Home ຂ່າວຕ່າງປະເທດ ກອງປະຊຸມເວທີປຶກສາຫາລືວັດທະນະທຳສາກົນ ໝີແພນດາຄຳ 2025 ຈັດຂຶ້ນຢູ່ນະຄອນເສີງຕູ່ ຈີນ

ກອງປະຊຸມເວທີປຶກສາຫາລືວັດທະນະທຳສາກົນ ໝີແພນດາຄຳ 2025 ຈັດຂຶ້ນຢູ່ນະຄອນເສີງຕູ່ ຈີນ

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຕອນເຊົ້າວັນທີ 13 ກັນຍາ ນີ້, ກອງປະຊຸມເວທີປຶກສາຫາລືວັດທະນະທຳສາກົນ ໝີແພນດາຄຳ 2025 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນທ່ຽນຝູ ນະຄອນເສີງຕູ່ ແຂວງເສສວນ ຈີນ. ທ່ານ ຫລີຊູເຫລີຍ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມເວທີປຶກສາຫາລືດັ່ງກ່າວ.

ໃນຖານະເປັນໜຶ່ງໃນກິດຈະກຳສຳຄັນຂອງລາງວັນໝີແພນດາຄຳ, ກອງປະຊຸມເວທີປຶກສາຫາລື ຄັ້ງນີ້ມີຫົວຂໍ້ “ອະລິຍະທຳເຕົ້າໂຮມກັນ, ບຸກເບີກອະນາຄົດ”, ໄດ້ເຊື້ອເຊີນແຂກທີ່ມີກຽດຂອງຈີນ ແລະ ຕ່າງປະເທດ 780 ກວ່າທ່ານ ເຂົ້າຮ່ວມ, ເພື່ອແລກປ່ຽນສິລະປະ, ແບ່ງປັນທັດສະນະ ແລະ ຊຸກຍູ້ການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງ ອະລິຍະທຳຕ່າງໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version