Home ທ່ອງທ່ຽວ ຕາດໄມ້ເຮ້ຍ

ຕາດໄມ້ເຮ້ຍ

0

ຕາດໄມ້ເຮ້ຍ ຕັ້ງຢູ່ບໍລິເວນເຂດບ້ານພໍ່ເຂັ້ມ ເມືອງສາລະວັນ ແຂວງສາລະວັນ, ຫ່າງຈາກຕົວເມືອງ ປະມານ 25 ກິໂລແມັດ. ແຕ່ກ່ອນຕາດນີ້ຊື່ວ່າ ຕາດຄາ ແລະ ບໍລິເວນເທິງ​ຕາດນີ້ ກໍ​ມີ​ຊື່ວ່າ ຕາດລານ້ອຍ ຍ້ອນມີຄ້ອງລາຕັ້ງຢູ່. ຕໍ່ມາເພິ່ນໄດ້ເອົາຄ້ອງດັ່ງກ່າວອອກໄປ ຍ້ອນວ່າເມື່ອຮອດຍາມວັນສິນໃດ ຖ້າຫາກມີສຽງຄ້ອງລາດັງຂຶ້ນກໍຈະມີຄົນແຖວນັ້ນເສຍຊີວິດໂລດ. ເມື່ອເປັນແນວນັ້ນ ຊາວບ້ານຈຶ່ງໄດ້ພາກັນນິມົນຄູບາ​ອາ​ຈານ ມາເອົາຄ້ອງດັ່ງກ່າວໄປໄວ້ບ່ອນອື່ນ (ບໍ່ມີໃຜຮູ້) ຈຶ່ງເຮັດໃຫ້ບ້ານນີ້ມີຄວາມສະຫງົບ, ມາຮອດພາຍຫຼັງຢຶດອໍານາດໃນຂອບເຂດທົ່ວປະເທດປີ 1975, ໄດ້ມີການສ້າງຕັ້ງນິຄົມ 23 ສິງຫາ ຢູ່ແຖບນີ້ ແລະ ພາກັນເອີ້ນ ຕາດໄມ້​ເຮ້ຍ ເນື່ອງຈາກວ່າຢູ່ບໍລິເວນແຄມເຊເຊັດ ແມ່ນມີປ່າໄມ້ເຮ້ຍເປັນຈໍານວນຫຼາຍ, ອັນເປັນທີ່ມາຂອງຊື່ຕາດໃນປັດຈຸບັນ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version