Home ຂ່າວໜ້າໜຶ່ງ ກະຊວງ ຖວທ ມອບອຸປະກອນຊຸດໂທລະໂຄ່ງ ຈຳນວນ 50 ຊຸດ ຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ແກ່ແຂວງໄຊຍະບູລີ

ກະຊວງ ຖວທ ມອບອຸປະກອນຊຸດໂທລະໂຄ່ງ ຈຳນວນ 50 ຊຸດ ຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ແກ່ແຂວງໄຊຍະບູລີ

0

ວັນທີ 17 ກຸມພາ 2023 ທີ່ພະແນກ ຖວທ ແຂວງ ໄຊຍະບູລີ ໄດ້ມີພິທີມອບ-ຮັບ-ຊຸດອຸປະກອນໂທລະໂຄ່ງ ຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ແຂວງ ໄຊຍະບູລີ ໂດຍການເປັນປະທານ ຂອງທ່ານ ໂພສີ ແກ້ວມະນີວົງ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງ ຖວທ ຫົວໜ້າຄະນະຮັບຜິດຊອບໂຄງການ ເຂົ້າຮ່ວມເປັນສັກຂີພິຍານ ຂອງ ທ່ານ ສົມຈິດ ຈັນທະວົງ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງໄຊຍະບູລີ ທັງເປັນຜູ້ຊີ້ນໍາຂົງເຂດວຽກງານເສດຖະກິດ, ທ່ານຫົວໜ້າກົມສື່ມວນຊົນ, ຫົວໝ້າກົມກວດກາກະຊວງ ຖວທ, ມີຫົວໜ້າພະແນກ, ຮອງພະແນກຫົວໝ້າ-ຮອງຫົວໝ້າຂະແໜງ, ຫົວໜ້າ-ຮອງຫົວໝ້າຫ້ອງການ ຖວທ 11 ເມືອງ ຈາກແຂວງໄຊຍະບູລີ ມີພະນັກງານວິຊາການເຕັກນິກຈາກແຂວງຈາກ 11 ເມືອງ  ເປົ້າໝາຍ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງຈາກກະຊວງ ຖວທ ເຂົ້ົ້າຮ່ວມ.

ອຸປະກອນຊຸດໂທລະໂຄ່ງທີ່ນຳມາມອບໃນຄັ້ງນີ້້ ປະກອບມີ: ໂທລະໂຄ່ງ 50 ຊຸດ ໃນນັ້ນມີວໍລຸ້ມ,ປຸ້ມປັບສຽງ 50 ໜ່ວຍ, ດອກປາກເລີ 200 ຊຸດ ສາຍໂທລະໂຄ່ງ ຂະໜາດ 0,9 ມີນລີແມັດ ຍາວ 200 ແມັດ 100 ກໍ້, ໄມໂຄໂຟນ 50 ອັນ, ປັກສຽບໄຟຟ້າ 50 ອັນ, ຢູເອັດບີ 16 ກີກ 50 ອັນ, ເຄື່ຶອງຮັບສັນຍານວິທະຍຸ 50 ອັນ, ສາຍດີນ 25 ມີນລີແມັດ ຍາວ 750 ແມັດ, ຫຼັກແຕ້ທອງ ຍາວ 1 ແມັດ 2 ເສັ້ນຕໍ່ຊຸດ 100 ເສັ້ນ, ສະກັອດ 100 ກໍ່, ນັອດບູລອງຈັບດອກໂທລະໂຄ່ງ 200 ອັນ ແລະ ຈານດາວທຽມຮັບສັນຍານວິທະຍຸ 50 ຊຸດ ໃຫ້ກຽດມອບໂດຍ ທ່ານ ສົມສະຫວາດ ພົງສາ ກຳມະການພັກກະຊວງ ຫົວໜ້າກົມສື່ມວນຊົນກະຊວງ ຖວທ  ຮັບໂດຍ ທ່ານ ນາງ ບົວຈັນ ພັນທະວົງ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງ.

ຫຼັງຈາກພິທີມອບ-ຮັບ ຊຸດອຸປະກອນໂທລະໂຄ່ງແລ້ວ ກໍ່ໄດ້ມີການຝືກອົບຮົມກ່ຽວກັບຄວາມຮູ້ພື້ນຖານດ້ານເຕັກນິກເຊັ່ນ: ການຕິດຕັ້ງໂທລະໂຄ່ງ, ຕິດຕັ້ງຈານດາວທຽມ, ການນຳໃຊ້ອຸປະກອນ, ການບໍາລຸງຮັກສາທີ່ຖືກຕ້ອງ ເພື່ອເຮັດໃຫ້ເຄື່ອງທີ່ນໍາມາມອບໃນຄັ້ງນີ້ມີຄວາມທົນທານ ແລະ ຍືນຍົງ ໃຫ້ແກ່ພະນັກງານວິຊາການເຕັກນີກຂອງແຂວງ ແລະ 11 ເມືອງເປົ້າໝາຍ ໃນຕອນທ້າຍຂອງພິທີຜູ້ເຂົ້າຮ່ວມຝຶກອົບຮົມຍັງໄດ້ຮັບຟັງການໂອລົມ ຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ຕື່ມອີກ. ຊຸດຝືກອົບຮົມດັ່ງກ່າວດຳເນີນໄປເປັນເວລາ 1 ວັນຈື່ງສຳເລັດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version