Home ບຸນປະເພນີ ໄຊຍະບູລີ ຝຶກຊ້ອນກະກຽມມະຫະກໍາບຸນຊ້າງ ປະຈໍາປີ 2023

ໄຊຍະບູລີ ຝຶກຊ້ອນກະກຽມມະຫະກໍາບຸນຊ້າງ ປະຈໍາປີ 2023

0

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 15 ກຸມພາ 2023 ທີ່ສະໝາມຫລວງແຂວງໄຊຍະບູລີ ໄດ້ຝຶກຊ້ອນໃຫ້ແກ່ມະຫະກໍາບຸນຊ້າງ ປະຈໍາປີ 2023 ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າພະ ແນກການ ພ້ອມດ້ວຍຄູຝຶກຈາກກ້ອນກຳລັງຕ່າງໆ ທີ່ຈະໄດ້ເຂົ້າຮ່ວມມະຫະກໍາບຸນຊ້າງ ເຂົ້າຮ່ວມ.

ການຝຶກຊ້ອມໃນຄັ້ງນີ້, ເພື່ອກຽມພ້ອມໃຫ້ແກ່ງານດັ່ງກ່າວ ທີ່ຈະໄດ້ຈັດຂຶ້ນໃນວັນທີ 18 ກຸມພາ 2023. ໃນນັ້ນ, ການຝຶກຊ້ອມປະກອບມີ ການສະແດງສິລະປະວັນນະຄະດີ 4 ລາຍການ ບົດຟ້ອນ 8 ເຜົ່າ, ຟ້ອນປະສານງານມະຫະກໍາບຸນຊ້າງ ແລະ ບົດຟ້ອນເຊີ້ງບັ້ງໄຟ, ຂະບວນປ້າຍສັນຍາລັກບຸນຊ້າງ, ຂະບວນປ້າຍມະຫະກໍາບຸນຊ້າງ ປະຈໍາປີ 2023, ຂະບວນທຸງຊາດທຸງທິວ, ຂະບວນພາຂວັນຊ້າງ, ເຖົ້າແກ່ແນວໂຮມ, ຂະບວນຕາງໜ້າ 8 ເຜົ່າ, ຂະບວນຊ້າງຈໍານວນ 75 ໂຕ ປະສານສຽງເປົ່າສະໄນ ແລະ ຂະບວນກ້ອນແຫ່ຂອງ 11 ເມືອງ. ພ້ອມກັນນີ້, ຍັງມີການສະແດງກິດຈະກໍາຂອງຊ້າງຄໍາຮູ້ ຕື່ມອີກ.

ຂ່າວ-ພາບ: ຄໍາໝັ້ນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version