Home ຂ່າວການເມືອງ ຫາລືການປະສານງານ-ຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຕໍ່ແມ່ຍິງ

ຫາລືການປະສານງານ-ຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຕໍ່ແມ່ຍິງ

0

ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ຈັດກອງປະຊຸມປຶກສາຫາລືລະດັບຊາດ ໃນວັນທີ 14 ກຸມ ພາ 2023 ທີ່ນະຄອນຫລວງວຽງຈັນ ເພື່ອປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດແນະນຳຂອງອາຊຽນ ສໍາລັບການພັດທະນາຄູ່ມືມາດຕະຖານການດໍາເນີນງານ(SOPs) ສໍາລັບການປະ ສານງານການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ຈາກຄວາມຮຸນແຮງຕໍ່ແມ່ຍິງ ໂດຍໄດ້ສະໜອງຂໍ້ສະເໜີ ແລະ ຄໍາຄິດຄໍາເຫັນອັນມີຄຸນຄ່າ ສໍາລັບແນວທາງປະຕິບັດທີ່ເປັນມິດກັບຜູ້ນໍາໃຊ້, ມີຄວາມເຂົ້າໃຈ ແລະ ສາມາດປະຕິບັດໄດ້ສໍາລັບປະເທດສະມາຊິກອາຊຽນ.

ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວວ່າ: ສປປ ລາວ ແລະ ບັນດາປະເທດສະມາຊິກອາຊຽນ ໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໝາຍອັນໜັກແໜ້ນ ເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ. ໃນລະດັບປະເທດ, ບົດແນະນໍາຂອງອາຊຽນຈະຊ່ວຍໃຫ້ທິດທາງໃນການພັດທະນາ SOP ໃນລະດັບປະເທດ ກ່ຽວກັບມາດຕະຖານການປະຕິບັດ ສໍາລັບຜູ້ໃຫ້ບໍລິການດ້ານສັງຄົມ, ສຸຂະພາບ ແລະ ຄວາມຍຸຕິທໍາ ເພື່ອແກ້ໄຂກໍລະນີຄວາມຮຸນແຮງຕໍ່ແມ່ຍິງ ທີ່ເອົາໃຈໃສ່ບົດບາດຍິງ-ຊາຍ, ພ້ອມທັງຄໍາແນະນໍາສໍາລັບການບໍລິການ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ/ຜູ້ລອດຊີວິດ ໂດຍໄດ້ເອົາບົດຮຽນທີ່ຖອດຖອນໄດ້ຈາກ ສປປ ລາວ. ເພື່ອເຮັດໃຫ້ການຊ່ວຍເຫລືອຜູ້ຖືກເຄາະຮ້າຍມີປະສິດທິພາບທີ່ສຸດ, ການປະສານງານການຊ່ວຍເຫລືອ ຜູ້ຖືກເຄາະຮ້າຍ/ຜູ້ລອດຊີວິດ ຈາກຄວາມຮຸນແຮງຕໍ່ແມ່ຍິງ ຕ້ອງມີມາດຕະຖານການດໍາເນີນງານທີ່ຈະແຈ້ງ, ສອດຄ່ອງກັບຄໍາແນະນໍາຂອງສາກົນ ກ່ຽວກັບການໃຫ້ການຊ່ວຍເຫລືອ ແບບມີການປະ ສານງານກັນຢ່າງມີຄຸນະພາບ.

ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າຂອງ UNFPA ປະຈໍາ ສປປ ລາວ ກ່າວວ່າ: ການມີ SOP ຈະຊ່ວຍສ້າງສະພາບແວດລ້ອມທີ່ປອດໄພກວ່າ, ເພື່ອຮັບປະກັນວ່າທຸກໆປະຕູທີ່ຜູ້ລອດຊີວິດມາເຄາະ ເພື່ອຂໍຄວາມຊ່ວຍເຫລືອ ຈະແມ່ນປະຕູທີ່ຖືກຕ້ອງ ທີ່ສາມາດເຂົ້າເຖິງການບໍລິການສະເໝີ. SOP ເຮັດໃຫ້ຜູ້ໃຫ້ບໍລິການສາມາດສະໜອງການເບິ່ງແຍງ ທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ແລະ ຖືເອົາຜູ້ລອດຊີວິດເປັນໃຈກາງ. ຜ່ານມາ ສປປ ລາວ ໄດ້ຮັບຮອງ SOP ຂອງສາມຂະແໜງການພາຍໃນ 1 ປີ ແລະ ນີ້ແມ່ນການຢັ້ງຢືນເຖິງຄວາມໝາຍໝັ້ນ ທີ່ຄວນເອົາເປັນແບບຢ່າງຂອງລັດຖະບານລາວ ໃນການຕໍ່ສູ້ເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ.

ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ແມ່ນການລະເມີດສິດທິມະນຸດ ແລະ ສິດເສລີພາບ ຂອງແມ່ຍິງທີ່ແຜ່ຫລາຍ ແຕ່ຍັງເຫັນສໍາຄັນໜ້ອຍທີ່ສຸດໃນໂລກ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊີວິດຂອງແມ່ຍິງສູງເຖິງ 1 ໃນ 3 ຄົນ. ຂໍ້ມູນປັດຈຸບັນຊີ້ໃຫ້ເຫັນວ່າໃນພາກພື້ນອາຊີຕາເວັນອອກສຽງໃຕ້ ມີອັດຕາການແຜ່ຫລາຍຂອງການໃຊ້ຄວາມຮຸນແຮງ ທີ່ເກີດຈາກຄູ່ຮັກເຖິງ 37% ແລະ ຄວາມຮຸນແຮງທີ່ບໍ່ແມ່ນຈາກຄູ່ຮັກມີເຖິງ 40%. ເມື່ອທຽບກັບ ສປປ ລາວ ຕົວເລກດັ່ງກ່າວແມ່ນຢູ່ໃນລະດັບໃກ້ຄຽງກັນ ໂດຍແມ່ຍິງປະມານ 1 ໃນ 3 ເຄີຍປະສົບກັບຄວາມຮຸນແຮງ ທາງຮ່າງກາຍ, ທາງເພດ ຫລື ທາງຈິດໃຈ ຍ້ອນຄູ່ຄອງຜູ້ປັດຈຸບັນ ຫລື ອະດີດຄູ່ຄອງຂອງຕົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version