Home ຂ່າວການເມືອງ ຮອງ ລມຕ ກະຊວງການຕ່າງປະເທດ ຕ້ອນຮັບຄະນະຜູ້ແທນແຂວງຢຸນນານ

ຮອງ ລມຕ ກະຊວງການຕ່າງປະເທດ ຕ້ອນຮັບຄະນະຜູ້ແທນແຂວງຢຸນນານ

0

ໃນວັນທີ 15 ກຸມພາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ເຫວີຍ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະ. ໃນໂອກາດດັ່ງກ່າວ, ສະຫາຍ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ສະຫາຍ ຫວັງ ເຫວີຍ ພ້ອມດ້ວຍຄະນະ ໃນຄັ້ງນີ້ ຊຶ່ງປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການພົວພັນຮ່ວມມື ລະຫວ່າງສອງຝ່າຍ, ທັງເປັນການຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຊາຕາກໍາ ລະຫວ່າງສອງຊາດໃຫ້ເຂົ້າສູ່ລວງເລິກຂຶ້ນຕື່ມ. ພ້ອມນີ້, ສະຫາຍ ໂພໄຊ ໄຂຄໍາພິທູນ ໄດ້ຕາງໜ້າພັກ-ລັດຖະບານ ສປປ ລາວ ສະແດງຄວາມຂອບໃຈ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງ ພັກ-ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ, ໂດຍສະເພາະການນໍາຂອງແຂວງຢຸນນານ ຕໍ່ການສະ​ໜັບ​ສະ​ໜູນ ແລະ ການຊ່ວຍເຫຼືອອັນລໍ້າຄ່າ ແລະ ມີຜົນປະໂຫຍດຫຼາຍໆດ້ານ, ບໍ່ວ່າຈະກ່ອນ ຫຼື ຫຼັງ ການລະບາດພະຍາດໂຄວິດ-19, ພ້ອມທັງການຊຸກຍູ້ສົ່ງເສີມໃຫ້ນັກທຸລະກິດຂອງແຂວງມາລົງທຶນ ຢູ່ ສປປ ລາວ, ອັນພົ້ນເດັ່ນກໍແມ່ນການລົງທຶນກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ວັງວຽງ, ເຂດເສດຖະກິດກວມລວມໄຊເສດຖາ, ການລົງທຶນດ້ານກະສິກໍາຂອງແຂວງຢຸນນານ ຢູ່ ສປປ ລາວ ລວມທັງເຂດເສດຖະກິດ ບໍ່ເຕ່ນ-ບໍ່ຫານ ແລະ ອື່ນໆ. ນອກນັ້ນ, ຍັງໄດ້ໃຫ້ການຊ່ວຍເຫຼືອທາງດ້ານການສ້າງບຸກຄະລາກອນໃຫ້ແກ່ ສປປ ລາວ ໂດຍໄດ້ສືບຕໍ່ສະໜອງທຶນການສຶກສາໃຫ້ແກ່ນັກສຶກສາລາວ ໄດ້ມີໂອກາດໄປສຶກສາຢູ່ແຂວງຢຸນນານ ຊຶ່ງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມດຽວກັນນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ, ໂດຍລວມແລ້ວເຫັນໄດ້ວ່າ ການພົວພັນຮ່ວມມື ລະຫວ່າງສອງພັກ, ສອງລັດຖະບານ ຂອງສອງປະເທດ ລາວ-ຈີນເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງແຂວງພາກເໜືອຂອງ ສປປ ລາວ ກັບແຂວງຢຸນນານ ສປ ຈີນ ແມ່ນມີຜົນສໍາເລັດຢ່າງໜ້າເພິ່ງພໍໃຈ ແລະ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.

ໃນການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ກໍເພື່ອເປັນການກະກຽມໃຫ້ແກ່ການເດີນທາງຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ເລຂາພັກແຂວງ ແຂວງຢຸນນານໃນທ້າຍເດືອນ 3 ທີ່ຈະມາເຖິງນີ້. ລວມທັງເປັນການກະກຽມໃຫ້ແກ່ການເປີດນໍາໃຊ້ທາງລົດໄຟລາວ-ຈີນຈາກວຽງຈັນ-ຄຸນມິງ-ວຽງຈັນ ໃນໂອກາດດຽວກັນນີ້, ສະຫາຍ ຫວັງ ເຫວີຍ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຍິນດີທີ່ຈະສືບຕໍ່ ໃນການສະໜັບສະໜູນ ແລະ ພົວພັນຮ່ວມມືກັບ ສປປ ລາວ ຢ່າງໃກ້ຊິດ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມື ລະຫວ່າງ ປະຊາຊົນ 2 ຊາດລາວ-ຈີນ ກໍຄືລະຫວ່າງ ແຂວງຢຸນນານ ກັບ ສປປ ລາວ ໃຫ້ຈະເລີນງອກງາມ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version