Home ຂ່າວຕ່າງປະເທດ ອິນໂດເນເຊຍ ຈະຈັດເວທີປາໄສການທ່ອງທ່ຽວອາຊຽນ 2023

ອິນໂດເນເຊຍ ຈະຈັດເວທີປາໄສການທ່ອງທ່ຽວອາຊຽນ 2023

0

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ: ອິນ​ໂດ​ເນ​ເຊຍ ຈະ​ຈັດ​ເວທີ​ປາ​ໄສ​ການທ່ອງທ່ຽວອາຊຽນ 2023 ແລະ ງານຕະຫລາດນັດ TRAVEX, ຢູ່ນະຄອນ Yogyakarta, ອິນໂດເນເຊຍ ລະຫວ່າງ ວັນທີ 2–5 ກຸມພານີ້ ພາຍ​ໃຕ້ຫົວຂໍ້: “ອາຊຽນ: ການເດີນທາງ ໄປຍັງສະຖານທີ່ທ່ອງທ່ຽວທີ່ສຸດຍອດ” ໃນຂອບເຂດເວທີປາໄສດັ່ງກ່າວຈະດຳເນີນຫລາຍການເຄື່ອນໄຫວ ສຳຄັນຄື: ກອງປະຊຸມລັດຖະມົນຕີການທ່ອງທ່ຽວອາຊຽນ+3 (ຍີ່ປຸ່ນ, ສ.ເກົາຫລີ, ສປ ຈີນ) ຄັ້ງທີ 22; ກອງປະຊຸມ ລັດຖະມົນຕີການທ່ອງທ່ຽວອາຊຽນ ພ້ອມກັບບັນດາຄູ່ຮ່ວມມື; ພິທີມອບລາງວັນການທ່ອງທ່ຽວອາຊຽນ; ກອງປະຊຸມ ຖະແຫລງຂ່າວບັນດາລັດຖະມົນຕີການທ່ອງທ່ຽວອາຊຽນ ພ້ອມດ້ວຍຫລາຍກິດຈະກຳອື່ນໆ ອີກ. ສຳລັບ ສສ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມຖະແຫລງຂ່າວ ແນະນຳກ່ຽວກັບສະພາບ ການພັດທະນາ, ກົນໄກນະໂຍບາຍ, ຜະລິດຕະພັນ, ການທ່ອງທ່ຽວ ພາຍຫລັງພະຍາດລະບາດໂຄວິດ-19; ການກຳນົດທິດການຕະຫລາດ, ຜະລິດຕະພັນ ທີ່ເໝາະສົມກັບ ສະພາບການໃໝ່; ການໂຄສະນາ ກ່ຽວກັບຮູບພາບ, ການຢັ້ງຢືນຈຸດຢືນ, ສານຂອງການທ່ອງທ່ຽວຫວຽດນາມ ຜ່ານຫົວເລື່ອງ “ຫວຽດນາມ-Timeless Charm” ແລະ ບັ້ນໂຄສະນາ “Live fully in Viet Nam”./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version