Home ທຸລະກິດ ທະນາຄານ ຫຸ້ນສ່ວນການຄ້າທະຫານສາຂາລາວ ຈະປ່ອຍເງິນກູ້ຢືມບໍ່ມີຫລັກຊັບຄ້ຳປະກັນຜ່ານຢູມັນນີ

ທະນາຄານ ຫຸ້ນສ່ວນການຄ້າທະຫານສາຂາລາວ ຈະປ່ອຍເງິນກູ້ຢືມບໍ່ມີຫລັກຊັບຄ້ຳປະກັນຜ່ານຢູມັນນີ

0

ພິທີເຊັນສັນຍາ ລະຫວ່າງ ທະນາຄານ ຫຸ້ນສ່ວນການຄ້າ ທະຫານ-ສາຂາລາວ (MB Lao) ເເລະ ບໍລິສັດ ສະຕາ ຟິນເທັກ ຫລື ຢູມັນນີ(u-money) ເພື່ອຂະຫຍາຍ ຜະລິດຕະພັນການປ່ອຍເງິນກູ້ແບບ ບໍ່ມີຫລັກຊັບຄ້ຳປະກັນ ຜ່ານບໍລິການ ຢູມັນນີ ຈັດຂຶ້ນໃນວັນທີ 21 ກຸມພາ 2023 ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ຫງວຽນ ວັນ ຮັວນ ຜູ້ອໍານວຍການ ທະນາຄານ ຫຸ້ນສ່ວນການຄ້າທະຫານ-ສາຂາລາວ ເເລະ ທ່ານ ຫງວຽນ ຮວາງ ມິ່ງ ຜູ້ອໍານວຍການ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ.

ຜະລິດຕະພັນເງິນກູ້ບໍ່ມີຫລັກຊັບຄ້ຳປະກັນ ເປັນໜື່ງໃນບໍລິການ ພິເສດຂອງທາງທະນາຄານ MB Lao ໄດ້ສະໜອງໂດຍຜ່ານ ຊ່ອງທາງບໍລິການ u-money ການປ່ອຍກູ້ປະເພດນີ້ແມ່ນອີງໃສ່ ລາຍຮັບຄົງທີ່ຂອງລູກຄ້າເປັນຫລັກໃນການກູ້ຢືມ ແລະ ວົງເງິນກູ້ຢືມກໍອີງຕາມລາຍຮັບຕົວຈິງຂອງຜູ້ກູ້ຢືມ ເຊິ່ງສາມາດນຳໃຊ້ເງິນດັ່ງກ່າວເຂົ້າໃນວຽກງານສ່ວນຕົວໄດ້ ເປັນຕົ້ນ ການຄ້າຂາຍ, ການຈັບຈ່າຍໃຊ້ສອຍທີ່ຈຳເປັນອື່ນໆໄດ້ ເຊິ່ງໃນເບື້ອງຕົ້ນແມ່ນຈະເປີດໃຫ້ບໍລິການພາຍໃນ ບໍລິສັດ ສະຕາ ໂທລະຄົມ (unitel) ແລະ ສະຕາ ຟິນເທັກ ຈຳກັດ ດ້ວຍອັດຕາດອກເບ້ຍພິ​ເສດ 1,25%/ເດືອນ ແລະ ມີ​ການປ່ຽນ​ແປງ​ຕາມ​ແຕ່​ລະ​ໄລ​ຍະໃຫ້​ເໜາະ​ສົມ​ກັບ​ເສດ​ຖະ​ກິດ. ໄລ​ຍະເວລາການກູ້ຢືມສູງເຖິງ 60 ເດືອນ, ຫລັງຈາກນັ້ນ, ຈະຜັນຂະຫຍາຍໃຫ້ແກ່ລູກຄ້າ ທົ່ວໄປທີ່ໄດ້ຮັບເງິນເດືອນຜ່ານ u-money.

ການຮ່ວມມືກັນຄັ້ງນີ້, ຖືເປັນນິມິດໝາຍທີ່ດີໃນການເພີ່ມ ຄວາມຫລາກຫລາຍການໃຫ້ບໍລິການ ຂອງທັງສອງຝ່າຍ ແລະ ຍັງສ້າງເງື່ອນໄຂການເຂົ້າເຖິງແຫລ່ງເງິນທຶນໃນເຂດຫ່າງໄກ, ເຂດເມືອງທີ່ບໍ່ເຂົ້າເຖິງບໍລິການທະນາຄານ ແຕ່ຍັງສາມາດກູ້ຢືມເງິນ ເພື່ອສ້າງເສດຖະກິດຄອບຄົວ ໂດຍຜ່ານ ບໍລິການ ຢູມັນນີ.

ເພື່ອເປັນສ່ວນໜຶ່ງໃນການສົ່ງເສີມການພັດທະນາດ້ານການເງິນ-ການທະນາຄານ, ກະເປົາເງິນ ເອເລັກໂຕຣນິກ ເທິງມືຖື ໃຫ້ນັບມື້ນັບດີຂຶ້ນເລື້ອຍໆ ໂດຍຄໍານຶງເຖິງຄວາມຕ້ອງການຂອງລູກຄ້າ ບົນພື້ນຖານຄວາມຮັບຜິດຊອບສູງຕໍ່ສັງຄົມ ເພື່ອໃຫ້ລູກຄ້າ ກໍຄື ສັງຄົມໄດ້ຮັບຄວາມສະດວກ ປອດໄພ, ວ່ອງໄວ ເເລະ ຜົນປະໂຫຍດສູງສຸດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version