Home ຂ່າວກິລາ ປະທານບານເຕະຄົນພິການ ນວ ຈະສືບຕໍ່ພັດທະນານັກກິລາຫຼຽນຄຳ ພາຣາເກມ ສ້າງຜົນງານໃນເວທີສາກົນ

ປະທານບານເຕະຄົນພິການ ນວ ຈະສືບຕໍ່ພັດທະນານັກກິລາຫຼຽນຄຳ ພາຣາເກມ ສ້າງຜົນງານໃນເວທີສາກົນ

0

ປະທານສະຫະພັນບານເຕະຄົນພິການ ນະຄອນຫຼວງວຽງຈັນ (ນວ) ຢືນຢັນຈະສືບຕໍ່ສົ່ງເສີມການພັດທະນາທັບນັກກິລາເຕະບານຄົນພິການຕາ ຊຸດສ້າງຜົນງານຄັ້ງປະຫວັດສາດ ໃນການຄວ້າຫຼຽນຄຳ ງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື ຊຽງຂວາງ ພາຣາເກມ 2023 ມາໃໝ່ໆໝາດໆໃຫ້ມີການເຄື່ອນໄຫວຕໍ່ເນື່ອງຢ່າງມີຄຸນນະພາບ ແນໃສ່ກຽມສ້າງຜົນງານໃນເວທີພາກພື້ນ ແລະ ສາກົນ ສ້າງກຽດຊື່ສຽງໃຫ້ແກ່ນະຄອນຫຼວງ ກໍຄື ປະເທດຊາດ ໂດຍສະເພາະໃນເດືອນມີນານີ້ ຈະນຳພານັກກິລາຄົນພິການລາວ ຮ່ວມແຂ່ງຂັນລາຍການລະດັບນານາຊາດ ທີ່ປະເທດໄທ.

ຫຼັງສິ້ນສຸດພາລະກິດການນຳພາທັບນັກກິລາຄົນພິການຕາ ນວ ຄວ້າຫຼຽນຄຳ ການແຂ່ງຂັນກິລາເຕະບານຄົນພິການຕາ ໃນ ຊຽງຂວາງ ພາຣາເກມ 2023, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາ ນວ ໄດ້ໃຫ້ສຳພາດວ່າ: ຕາມທີ່ໄດ້ໃຫ້ຄຳໝັ້ນສັນຍາວ່າຈະເຮັດສຸດຄວາມສາມາດ ທັງກຳລັງ ແລະ ເຫື່ອແຮງ ທຸກສິ່ງທຸກຢ່າງ ເພື່ອນຳເອົາຫຼຽນຄຳໃຫ້ເປັນກຽດຊື່ສຽງມາສູ່ພໍ່ແມ່ປະຊາຊົນ ກໍຄື ການນຳນະຄອນຫຼວງວຽງຈັນ ໃຫ້ມີຄວາມພາກພູມໃຈ ໃນຄະນະສະຫະພັນບານເຕະຄົນພິການ ນະຄອນຫຼວງ ຊຸດໃໝ່ຂອງພວກເຮົານີ້, ຊຶ່ງກ່ອນອື່ນໝົດຂໍສະແດງຄວາມຂອບໃຈມາຍັງພໍ່ແມ່ປະຊາຊົນຊາວລາວ ຕະຫຼອດການນຳ ນະຄອນຫຼວງທັງໝົດທີ່ໃຫ້ກຳລັງໃຈ. ແນວໃດກໍດີ, ໃນຕໍ່ໜ້າ ກໍມີແຜນຈະສືບຕໍ່ສົ່ງເສີມການພັດທະນານັກກິລາໃນຊຸດນີ້ໃຫ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ໂດຍສະເພາະໃນມໍ່ໆນີ້ ຖ້າຫາກວ່າທາງຄະນະນຳຂັ້ນເທິງ ກໍຄື ກະຊວງສຶກສາທິການ ແລະ ກິລາ ໄດ້ແຈ້ງມາວ່າຈະໃຫ້ເປັນຄະນະບໍລິຫານງານສະຫະພັນຄົນພິການແຫ່ງຊາດລາວ (ຖ້າພຽງຂໍ້ຕົກລົງ) ບໍ່ມີຫຍັງປ່ຽນແປງ ຫຼື ຂ້າພະເຈົ້າບໍ່ຫຍຸ້ງຍາກ ກໍຈະພະຍາຍາມນຳພານັກກິລາຄົນພິການຕາລາວເຮັດໃຫ້ດີທີ່ສຸດ ຄືກັບຕົນເອງໄດ້ນຳພານະຄອນຫຼວງ ສ້າງຜົນງານຍາດໄດ້ຫຼຽນຄຳ ຊຽງຂວາງ ເກມ, ຊຶ່ງແຜນທີ່ຄິດໄວ້ໃນໃຈນັ້ນ ແມ່ນຈະພານັກກິລາຮ່ວມເຄື່ອນໄຫວແຂ່ງຂັນລາຍການນອກປະເທດ ໂດຍສະເພາະໃນເດືອນມີນານີ້ ອາດຈະສົ່ງຮ່ວມແຂ່ງຂັນລາຍການເຕະບານຄົນພິການຕາ ທີ່ນະຄອນຫຼວງບາງກອກ ປະເທດໄທ ເປັນເຈົ້າພາບ.

ທ່ານປະທານສະຫະພັນບານເຕະຄົນພິການຕາ ນະຄອນຫຼວງ ໄດ້ກ່າວໃຫ້ຮູ້ຕື່ມອີກວ່າ: ຕໍ່ຜົນສຳເລັດດັ່ງກ່າວ, ໃນສ່ວນຕົວ ແມ່ນມີຄວາມພາກພູມໃຈເປັນຢ່າງສູງ ແລະ ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈມາຍັງຄະນະນຳພັກ-ລັດ ທີ່ໄດ້ມີກິດຈະກຳດີໆຢູ່ແຂວງຊຽງຂວາງແຫ່ງນີ້ ຊຶ່ງຖືວ່າເປັນໂອກາດທີ່ດີ ທີ່ໃຫ້ນັກກິລາຄົນພິການໄດ້ໂຊຄວາມສາມາດ ແລະ ສີມືທຸກຢ່າງ ທີ່ຄົນບາງສ່ວນອາດຈະເບິ່ງຂ້າມ ຫຼື ອາດຈະເບິ່ງບໍ່ເຫັນຄວາມສຳຄັນຂອງເຂົາເຈົ້າ ແຕ່ຂ້າພະເຈົ້າໄດ້ມີໂອກາດມາເຫັນຈຸດນີ້ ແລະ ນັກກິລາທຸກຄົນມີຈິດໃຈ ແລະ ມີທຸກສິ່ງທຸກຢ່າງ ມີຄວາມສາມາດຫຼາຍໆຢ່າງຄືກັບຄົນທົ່ວໄປ ໂດຍສະເພາະການຮ້ອງເພງ ແລະ ແຕ່ງເພງ ຕະຫຼອດຮອດການຫຼິ້ນກິລາ. ສະນັ້ນ, ຂໍຮຽກຮ້ອງມາຍັງຄະນະນຳຂັ້ນເທິງໃຫ້ມີກິດຈະກຳແບບນີ້ເພີ່ມຂຶ້ນອີກ ເພື່ອສົ່ງເສີມນັກກິລາຄົນພິການລາວໄດ້ມີເວທີເຄື່ອນໄຫວ ແລະ ສະແດງຄວາມສາມາດຂອງເຂົາເຈົ້າອອກສູ່ສາຍຕາສັງຄົມລາວ ກໍຄື ສັງຄົມໂລກ.

ສຳລັບຜົນງານຂອງທັບນັກກິລາຄົນພິການຕາ ນວ ໃນການແຂ່ງຂັນເຕະບານຄົນພິການຕາ ຊຽງຂວາງ ພາຣາເກມ 2023 ທີ່ຈັດຂຶ້ນພຽງສອງວັນ ລະຫວ່າງ 15-16 ກຸມພາ 2023, ຊຶ່ງມີ 2 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ຮ່ວມຊີງໄຊ ໂດຍແຂ່ງຂັນແບບພົບກັນໝົດ ຄັດເລືອກເອົາທີ 1 ແລະ ທີ 2 ໄປຊີງຫຼຽນຄໍາ ແລະ ທີ 3 ໄດ້ຫຼຽນທອງຄ້ອງຄໍ.

ຜ່ານການແຂ່ງຂັນປະກົດວ່າ: ນະຄອນຫຼວງວຽງຈັນ ຍາດໄດ້ຫຼຽນຄຳ, ແຂວງວຽງຈັນ ໄດ້ຫຼຽນເງິນ ແລະ ຫຼຽນທອງ ເປັນຂອງເຈົ້າພາບ ແຂວງຊຽງຂວາງ. ຕໍ່ຜົນງານດັ່ງກ່າວ ທາງປະທານສະຫະພັນບານເຕະຄົນພິການຕາ ນວ ໄດ້ມອບເງິນໂບນັດ ຈຳນວນ 10 ລ້ານກວ່າກີບ ເພື່ອຊຸກຍູ້ຜົນງານຫຼຽນຄຳຄັ້ງປະຫວັດສາດອີກດ້ວຍ.

ໂດຍ ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version