Home ຂ່າວຕ່າງປະເທດ ເວທີປາໄສວິສາຫະກິດ ຫວຽດນາມ – ສ ເຊັກໂກ

ເວທີປາໄສວິສາຫະກິດ ຫວຽດນາມ – ສ ເຊັກໂກ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເວທີປາໄສວິສາຫະກິດ ຫວຽດນາມ – ສ ເຊັກໂກ ໄດ້ຈັດຂຶ້ນໃນວັນທີ 21 ກຸມພາ ຜ່ານມາ ຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງ ທ່ານ ໂຈເຊຟ ຊິເກລາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສ ເຊັກໂກ (ແຕ່ວັນທີ 19 – 22 ກຸມພາ 2023). ເວທີປາໄສດັ່ງກ່າວແມ່ນເພື່ອແນໃສ່ຊຸກຍູ້ຄວາມສາມາດບົ່ມຊ້ອນໃນການຮ່ວມມືເສດຖະກິດ ການຄ້າ ແລະ ສ້າງກາລະໂອກາດສຳຜັດ, ແລກປ່ຽນຂໍ້ມູນຂ່າວສານລະຫວ່າງວິສາຫະກິດຂອງສອງປະເທດ.

ຂ່າວລະບຸວ່າ: ກ່າວຄຳເຫັນໃນທີ່ປະຊຸມ, ທ່ານ ດັ້ງຮ່ວາງອານ ຮອງລັດຖະມົນຕີກະຊວງອຸດສາຫະກຳ – ການຄ້າ ຫວຽດນາມ ຖືວ່າ: ການຮ່ວມມືເສດຖະກິດ ຍັງບໍ່ທັນສົມກັບມູນເຊື້ອ ແລະ ການພົວພັນຮ່ວມມືລະຫວ່າງສອງປະເທດ: “ຂ້າພະເຈົ້າໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດ ສ ເຊັກໂກ ຈົ່ງເອົາໃຈໃສ່ເຖິງຕະຫຼາດ ຫວຽດນາມ ຫຼາຍຂຶ້ນກວ່າເກົ່າ, ນີ້ແມ່ນໜຶ່ງໃນຈຳນວນຕະຫຼາດທີ່ພວມພັດທະນາທີ່ສຸດຢູ່ອາຊີ. ແນ່ນອນວ່າ, ຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືລະຫວ່າງສອງປະເທດພວກເຮົາຍັງໃຫຍ່ຫຼວງຢູ່ ແຕ່ຍັງບໍ່ທັນເສີມຂະຫຍາຍໄດ້ຢ່າງເໝາະສົມ”.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version