Home ຂ່າວຕ່າງປະເທດ ສປ ຈີນ ເລັ່ງແກ້ໄຂຫລາຍບັນຫາສຳຄັນທາງດ້ານເສດຖະກິດ

ສປ ຈີນ ເລັ່ງແກ້ໄຂຫລາຍບັນຫາສຳຄັນທາງດ້ານເສດຖະກິດ

0

ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ,ວາລະສານ “ສິວຊື້” ສະບັບທີ 4 ທີ່ພິມຈຳໜ່າຍ ໃນວັນທີ 16 ກຸມພານີ້ ໄດ້ລົງພິມ ພາກສ່ວນໜຶ່ງ ໃນບົດ ປາໄສ ສຳຄັນ ຂອງ ທ່ານ ສີຈິ້ນຜິງ, ປະທານ ປະເທດ ສປ ຈີນ ທີ່ໄດ້ກ່າວ ໃນກອງປະຊຸມ ວຽກງານ ເສດຖະກິດ ຂັ້ນສູນກາງ ເມື່ອວັນທີ 15 ທັນວາປີ 2022 ທີ່ມີຫົວຂໍ້ວ່າ: “ຫລາຍ ບັນ ຫາໃຫຍ່ ແລະ ສຳຄັນ ທາງດ້ານວຽກງານ ເສດຖະກິດ ໃນປັດຈຸບັນ”. ເນື້ອໃນບົດຄວາມ ດັ່ງກ່າວ ລະບຸວ່າ: ຕ້ອງສຸມ ກຳລັງ ເປີດກວ້າງ ຄວາມຕ້ອງການ ພາຍໃນ ປະເທດ. ຄວາມ ຕ້ອງການ ລວມບໍ່ພຽງພໍ ແມ່ນຂໍ້ຂັດແຍ້ງ ພົ້ນເດັ່ນ ທີ່ການເຄື່ອນໄຫວ ຂອງເສດ ຖະກິດ ໃນປັດຈຸບັນ ພວມຜະເຊີນຢູ່. ຕ້ອງອອກແຮງ ປະຕິບັດ ຍຸດທະຍາດ ການເປີດ ກວ້າງ ຄວາມຕ້ອງການ ພາຍໃນ, ນຳໃຊ້ ມາດຕະການ ທີ່ເຂັ້ມ ແຂງ ກວ່າເກົ່າ ເພື່ອຊຸກຍູ້ ໃຫ້ການຜະລິດ ຄືນໃໝ່ ໃນສັງຄົມ ບັນລຸ ການ ໝູນວຽນທີ່ດີ. ບົດຄວາມ ຊີ້ອອກວ່າ: ຕ້ອງເລັ່ງສ້າງ ລະບົບ ອຸດສາຫະກຳ ທີ່ທັນສະໄໝ. ສປ ຈີນ ມີລະບົບ ອຸດສາຫະກຳ ທີ່ຄົບຊຸດ ທີ່ສຸດ ແລະ ມີຕະ ຫລາດ ຄວາມຕ້ອງການ ພາຍໃນ ທີ່ມີກຳລັງ ບົ່ມຊ້ອນໃຫຍ່ ທີ່ສຸດ ຢູ່ໃນ ໂລກ, ຕ້ອງຍົກສູງ ຄວາມເຂັ້ມແຂງ ແລະ ລະດັບ ຄວາມໝັ້ນຄົງ ຂອງ ຕ່ອງໂສ້ ອຸດສາຫະກຳ ແລະ ຕ່ອງໂສ້ ການສະໜອງ ຢ່າງແທ້ຈິງ, ເລັ່ງແກ້ ໄຂຈຸດ ອ່ອນ ແລະ ເສີມຂະຫຍາຍ ຈຸດດີ ໃຫ້ກ້າວໜ້າ ຕື່ມອີກ. ບົດຄວາມ ລະບຸຕື່ມວ່າ: ຕ້ອງອອກແຮງ ຫລາຍກວ່າເກົ່າ ເພື່ອດຶງດູດ ແລະ ນຳໃຊ້ທຶນຕ່າງ ປະເທດ, ຕ້ອງຮັກ ສາທຶນ ຕ່າງປະເທດ ທີ່ມີຄຸນນະພາບດີ ແລະ ມີຢູ່ແລ້ວນັ້ນ ໄວ້ໃຫ້ໄດ້, ຕ້ອງດຶງດູດທຶນ ຕ່າງປະເທດ ທີ່ມີຄຸນນະ ພາບສູງ ໃຫ້ຫລາຍກວ່າເກົ່າ, ພ້ອມທັງຍົກສູງ ຄຸນນະພາບ ແລະ ລະດັບ ການຮ່ວມມື ດ້ານການລົງທຶນ ແລະ ການຄ້າ.ບົດຄວາມ ຍັງລະບຸຕື່ມວ່າ: ຕ້ອງປ້ອງກັນ ແລະ ແກ້ໄຂ ຄວາມສ່ຽງ ດ້ານເສດຖະກິດ ການເງິນ ທີ່ໜັກ ໜ່ວງ ຢ່າງມີປະສິດ ທິຜົນ. ຕ້ອງຍຶດໝັ້ນ ແກ້ໄຂ ໃຫ້ເຖິງຖອງ, ແກ້ໄກ້ ບັນຫາ ໄລຍະສັ້ນ ແລະ ໄລຍະຍາວ, ຍຶດໝັ້ນ ບໍ່ໃຫ້ເກີດຄວາມສ່ຽງ ທີ່ມີລັກ ສະນະ ເປັນລະບົບ. ບົດຄວາມ ​ໄດ້ເນັ້ນໜັກ ຕື່ມວ່າ: ປີ 2023 ຍັງມີວຽກງານ ສຳຄັນ ຫລາຍຢ່າງ ຕ້ອງເຮັດ ເຊັ່ນ: ຕ້ອງຊຸກຍູ້ ການພັດທະນາ ຊົນນະບົດ ໃຫ້ຈະເລີນ ຢ່າງຮອບດ້ານ, ປ້ອງກັນບໍ່ໃຫ້ເກີດ ສະພາບການ ກັບຄືນສູ່ ຄວາມ ທຸກຍາກ ຂະໜາດໃຫຍ່ ຢ່າງເດັດຂາດ. ຊຸກຍູ້ ການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃຫ້ພັດທະນາ ດ້ວຍຄຸນນະ ພາບສູງ, ຊຸກຍູ້ ການ ພັດທະນາ ເສດຖະກິດ ສັງຄົມ ຫັນໄປຕາມ ທິດສີຂຽວ ແລະ ອື່ນໆ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version