Home ຂ່າວຕ່າງປະເທດ ກອງປະຊຸມທາງໄກ ກ່ຽວກັບການປ່ອຍເງິນລົງທຶນພາກລັດ ໃນປີ 2023

ກອງປະຊຸມທາງໄກ ກ່ຽວກັບການປ່ອຍເງິນລົງທຶນພາກລັດ ໃນປີ 2023

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 21 ກຸມພາ ຜ່ານມາ ຢູ່ ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມທາງໄກທົ່ວປະເທດ ກ່ຽວກັບການສົ່ງເສີມການຊຸກຍູ້ການຈັດແບ່ງ, ປ່ອຍເງິນລົງທຶນພາກລັດ ໃນປີ 2023, ປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ.

ຂ່າວລະບຸວ່າ: ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ກ່າວຄຳເຫັນເປີດກອງປະຊຸມ ເນັ້ນໜັກວ່າ: ລັດຖະບານ ໄດ້ກຳນົດການລົງທຶນພາກລັດແມ່ນແຫຼ່ງກຳລັງ, ທັງແມ່ນກຳລັງໜູນຂອງການພັດທະນາ. ໜ້າທີ່ພັດທະນາເສດຖະກິດ – ສັງຄົມ ປີ 2023 ເນັ້ນໜັກເຖິງການຊຸກຍູ້ການປ່ອຍເງິນລົງທຶນພາກລັດ, ປະຕິບັດໂຄງການຟື້ນຟູ, ພັດທະນາເສດຖະກິດ – ສັງຄົມ ຢ່າງມີປະສິດທິຜົນ. ທ່ານຖືວ່າບັນດາໜ້າທີ່ນີ້ມີບົດບາດສຳຄັນພິເສດກ່ຽວກັບເສດຖະກິດ, ການເມືອງ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ແກ້ໄຂຂໍ້ຕິດຂັດ, ສ້າງພື້ນຖານໂຄງລ່າງເສດຖະກິດ – ສັງຄົມ, ນຳພາການລົງທຶນ, ເປີດພື້ນທີ່ພັດທະນາໃໝ່, ເພີ່ມທະວີລັກສະນະເຊື່ອມຕໍ່, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ລຶບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກ, ເພີ່ມທະວີກຳລັງພາຍໃນຂອງປະເທດ, ສ້າງກຳລັງໜູນໃຫ້ແກ່ການຟື້ນຟູໂດຍໄວ ແລະ ພັດທະນາແບບຍືນຍົງ.

ໃນກອງປະຊຸມ, ທ່ານ ຟ້າມມິງຈິງ ຍັງຮຽກຮ້ອງໃຫ້ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປຶກສາຫາລື, ໄຈ້ແຍກໝາກຜົນ, ຂໍ້ຈຳກັດ, ບົດຮຽນປະສົບການ, ເປັນຕົ້ນແມ່ນຍົກອອກບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດທີ່ຕ້ອງແກ້ໄຂ, ແບ່ງປັນບັນດາຮູບແບບ, ວິທີການທີ່ດີ, ມີຫົວຄິດປະດິດສ້າງ, ມາດຕະການໃນວິວັດການຈັດຕັ້ງປະຕິບັດ, ສະເໜີວິທີການແກ້ໄຂ ແລະ ໜ້າທີ່ລະອຽດເພື່ອຈັດຕັ້ງປະຕິບັດການປ່ອຍເງິນລົງທຶນພາກລັດໃຫ້ແທດຈິງ, ມີປະສິດທິຜົນ, ມີໄຫວພິບ ແລະ ເໝາະສົມກັບສະພາບການຕົວຈິງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version