Home ຂ່າວຕ່າງປະເທດ ນູແວນເຊລັງ ຮັບການຊ່ວຍເຫລືອຈາກສາກົນ ຫລັງຜະເຊີນກັບ ພາຍຸໄຊໂຄລນ

ນູແວນເຊລັງ ຮັບການຊ່ວຍເຫລືອຈາກສາກົນ ຫລັງຜະເຊີນກັບ ພາຍຸໄຊໂຄລນ

0

ຕາມ​ຂ່າວ​ຈາກໂອກ​ແລນ (AUCKLAND), ວັນ​ທີ 16 ​ກຸມພາ​ນີ້ ນູ​ແວນ​ເຊ​ລັງ ພວມ​ຮັບການ​ຊ່ວຍ​ເຫລືອ​ຈາກ​ສາກົນ ​ໃນ​ເບື້ອງ​ຕົ້ນ ຫລັງ​ຈາກຜະ​ເຊີນ​ກັບພາຍຸ​ໄຊ​ໂຄລນແກ​ບຣຽນ (Gabrielle) ສ້າງ​ຄວາມ​ເສຍ​ຫາຍຢ່າງ​ໜັກໃຫ້​ແກ່​ເກາະ​ເໜືອ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ 5 ຄົນ, ສູນຫາຍ 100 ຄົນ ​ແລະ ບໍ່​ມີ​ທີ່ຢູ່​ອາ​ໄສອີກ 10.500 ຄົນ.

ປັດຈຸບັນກອງທັບອາກາດນູແວນເຊລັງ ​ໄດ້​ສົ່ງ​ເຮືອບິນເຮີຣີກົບ​​ແຕ້ລຳ​ລຽນ​ອາຫານ, ນ້ຳ ​ແລະ ​ເຊື້ອ​ເພີງໃຫ້​ແກ່​ເມືອງ​ທີ່​ຖືກ​ ຕັດ​ຂາດ. ຂະນະ​ທີ່ ທ່ານ ຄຣີສ ຮິບ ​ກິ​ນສ (Chris Hipkins), ນາຍົກ ລັດຖະມົນຕີ ນູ​ແວນ​ເຊ​ລັງ ​ເລັ່ງຟື້ນ​ຟູສາທາລະນູປະໂພກ ​ໃຫ້​ນຳ​ໃຊ້​ໄດ້​ປົກກະຕິ​ໂດຍ​ໄວທີ່​ສຸດ ​ໂດຍ​ເລັ່ງສ້ອງ​​ແປງ​ໄຟຟ້າ ​ແລະ ​ນ້ຳ​ປະປາ ລວມທັງ​ເຮືອນ​ປະຊາຊົນ ທີ່​ໄດ້​ຮັບ​ ຄວາມ​ເສຍ​ຫາຍຫລາຍ​ຫລັງ ໂດຍມີການຄິດໄລ່ຄວາມ​ເສຍ​ຫາຍ​ ປະມານ 5.000-10.000 ລ້ານ​ໂດ​ລາ ນູ​ແວນ​ເຊ​ລັງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version