Home ຂ່າວພາຍໃນ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ສ້າງວຽກເຮັດໃຫ້ຄົນລາວ ພັນກວ່າຕໍາແໜ່ງ

ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ສ້າງວຽກເຮັດໃຫ້ຄົນລາວ ພັນກວ່າຕໍາແໜ່ງ

0

ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ຂອງບໍລິສັດ ພູເບ້ຍ ມາຍນິງ ໄດ້ດໍາເນີນໂຄງການຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານ ໂດຍສະເພາະແມ່ນ ກົດໝາຍ ວ່າດ້ວຍແຮ່ທາດ ກໍຄື ປະຕິບັດຕາມຫຼັກການກ່ຽວກັບວຽກງານແຮ່ທາດ ຊຶ່ງໂຄງການດັ່ງກ່າວ ເຄື່ອນໄຫວຕາມຫຼັກການ ແລະ ໄດ້ຕິດພັນການພັດທະນາໂຄງລ່າງພື້ນຖານ ເພື່ອປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ…; ໃຫ້ປະຊາຊົນ, ຊຸມຊົນ, ການຈັດຕັ້ງ, ອົງການປົກຄອງທຸກຂັ້ນ ໄດ້ມີສ່ວນຮ່ວມໃນການຈັດຕັ້ງການຜະລິດ, ສະໜອງແຮງງານ, ສະບຽງອາຫານ…

ບົນພື້ນຖານນັ້ນ, ໃນຕະຫຼອດໄລຍະ 10 ປີຜ່ານມາ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ສໍາເລັດການຈັດຕັ້ງປະຕິບັດ ບັນດາໂຄງການພັດທະນາຊຸມຊົນ ຫຼາຍກວ່າ 97 ໂຄງການ ພ້ອມນີ້ກໍສ້າງວຽກເຮັດງານທໍາ ໃຫ້ແຮງງານລາວ ຫຼາຍກວ່າ 1.000 ຕໍາແໜ່ງ ຊຶ່ງຈໍານວນພະນັກງານທັງໝົດຂອງໂຄງການ ຫຼາຍກວ່າ 90% ແມ່ນເປັນແຮງງານລາວ ແລະ ແຮງງານລາວຫຼາຍຄົນ ກໍມີຄວາມຮູ້ຄວາມສາມາດ ຈົນເປັນທີ່ຍອມຮັບ ໃຫ້ເປັນຮອງພະແນກ ໃນຫຼາຍຕໍາແໜ່ງຂອງບັນດາຝ່າຍປະຕິບັດງານຂອງໂຄງການ. ນອກນີ້, ໄລຍະມີການແຜ່ລະບາດຂອງພະຍາດໂຄວິດ-19 ໂຄງການກໍໄດ້ໃຫ້ຄວາມສຳຄັນ ໃນການປົກປ້ອງແຮງງານ ໂດຍສະເພາະການດໍາເນີນມາດຕະການປ້ອງກັນພະຍາດດັ່ງກ່າວ ຢ່າງຮັດກຸມ ແລະ ຮ່ວມກັບລັດຖະບານລາວ ດໍາເນີນການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ພະນັກງານ ຊຶ່ງມາຮອດທ້າຍປີ 2022 ມີຫຼາຍກວ່າ 98% ຂອງແຮງງານໄດ້ຮັບວັກຊິນຢ່າງນ້ອຍ 3 ເຂັມຂຶ້ນໄປ. ສິ່ງດັ່ງກ່າວນີ້, ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ໃນການສ້າງວຽກເຮັດງານທໍາໃຫ້ແກ່ແຮງງານລາວ ແລະ ການປົກປ້ອງແຮງງານ ຕາມທີ່ພັກ-ລັດຖະບານລາວເຮົາໄດ້ເອົາໃຈໃສ່ໃນການຕິດຕາມຊຸກຍູ້ ແລະ ຊີ້ນໍາການປະຕິບັດງານຂອງບັນດາໂຄງການຂອງບໍລິ ສັດ.

ໃນງານສະເຫຼີມສະຫຼອງ ຄົບຮອບ 10 ປີ ຂອງໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ, ທ່ານ ຕົງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ກໍໄດ້ກ່າວຕີລາຄາສູງ ຕໍ່ການປະກອບ ສ່ວນສຳຄັນ ຂອງໂຄງການນີ້ວ່າ: ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາເງິນ ບ້ານຫ້ວຍຊາຍ ເປັນໂຄງການໜຶ່ງທີ່ໄດ້ຊ່ວຍໃນການພັດທະນາ ໂດຍສະເພາະການກໍ່ສ້າງ ແລະ ປັບປຸງເສັ້ນທາງ ໃຫ້ມີການໄປ-ມາໄດ້ດີຂຶ້ນ ແລະ ສະດວກກວ່າເກົ່າ. ພ້ອມກັນນີ້, ກໍສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນລາວ ຈໍານວນຫຼວງຫຼາຍ ໂດຍສະເພາະ ປະຊາຊົນຊາວແຂວງໄຊສົມບູນ ແລະ ກໍໄດ້ພ້ອມກັນກັບບ້ານ-ເມືອງ ພ້ອມກັນຂຶ້ນແຜນພັດທະນາປະຈໍາປີ ເປັນຕົ້ນໂຄງການກໍ່ສ້າງພື້ນຖານໂຄງລ່າງ ເສັ້ນທາງ, ໂຮງຮຽນ, ສຸກ ສາລາ, ຝຶກອົບຮົມວິຊາຊີບ ແລະ ອື່ນໆ ຊຶ່ງສະແດງເຖິງການປະກອບສ່ວນ ໃຫ້ບັນດາພື້ນທີ່ໃກ້ຄຽງ ໃຫ້ໄດ້ຮັບການປັບປຸງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ຄອບຄົວທຸກຍາກ ໄດ້ຮັບການແກ້ໄຂ ແລະ ໄດ້ຫຼຸດລົງເທື່ອລະກ້າວ.

ນາງ ກູດ ສີພັນແກ້ວ ປະຊາຊົນບ້ານນາໄຊສະຫວ່າງ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ກໍເປັນຜູ້ໜຶ່ງໃນບັນດາແຮງງານລາວ ທີ່ດຳລົງຊີວິດຢູ່ອ້ອມຂ້າງໂຄງການນີ້ ຊຶ່ງໄດ້ມີໂອກາດເຂົ້າມາເປັນພະນັກງານຂອງບໍລິສັດ ຊຶ່ງໄດ້ເຂົ້າມາໃນໄລຍະທີ່ໂຄງການດຳເນີນການສຳຫຼວດບໍ່ຂະຫຍາຍ ຫຼື ໂຄງ ການຂຸດຄົ້ນ-ປຸງແຕ່ງ ຄຳ-ເງິນ ບ້ານຫ້ວຍຊາຍ 2; ນາງ ກູດ ສີພັນແກ້ວ ໄດ້ກ່າວວ່າ: ຕົນເອງໄດ້ຮຽນຈົບວິຊາອາຫານ-ການໂຮງແຮມ ຊຶ່ງໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ບ່ອນທີ່ຕົນເອງເຮັດວຽກໃນເມື່ອກ່ອນໄດ້ປິດຕົວລົງ ແລະ ຕົນເອງກໍໄດ້ຕັດສິນໃຈ ສະໝັກເຂົ້າມາເຮັດວຽກໃນໂຄງການ ຫ້ວຍຊາຍ 2 ນີ້ ຊຶ່ງທາງບໍລິສັດໄດ້ໃຫ້ໂອກາດ ແຕ່ໃນເງື່ອນໄຂຕອນນັ້ນ ບໍລິສັດໄດ້ຮັບມາຝຶກອົບຮົມໃຫ້ຄວາມຮູ້ ເພື່ອປະກອບວຽກກ່ຽວກັບການເກັບຕົວຢ່າງແຮ່ ແລະ ເອົາໃຈໃສ່ຝຶກໃນແຕ່ລະຂັ້ນຕອນ ບວກກັບຄວາມບຸກບືນຂອງຕົນຈຶ່ງໄດ້ເຂົ້າເຮັດວຽກ ຊຶ່ງມາຮອດປັດຈຸບັນ ກໍໄດ້ 3 ປີແລ້ວ. ການເຮັດວຽກຢູ່ນີ້, ໄດ້ສ້າງໂອກາດໃຫ້ຕົນເອງ ໃຫ້ມີລາຍໄດ້ ທັງໄດ້ມີຄວາມຮູ້, ປະສົບການໃໝ່ ທີ່ບໍ່ເຄີຍຮູ້ ຕົນເອງໄດ້ຮັບການພັດທະນາຂຶ້ນເລື້ອຍໆ ເຮັດໃຫ້ຕົນເອງ ແລະ ຄອບຄົວ ມີຊີວິດການເປັນຢູ່ດີຂຶ້ນ; ບໍລິສັດ ໄດ້ມີສະຫວັດດີການທີ່ດີຫຼາຍ ນັບທັງການເບິ່ງແຍງດ້ານສຸຂະພາບ, ດ້ານອາຫານການກິນ ແລະ ເຄື່ອງນຸ່ງຕ່າງໆ ບໍລິສັດກໍສະໜອງໃຫ້.

ນີ້ສະແດງໃຫ້ເຫັນວ່າ, ບໍລິສັດ ພູເບ້ຍ ມາຍນິງ ໄດ້ເປີດໂອກາດ ໃຫ້ກັບຜູ້ທີ່ມີຄວາມບຸກບືນ ຢາກເຮັດວຽກແທ້ໆ ແລະ ມີຄວາມພະຍາຍາມໃນການຝຶກຝົນຕົນເອງ ຊຶ່ງບໍ່ສະເພາະແຕ່ໄດ້ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນອ້ອມຂ້າງ ກໍຄື ແຮງງານລາວ ແຕ່ທັງເປັນການໃຫ້ຄວາມຮູ້ຄວາມສາມາດ ແລະ ປະສົບການອັນທີ່ເປັນວິຊາຊີບ ຫາກເມື່ອໂຄງການດັ່ງກ່າວ ໄດ້ຮອດເວລາປິດລົງ ຫຼື ອື່ນໆ ແຮງງານລາວທີ່ມີຄວາມຮູ້ຄວາມສາມາດດ້ານນີ້ ກໍສາມາດໃຊ້ຄວາມຮູ້ທີ່ໄດ້ຈາກ ບໍລິສັດ ພູເບ້ຍ ມາຍນິງ ກໍຄື ໄດ້ຈາກການເຮັດວຽກໃນບັນດາໂຄງການຂອງບໍລິສັດ ໄປສະໝັກເຮັດວຽກໃນໂຄງການ ອື່ນໆ ທັງພາຍໃນ ແລະ ຕ່າງປະເທດໄດ້.

ໂດຍ: ສ.ບຸດປະຊາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version