Home ຂ່າວການເມືອງ ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ

ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ

0

ໃນວັນທີ 15 ກຸມພາ 2023 ທີ່ທຳນຽບປະທານາທິບໍດີນະຄອນຫຼວງນິວແດນລີ ສາທາລະນະລັດອິນເດຍ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ນ. ດຣໍປາດີ ມູມູ (DoupadiMurmu) ປະທານາທິບໍດີແຫ່ງສາທາລະນະລັດ ອິນເດຍ, ເພື່ອດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳສາທາລະນະລັດ ອິນເດຍ.

ໃນໂອກາດດັ່ງກ່າວ, ທ່ານ ບຸນມີ ວັນມະນີ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ຖືກແຕ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສາທາລະນະລັດອິນເດຍ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າໃນໄລຍະທີ່ດຳລົງຕຳແໜ່ງ, ທ່ານຈະເຮັດສຸດຄວາມສາມາດໃນການເພີ່ມທະວີ, ສົ່ງເສີມສາຍພົວພັນແລະ ການຮ່ວມມືຂອງສອງປະເທດ ທີ່ດີມາແຕ່ດົນນານ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ທ່ານທູດ ກໍໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ຄໍາອວຍພອນໄຊອັນປະເສີດເພື່ອສັນຕິພາບ, ມິດຕະພາບ, ຄວາມສົມບູນພູນສຸກ, ການພົວພັນຮ່ວມມືທີ່ດີ ຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປລາວ ຝາກເຖິງພະນະທ່ານປະທານາທິບໍດີ ນ. ດຣໍປາດີ ມູມູ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນອິນເດຍ ທຸກທົ່ວໜ້າ.

ໃນຂະນະດຽວກັນ ພະນະທ່ານ ນ. ດຣໍປາດີ ມູມູ ປະທານາທິບໍດີອິນເດຍໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ທູດລາວຄົນໃໝ່ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລັດຖະບານກໍຄືປະຊາຊົນລາວທີ່ໄດ້ແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຄົນໃໝ່ປະຈຳ ສ.ອິນເດຍ, ສະແດງຄວາມເຊື່ອໝັ້ນວ່າທ່ານທູດ ຈະເປັນຂົວຕໍ່ທີ່ດີເຮັດໃຫ້ສາຍພົວພັນມິດຕະພາບແລະການຮ່ວມມືອັນດີງາມທີ່ມີມາແຕ່ດົນນານໄດ້ຮັບການສືບຕໍ່ເສີມຂະຫຍາຍແລະຈະເລີນງອກງາມຍິ່ງໆ ຂຶ້ນໃນອະນາຄົດ, ສະແດງຄວາມຂອບໃຈມາຍັງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນອິນເດຍ ໃນເວທີພາກພື້ນ ແລະ ສາກົນ ພ້ອມທັງຢືນຢັນວ່າ ອິນເດຍຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ຮ່ວມມືກັບ ສປປ ລາວ ທັງໃນກອບສອງຝ່າຍ ແລະ ຫຼາຍຝ່າຍ. ໃນໂອກາດດຽວກັນນີ້, ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄໍາອວຍພອນໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີ ມາຍັງ ພະນະທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປລາວ, ລັດຖະບານ ແລະ ປະຊາຊາຊົນລາວທຸກທົ່ວໜ້າ, ອວຍພອນໃຫ້ ທ່ານທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດຢູ່ ສ ອິນເດຍ ໃນຄັ້ງນີ້.

ສປປລາວ ແລະ ອິນເດຍ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 2ກຸມພາ 1956; ທັງສອງປະເທດມີສະຖານທູດຂອງຕົນຕັ້ງຢູ່ ນະຄອນຫຼວງ ຂອງກັນ ແລະ ກັນ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version