Home ຂ່າວຕ່າງປະເທດ ສປຊ ຮຽກຮ້ອງໃຫ້ໜູນຊ່ວຍບ້ວງເງິນເກືອບ 400 ລ້ານໂດລາສະຫະລັດ ໃຫ້ແກ່ຊີຣີ

ສປຊ ຮຽກຮ້ອງໃຫ້ໜູນຊ່ວຍບ້ວງເງິນເກືອບ 400 ລ້ານໂດລາສະຫະລັດ ໃຫ້ແກ່ຊີຣີ

0

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ ປັດຈຸບັນມີປະຊາຊົນຊີຣີ ຢ່າງໜ້ອຍ 9 ລ້ານຄົນ ຖືກຜົນກະທົບຈາກເຫດ ແຜ່ນດິນໄຫວທີ່ເກີດຂຶ້ນ ໃນວັນທີ 6 ກຸມພາ ຢູ່ພາກໃຕ້ຕວັກກີ ແລະ ພາກຕາເວັນຕົກສ່ຽງເໜືອຊີຣີ ແລະ ຕ້ອງການດ້ານການເງິນ ມີມູນຄ່າ 397 ລ້ານ​ໂດ​ລາສະຫະລັດ ເພື່ອຊ່ວຍເຫລືອຜູ້ປະສົບເຄາະຮ້າຍຢູ່ຊີຣີ. ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະ​ປະຊາ​ຊາດ (ສປຊ) ໄດ້ອອກຄຳຮຽກຮ້ອງຈາກສຳນັກງານ ສປຊ ຢູ່ນິວຢອກ ຂອງ ສ.ອາເມລິກາ, ​ເມື່ອ​ບໍ່​ດົນ​ມາ​ນີ້​ ໂດຍໄດ້ກ່າວເນັ້ນໜັກວ່າບ້ວງເງິນດັ່ງກ່າວຈະຊ່ວຍກອບກູ້ເອົາຊີວິດຂອງປະຊາຊົນຊີຣີ ເກືອບ 5 ລ້ານຄົນ ​ໃນ​ໄລຍະເວລາ 3 ເດືອນຕໍ່ໜ້ານີ້. ຜູ້ນຳໜ້າ ສປຊ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ “ປະກອບສ່ວນຢ່າງຄົບຖ້ວນ ແລະ ບໍ່ລັ່ງເລໃຈເພື່ອຊ່ວຍປວງຊົນທີ່ຖືກນາບຂູ່ຊີວິດ ຍ້ອນໄພພິບັດທີ່ຮ້າຍກາດ ແລະ ສົ່ງຜົນກະທົບເຖິງຫລາຍລຸ້ນຄົນນີ້”. ໃນວັນດຽວກັນ, ຄະນະຊ່ວຍເຫລືອຊຸດທຳອິດຂອງ ສປຊ ໄດ້ໄປຍັງເຂດຕາເວັນຕົກສ່ຽງເໜືອຊີຣີ ໂດຍກຳລັງຝ່າຍຄ້ານຄວບຄຸມ ເພື່ອໄປຜ່ານເສັ້ນທາງຂົນສົ່ງ ເຄື່ອງຊ່ວຍເຫລືອເປີດໃໝ່ Bad al–Salameh ຈາກຕວັກກີ./

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version