Home ຂ່າວໜ້າໜຶ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຜູ້ແທນອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຜູ້ແທນອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ

0

ໃນຕອນບ່າຍຂອງວັນທີ 22 ກຸມພາ 2023 ນີ້, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ນາງ Sarah Lou Ysmael ARRIOLA ຜູ້ອໍານວຍ ການພາກພື້ນອາຊີປາຊີຟິກ ຂອງອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ພ້ອມດ້ວຍຄະນະ ປຶກ ສາຫາລືກ່ຽວກັບການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ IOM ໄລຍະຜ່ານມາ ແລະ ໃນຕໍ່ໜ້າ.

ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ Sarah Lou Ysmael ARRIOLA ຢ່າງອົບອຸ່ນ ໃນໂອກາດທີ່ທ່ານໄດ້ມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ເປັນຄັ້ງທໍາອິດ ຫລັງຈາກໄດ້ເຂົ້າຮັບຕໍາແໜ່ງໃນເດືອນຕຸລາ 2022 ທີ່ຜ່ານມາ. ພ້ອມນີ້, ທ່ານຮອງລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈຕໍ່ອົງການ IOM ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍ ສະເພາະໃນໄລຍະການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ໄລຍະການຟື້ນຟູດ້ານເສດຖະກິດຫລັງການ ແພ່ລະບາດຂອງເຊື້ອພະຍາດດັ່ງກ່າວ ແລະ ທ່ານຮອງລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມໃນຄັ້ງນີ້ ເຊິ່ງເປັນການສືບຕໍ່ຮັດແໜ້ນສາຍພົວພັນການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ IOM ໃຫ້ດີຍິ່ງຂຶ້ນ ກວ່າເກົ່າ.

ໃນໂອກາດນີ້ ທ່ານ ນາງ Sarah Lou Ysmael ARRIOLA ໄດ້ສະແດງຄວາມຊົມເຊີຍ ແລະ ຂອບ ໃຈລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ເຮັດວຽກຮ່ວມກັບອົງການ IOM ຕະຫລອດໄລຍະຜ່ານມາ ແລະ ໄດ້ສຳເລັດການສ້າງແຜນຍຸດທະສາດການຮ່ວມມືຮ່ວມກັນ. ພ້ອມນີ້, ໃນປີ 2024 ໃນໂອກາດທີ່ ສປປ ລາວ ຈະເປັນປະທານອາຊຽນ ທ່ານໄດ້ກ່າວຢໍ້າວ່າອົງການ IOM ຈະສືບຕໍ່ຮ່ວມມື ແລະ ໃຫ້ການຊ່ວຍເຫລືອ ສປປ ລາວ ໃນວຽກງານການເຄື່ອນຍ້າຍຖິ່ນຖານ ໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ຂອງ ສປປ ລາວ ໃນ ວຽກງານທີ່ກ່ຽວຂ້ອງກັບການເຄື່ອນຍ້າຍຖິ່ນຖານ, ການຕ້ານການລັກລອບເຂົ້າເມືອງຜິດກົດໝາຍ ແລະ ການຕ້ານ ການຄ້າມະນຸດ.

ໃນຕອນທ້າຍ, ທ່ານຮອງລັດຖະມົນຕີ ກໍໄດ້ອວຍພອນໃຫ້ ທ່ານ ນາງ Sarah Lou Ysmael ARRIOLA ແລະ ຄະນະ ປະສົບຜົນສໍາເລັດໃນການມາຢ້ຽມຢາມໃນຄັ້ງນີ້ ແລະ ຫວັງວ່າອົງການ IOM ຈະສືບ ຕໍ່ຊ່ວຍເຫລືອທາງດ້ານເຕັກນິກ-ວິຊາການ ກໍຄື ວຽກງານຕ່າງໆທີ່ກ່ຽວຂ້ອງໃຫ້ແກ່ ສປປ ລາວ ໃນຕໍ່ໜ້າ.

ອົງການ IOM ແມ່ນອົງການເຄືອຂ່າຍ ສປຊ ມີສະມາຊິກທັງໝົດ 175 ປະເທດ, ສະເພາະຢູ່ໃນຂົງເຂດ ອາຊີປາຊີຟິກ ມີປະເທດສະມາຊິກ ແລະ ປະເທດສັງເກດການ ຈໍານວນ 37 ປະເທດ. ອົງການ IOM ໄດ້ຮັບອະ ນຸມັດໃຫ້ສ້າງຕັ້ງຫ້ອງການໂຄງການຢູ່ ສປປ ລາວ ໃນປີ 2007 ໂດຍໜ້າວຽກຫລັກແມ່ນສຸມໃສ່ ວຽກງານການ ຊ່ວຍເຫລືອດ້ານສຸຂະພາບ, ດ້ານການສຶກສາໃຫ້ແກ່ຜູ້ອົບພະຍົບ ແລະ ປະຊາຊົນທົ່ວໄປ ພ້ອມທັງຍັງມີການຮ່ວມມື ໃນໂຄງການຕ້ານການຄ້າມະນຸດ ຕື່ມອີກ. ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການສາກົນເພື່ອການເຄື່ອນຍ້າຍ ຖິ່ນຖານ (IOM) ໃນເດືອນ ມິຖຸນາ 2018 ແລະ ໃນວັນທີ 01 ກັນຍາ 2021 ກໍໄດ້ເຊັນສັນຍາການຮ່ວມມື ຮ່ວມກັນລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ IOM.

ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version