Home ຂ່າວຕ່າງປະເທດ ປີຜ່ານມາ GDP ຍີ່ປຸ່ນ ເຕີບໂຕ 1,1%

ປີຜ່ານມາ GDP ຍີ່ປຸ່ນ ເຕີບໂຕ 1,1%

0

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມານີ້, ສຳນັກງານຄະນະລັດຖະມົນຕີຍີ່ປຸ່ນໄດ້ເປີດເຜີຍບົດລາຍງານວ່າ: ເສດຖະກິດຂອງປະເທດເຕີບໂຕ 1,1% ໃນປີ 2022 ຜ່ານມາ ຊຶ່ງຫຼຸດລົງເມື່ອທຽບກັບປີ 2021 ທີ່ເຕີບໂຕ 2,1% ໂດຍມູນຄ່າໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ທີ່ແນ່ນອນຢູ່ທີ່ປະມານ 546 ລ້ານໆເຢນ. ບົດລາຍງານລະບຸວ່າ ຄວາມຕ້ອງການພາກເອກະຊົນ ເພີ່ມຂຶ້ນ 2,4%, ການບໍລິໂພກພາກຄົວເຮືອນເພີ່ມຂຶ້ນ 2,2% ແລະ ການລົງທຶນດ້ານເງິນທຶນຂອງບໍລິສັດເພີ່ມຂຶ້ນ 1,8% ໃນປີ 2022. ການສົ່ງອອກສິນຄ້າ ແລະ ບໍລິການເພີ່ມຂຶ້ນ 4,9% ຂະນະທີ່ການນຳເຂົ້າສິນຄ້າ ແລະ ບໍລິການເຕີບໂຕ 7,9% ໂດຍການສົ່ງອອກສຸດທິຫຼຸດລົງເພາະຕົ້ນທຶນພະລັງງານສູງຂຶ້ນ ແລະ ສະກຸນເງິນເຢນອ່ອນຄ່າ. ເສດຖະກິດຍີ່ປຸ່ນ ມີຂະໜາດໃຫຍ່ທີ່ສຸດເປັນອັນດັບ 3 ຂອງໂລກ ໃນໄຕມາດທີ 4 ຂອງປີຜ່ານມາ ຂະຫຍາຍຕົວຢູ່ທີ່ 0,6% ເມື່ອທຽບແບບລາຍປີ ຊຶ່ງເປັນຜົນມາຈາກການຍົກເລີກຂໍ້ຈຳກັດການຄວບຄຸມພະຍາດໂຄວິດ-19 ໃນທ້ອງຖິ່ນ ຊ່ວຍກະຕຸ້ນການບໍລິໂພກພາກເອກະຊົນ ແຕ່ຍັງຄົງຕ່ຳກວ່າໂຕເລກຄາດຄະເນການເຕີບໂຕທີ່ 2% ຂອງຕະຫຼາດກາງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version