Home ທ່ອງທ່ຽວ ສວນຊາ 36 ທຸລະກິດດີເດັ່ນ ປະກອບສ່ວນສ້າງຊື່ສຽງໃຫ້ແກ່ຜະລິດຕະພັນຊາຈາກປະເທດລາວ

ສວນຊາ 36 ທຸລະກິດດີເດັ່ນ ປະກອບສ່ວນສ້າງຊື່ສຽງໃຫ້ແກ່ຜະລິດຕະພັນຊາຈາກປະເທດລາວ

0

ບໍລິສັດ ລາວທີຊິກມາເນີ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຫຼື ເອີ້ນອີກຢ່າງໜຶ່ງວ່າ “ສວນຊາ 36” ແມ່ນໜຶ່ງໃນ 80 ຫົວໜ່ວຍທຸລະກິດທີ່ໄດ້ຮັບການຄັດເລືອກຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ເປັນທຸລະ ກິດຊັ້ນນໍາດີເດັ່ນ ປະຈໍາປີ 2022, ເຊີ່ງມີພິທີມອບ-ຮັບລາງ ວັນຢ່າງເປັນທາງການໃນວັນທີ 23 ມັງກອນ 2023 ທີ່ນະ ຄອນຫລວງວຽງຈັນ. ນີ້ຖືເປັນປີທີ 2 ຕິດຕໍ່ກັນທີ່ສວນຊາ 36 ໄດ້ຮັບລາງວັນດັ່ງກ່າວ, ຫລັງຈາກທີ່ເຄີຍໄດ້ຮັບມາແລ້ວໃນປີ 2021.

ທ່ານ ນາງ ຢວນທຽນ (YUANTIAN), ຜູ້ຈັດການທົ່ວໄປ ບໍລິສັດ ລາວທີຊິກມາເນີ ການຄ້າຂາອອກ-ຂາເຂົ້າຈໍາກັດຜູ້ດຽວ ໃຫ້ສໍາພາດວ່າ: ສວນຊາ 36 ຕັ້ງຢູ່ເມືອງປາກຊ່ອງ, ແຂວງຈໍາປາສັກ ເຊີ່ງເປັນເຂດພູພຽງບໍລິເວນ, ເປັນເຂດດິນພູເຂົາໄຟເຊິ່ງເໝາະສົມໃນການປູກຊາທີ່ມີລົດຊາດດີເປັນພິເສດ. ປັດຈຸບັນ ສວນຊາ 36 ມີເນື້ອທີ່ທັງໝົດ 150 ເຮັກ ຕາ, ມີຕົ້ນຊາບູຮານຫາຍາກຕາມທໍາມະຊາດທີ່ມີອາຍຸພັນປີ, ຫລາຍຮ້ອຍປີ ແລະ ອື່ນໆ ຫລາຍກວ່າ 1 ແສນຕົ້ນທີ່ໄດ້ອະ ນຸລັກຮັກສາເປັນຊາທໍາມະຊາດທີ່ປາສະຈາກສານເຄມີ, ທັງສ້າງສິ່ງແວດລ້ອມເພື່ອໃຫ້ເຂດນີ້ເປັນເຂດນິເວດວິທະຍາສີຂຽວ ແລະ ອຸດົມສົມບູນດີ. ນອກຈາກນີ້ ຍັງເປັນການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນທີ່ຢູ່ເຂດໃກ້ຄຽງ ເຊີ່ງປັດຈຸບັນ ຢູ່ສວນມີພະນັກງານ-ກໍາມະກອນ ປະຈໍາ 40 ກວ່າຄົນ. ນອກຈາກນີ້ ຍັງມີແຮງງານທີ່ມາຮັບຈ້າງເກັບຊາເປັນແຕ່ລະໄລຍະຕື່ມອີກ.

ປັດຈຸບັນ ຜະລິດຕະພັນຊາທີ່ຜະລິດຢູ່ສວນຊາ 36 ປະ ກອບມີ 4 ປະເພດ ຄື: ຊາແດງ, ຊາຂຽວ, ຊາຂາວ ແລະ ຊາດິບ, ທັງ 4 ປະເພດລວມມີທັງໝົດ 17 ຊະນິດ ທີ່ມີຂັ້ນຕອນການຜະລິດ ຫລື ການປຸງແຕ່ງທີ່ແຕກຕ່າງກັນ. ໃນນີ້ ໄດ້ຮັບຄວາມນິຍົມຫລາຍກວ່າໝູ່ແມ່ນຊາແດງ, ເຊີ່ງຊາຊະ ນິດນີ້ເຄີຍໄດ້ຮັບຫຼຽນຄໍາ ຫລື ລາງວັນຊະນະເລີດການແຂ່ງຂັນຊາໂລກ 2021 (World Tea Championship 2021) ທີ່ຈັດຂຶ້ນຢູ່ນະຄອນນິວຢອກ, ສະຫະລັດອາເມລິ ກາ. ສ່ວນຕະຫລາດຈໍາໜ່າຍ, ນອກຈາກມີຕະຫລາດຈໍາໜ່າຍຢູ່ບັນດາແຂວງໃຫຍ່ໃນລາວ ເປັນຕົ້ນ: ນະຄອນ ຫລວງວຽງຈັນ, ສະຫວັນນະເຂດ, ຈໍາປາສັກ, ຫລວງພະບາງ ແລະ ອື່ນໆ, ຍັງມີສາຂາຈໍາໜ່າຍຊາຢູ່ ສປ ຈີນ, ກໍາປູເຈຍ ແລະ ອັງກິດ, ສ່ວນຢູ່ໄທພວມຢູ່ໃນຂັ້ນຕອນເຈລະ ຈາກັນຢູ່.

ທ່ານ ນາງ ຢວນທຽນ ໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາ, ສວນຊາ 36 ໄດ້ສົ່ງຜະລິດຕະພັນຊາຂອງຕົນເຂົ້າຮ່ວມວາງສະ ແດງທັງຢູ່ໃນລາວ ແລະ ງານວາງສະແດງຊາສາກົນຢູ່ຕ່າງປະເທດທຸກລະດັບຢ່າງຕໍ່ເນື່ອງ, ໃນນີ້ ສະເພາະລະດັບສາ ກົນ, ຫລ້າສຸດ ໃນຕົ້ນເດືອນພະຈິກ ປີ 2022, ສວນຊາ 36 ແມ່ນຫົວໜ່ວຍທຸລະກິດໜຶ່ງດຽວທີ່ເປັນຕົວແທນຜະລິດ ຕະພັນຊາ ຈາກ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນ ຄ້ານຳເຂົ້າສາກົນຈີນ ຄັ້ງທີ 5 (CIIE) ທີ່ຈັດຂຶ້ນຢູ່ນະຄອນຊຽງໄຮ້, ສປ ຈີນ ເຊີ່ງຖືເປັນຄັ້ງທີ 4 ທີ່ສວນຊາ 36 ເຂົ້າ ຮ່ວມງານວາງສະແດງດັ່ງກ່າວ ເຫັນວ່າໄດ້ຮັບການຕອບຮັບເປັນຢ່າງດີ ໂດຍສະເພາະຜູ້ບໍລິໂພກຊາພາຍໃນປະເທດຈີນ ເຮັດໃຫ້ຕ່າງປະເທດໄດ້ຮັບຮູ້ຜະລິດຕະພັນຊາຈາກ ສປປ ລາວ ນັບມື້ກວ້າງຂວາງກວ່າເກົ່າ.

ຢ່າງໃດກໍຕາມ ເພື່ອເຮັດໃຫ້ຜະລິດຕະພັນຊາຈາກສວນຊາ 36 ນັບມື້ເປັນທີ່ຮູ້ຈັກຢ່າງກວ້າງຂວາງ ກໍຄື ການຂະ ຫຍາຍຕະຫລາດຈໍາໜ່າຍໃຫ້ຫລາຍຂຶ້ນກວ່າເກົ່າ, ໃນຕໍ່ໜ້າ ບໍລິສັດ ລາວທີຊິກມາເນີ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຈະສືບຕໍ່ຫາທາງຂະຫຍາຍຕະຫລາດຈໍາໜ່າຍໄປຫລາຍປະເທດ ເປັນຕົ້ນ: ໄທ ແລະ ອີກຫລາຍປະເທດໃນອາ ຊຽນ, ບັນດາປະເທດໃນເອີລົບ ແລະ ອື່ນໆ. ສ່ວນຢູ່ພາຍໃນປະເທດລາວ ຈະສືບຕໍ່ສົ່ງໄປຈໍາໜ່າຍໃຫ້ຄົບໃນທຸກແຂວງທົ່ວປະເທດ, ໃນນີ້ ລວມເຖີງຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ແລະ ເຂດເສດຖະກິດພິເສດສາມຫລ່ຽມຄໍາ. ນອກຈາກນີ້ ຍັງມີແຜນສ້າງສວນຊາ 36 ເປັນເຂດທ່ອງທ່ຽວ ເພື່ອໃຫ້ນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວຊົມຕົ້ນຊາພັນປີຢູ່ສວນ ແລະ ຮັບຮູ້ວ່າຢູ່ລາວກໍ່ມີຊາທໍາມະຊາດທີ່ມີເອກະລັກສະເພາະຄືກັບຫລາຍປະເທດໃນໂລກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version