Home ທ່ອງທ່ຽວ ນ້ຳຕົກຕາດແກ້ງກຸ

ນ້ຳຕົກຕາດແກ້ງກຸ

0

ນໍ້າຕົກຕາດແກ້ງກຸ ຕັ້ງຢູ່ເຂດບ້ານປ່າສັກ ເມືອງວາປີແຂວງສາລະວັນ, ຫ່າງຈາກເທດສະບານເມືອງດັ່ງກ່າວໄປປະມານ 8 ກິໂລແມັດ, ຕາມຕໍານານໄດ້ເລົ່າຂານກັນວ່າ ແຕ່ກ່ອນມີຄອບຄົວພໍ່ເຖົ້າກຸ ຊຶ່ງເປັນຄອບຄົວທີ່ທຸກຍາກ ໄດ້ມາຕັ້ງຖິ່ນຖານຢູ່ແຄມນໍ້າເຊໂດນ ທີ່ອຸດົມສົມບູນແຫ່ງນີ້. ແຕ່ລະມື້ ພໍ່ເຖົ້າກຸ ພ້ອມຄອບຄົວ ໄດ້ອາໄສທໍາມາຫາກິນດ້ວຍການລົງຫາປາຢູ່ຕາມແກ້ງດັ່ງກ່າວ,ແຕ່ມີມື້ໜຶ່ງພໍ່ເຖົ້າກຸໄດ້ລົງໄປຫາປາຢູ່ໃນ ແກ້ງພຽງລໍາພັງ, ໃນຂະນະທີ່ເພິ່ນແນມເຫັນປາຢູ່ໃນນໍ້ານັ້ນ, ຊໍ້າພັດໂຊກຮ້າຍ ຍ່າງໝື່ນກ້ອນຫີນຈົນລົ້ມລົງແກ້ງ ແລະ ເຮັດໃຫ້ເພິ່ນເສຍຊີວິດຄາທີ່. ຫຼາຍປີຜ່ານມາ ດ້ວຍຄວາມເຄົາລົບນັບຖືພໍ່ເຖົ້າກຸ. ປະຊາຊົນ ພາຍໃນບ້ານ ຈຶ່ງພາກັນເອີ້ນແກ້ງ ກໍຄືນໍ້າຕົກຕາດແຫ່ງນີ້ວ່າ ແກ້ງກຸ ຫຼື ນໍ້າຕົກຕາດແກ້ງກຸຈົນມາຮອດປັດຈຸບັນນີ້

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version