຶ້ມປິຕິຍິນດີທີ່ທາງແຜນງານບີຄວາເລືອກເອົາວິທະຍາໄລຂອງພວກເຮົາ ເປັນສະຖານທີ່ສ້າງເປັນຫ້ອງການແຫ່ງທີ 3 ປະຈຳແຂວງຊຽງຂວາງ ຊຶ່ງຈະມີບົດບາດສຳຄັນໃນການຈັດຕັ້ງປະຕິບັດລະບົບໃໝ່ຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນໃນວິທະຍາໄລຄູຄັງໄຂ ກໍຄືແຂວງຊຽງຂວາງ ໃຫ້ມີຄວາມກ້າວໜ້າ ແລະ ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ໂອກາດນີ້, ທ່ານ ນາງ ເຣເບກກ້າ ແມັກຮິວ ໄດ້ກ່າວວ່າ: ການຝຶກອົບຮົມຄູທີ່ມີຄຸນນະພາບ ແລະ ການພັດທະນາວິຊາຊີບຄູ ແມ່ນມີຄວາມສຳຄັນຕໍ່ການສະໜັບສະໜູນຄູໃຫ້ນຳໃຊ້ວິທີການຮຽນດ້ວຍການປະຕິບັດຕົວຈິງໃນຫ້ອງຮຽນ ແລະ ຮັບປະກັນຜົນສຳເລັດຂອງຫຼັກສູດໃໝ່. ສະນັ້ນ, ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄລຍະ 2 ແມ່ນກຳລັງຫັນໄປສູ່ການຊ່ວຍເຫຼືອໃນການພັດທະນາວິຊາຊີບຄູໃຫ້ຫຼາຍຂຶ້ນ, ການສອນທີ່ມີຄຸນນະພາບເປັນສ່ວນໜຶ່ງທີ່ສຳຄັນໃນການປັບປຸງຜົນການຮຽນຂອງເດັກທຸກຄົນໃນ ສປປ ລາວ. ດັ່ງນັ້ນ, ດ້ວຍການຮ່ວມມື ລະຫວ່າງ ກົມສ້າງຄູ ກະຊວງ ສສກ ແລະ ບັນດາວິທະຍາໄລຄູເປົ້າໝາຍຂອງແຜນງານ ພວກເຮົາຈະສ້າງ ແລະ ຊຸກຍູ້ໃຫ້ຄູ-ອາຈານມີສ່ວນຮ່ວມໃນກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຕະຫຼອດສົກຮຽນ ເພື່ອພັດທະນາຄວາມໝັ້ນໃຈ ແລະ ທັກສະການສອນຫຼັກສູດຂອງຄູໃຫ້ມີປະສິດທິພາບ.

ທັງນີ້, ກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃໝ່ ໄດ້ເລີ່ມຕົ້ນແລ້ວໃນອາທິດທີ່ຜ່ານມາ ຊຶ່ງກອງປະຊຸມສ້າງຂີດຄວາມສາມາດກ່ຽວກັບວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຊຸດທີ 1 ໄດ້ຈັດຂຶ້ນຢູ່ທີ່ 3 ວິທະຍາໄລຄູເປົ້າໝາຍ ຄື: ວິທະຍາໄລຄູສະຫວັນນະເຂດ, ວິທະຍາໄລຄູຫຼວງນ້ຳທາ ແລະ ວິທະຍາໄລຄູຄັງໄຂ ເພື່ອຝຶກອົບຮົມຄູສອນກ່ຽວກັບວິທີການສະໜັບສະໜູນ ທີມຊ່ວຍເຫຼືອການສອນພາຍໃນ ຊຶ່ງໃນອະນາຄົດຈະມີປະຈຳຢູ່ໃນໂຮງຮຽນ ໂດຍຄູສອນຂອງວິທະຍາໄລຄູ ຈະຮັບຜິດຊອບໃນການຝຶກອົບຮົມ ແລະ ສະໜັບສະໜູນທີມງານຊ່ວຍເຫຼືອການສອນພາຍໃນເຂດບໍລິການຂອງຕົນ ແລະ ທີມງານຊ່ວຍເຫຼືອການສອນພາຍໃນນີ້ ຈະຮັບຜິດຊອບໃນການອໍານວຍຄວາມສະດວກໃນແກ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນບັນດາໂຮງຮຽນຂອງຂົງເຂດຕົນເອງຮັບຜິດຊອບ ແລະ ເຂດໃກ້ຄຽງ.

ໂອກາດດຽວກັນ, ທ່ານ ເກດ ພັນລັກ ໄດ້ກ່າວມີຄຳເຫັນບາງຕອນວ່າ: ຫຼັກສູດຂັ້ນປະຖົມສຶກສາສະບັບປັບປຸງໃໝ່ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ນຳສະເໜີຫຼັກສູດການຮຽນການສອນແບບໃໝ່ ທີ່ຖືເອົານັກຮຽນເປັນໃຈກາງ ຊຶ່ງເປັນພື້ນຖານອັນສຳຄັນຕໍ່ຜົນສຳເລັດຂອງການສຶກສາທີ່ມີຄຸນນະພາບໃນ ສປປ ລາວ ແລະ ບາດກ້າວຕໍ່ໄປທີ່ສຳຄັນຂອງການປັບປຸງນີ້ ແມ່ນການສ້າງຄູໃຫ້ມີຄຸນນະພາບ ແລະ ເຂົ້າເຖິງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອຮັບປະກັນໃຫ້ຄູສາມາດຈັດຕັ້ງປະຕິບັດຫຼັກສູດໃຫ້ປະສົບຜົນສຳເລັດ ແລະ ນຳມາໃຊ້ຕົວຈິງໃນຫ້ອງຮຽນ. ຊຶ່ງການສ້າງຕັ້ງຫ້ອງການພາກພື້ນຂອງແຜນງານບີຄວາ ໃນ 3 ວິທະຍາໄລຄູເປົ້າໝາຍຈະຊ່ວຍໃຫ້ການຮ່ວມມືລະຫວ່າງ ກົມສ້າງຄູ ແລະ ແຜນງານບີຄວາ ມີປະສິດທິພາບ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ ບັນດາວິທະຍາໄລຄູດັ່ງກ່າວ ເພື່ອປະຕິບັດການພັດທະນາວິຊາຊີບຄູແບບຕໍ່ເນື່ອງທີ່ມີຄຸນນະພາບໃນເຂດບໍລິການຂອງຕົນ.

“ແນວໃດກໍດີ, ດ້ວຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ພວກເຮົາກຳລັງສ້າງລະບົບ ໃໝ່ ເພື່ອໃຫ້ຄູສອນທັງໝົດໄດ້ຮັບການສະໜັບສະໜູນຢ່າງຕໍ່ເນື່ອງຈາກຜູ້ອຳນວຍການ ແລະ ພະນັກງານການສຶກສາຂັ້ນເມືອງ, ແຂວງ ແລະ ຄູຈາກວິທະຍາໄລ ຕະຫຼອດສົກຮຽນ ໃນຂະນະທີ່ພວກເຂົາກຳລັງສອນດ້ວຍຫຼັກສູດໃໝ່ ແລະ ອາດພົບກັບສິ່ງທ້າທາຍໃນການສອນ. ຂ້າພະເຈົ້າຫວັງວ່າ ຈະໄດ້ເຫັນບາດກ້າວຕໍ່ໄປຂອງຄວາມສຳເລັດຈາກການຮ່ວມມືອັນຍາວນານກັບລັດຖະບານອົດສະຕາລີ ຜ່ານການເປີດຫ້ອງການພາກພື້ນຂອງແຜນງານບີຄວາທັງ 3 ແຫ່ງນີ້”. ທ່ານ ເກດ ພັນລັກ ກ່າວ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version