Home ຂ່າວຕ່າງປະເທດ ໄທ ຈະເກັບຄ່າເຂົ້າເມືອງກັບນັກທ່ອງທ່ຽວຕ່າງປະເທດ ໃນຕົ້ນເດືອນມິຖຸນານີ້

ໄທ ຈະເກັບຄ່າເຂົ້າເມືອງກັບນັກທ່ອງທ່ຽວຕ່າງປະເທດ ໃນຕົ້ນເດືອນມິຖຸນານີ້

0

ສຳນັກຂ່າວຊິນຮວາ ຂອງ ສປ ຈີນ, ທ່ານ ພິພັດ ຣັດຊະກິດປະການ, ລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ກິລາໄທ ກ່າວວ່າ: ກອງປະຊຸມຄະນະລັດຖະບານ ທີ່ຈັດຂຶ້ນເມື່ອ​ບໍ່​ດົນ​ມາ​ນີ້ໄດ້ອະນຸມັດຂໍ້ສະເໜີ ກ່ຽວກັບການເກັບຄ່າເຂົ້າເມືອງ ກັບນັກທ່ອງທ່ຽວຕ່າງປະເທດ ທີ່ສະເໜີໂດຍຄະນະກຳມະການນະໂຍບາຍການທ່ອງທ່ຽວແຫ່ງຊາດໄທ ກ່ອນໜ້ານີ້ ແລະ ຈະປະຕິບັດຢ່າງເປັນທາງການ ນັບແຕ່ວັນທີ 1 ມິຖຸນາປີນີ້ ເປັນຕົ້ນໄປ. ການເກັບຄ່າເຂົ້າເມືອງໄດ້ແບ່ງເປັນ 2 ປະເພດ ຄື: ສຳລັບນັກທ່ອງທ່ຽວຕ່າງປະເທດ ທີ່ເຂົ້າເມືອງໂດຍຜ່ານທາງອາກາດແມ່ນເກັບ 300 ບາດຕໍ່ຄົນ, ສ່ວນນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າເມືອງໂດຍຜ່ານທາງບົກ ແລະ ທາງນ້ຳແມ່ນເກັບ 150 ບາດຕໍ່ຄົນ. ກະຊວງການທ່່ອງທ່ຽວ ແລະ ກິລາໄທ ແຈ້ງໃຫ້ຮູ້ວ່າ: ຄ່າເຂົ້າເມືອງທີ່ຈ່າຍໂດຍນັກທ່ອງທ່ຽວຕ່າງປະເທດຈະຖືກໃຊ້ເປັນຄ່າໃຊ້ຈ່າຍໃນຫລາຍດ້ານ ເຊັ່ນ: ຄ່າປະກັນໄພ ຂອງນັກທ່ອງທ່ຽວໃນໄລຍະຢູ່ໄທ, ຄ່າອະນາໄມ ແລະ ຄ່າຊຸກຍູ້ການພັດທະນາທຸລະກິດການທ່ອງທ່ຽວເປັນຕົ້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version