Home ຂ່າວໜ້າໜຶ່ງ ເທດສະການດອກງິ້ວບານປະຈໍາປີ 2023 ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ

ເທດສະການດອກງິ້ວບານປະຈໍາປີ 2023 ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ

0

ງານເທດສະການດອກງິ້ວບານ ຄັ້ງທີ XX ປະຈໍາປີ 2023 ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 27 ມັງກອນນີ້ ທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມ​ສະຫົງບ, ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ປະທານກຸ່ມບໍລິສັດ ດອກງິ້ວຄໍາ ຈຳກັດ ມີບັນດາການນໍາພັກ-ລັດ ຈາກສູນກາງ ແລະ ແຂກ ຈາກ ສປ ຈີນ, ສສ ຫວຽດນາມ, ຣາຊະນາຈັກໄທ, ສສ ມຽນມາ, ນັກທຸລະກິດ, ປະຊາຊົນຊາວແຂວງບໍ່ແກ້ວ ແລະ ມວນຊົນຜູ້ເຂົ້າຮ່ວມ.

ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ຫົວໜ້າຄະນະຮັບຜິດຊອບການກະກຽມຈັດງານເທດສະການດອກງິ້ວບານໄດ້ກ່າວວ່າ: ຈຸດປະສົງສໍາຄັນຂອງການຈັດງານຄັ້ງນີ້ ເພື່ອແນໃສ່ເປັນການອະນຸລັກຮັກສາ ແລະ ເສີມຂະຫຍາຍສີລະປະ, ວັດທະນະທໍາ,​ ການນຸ່ງຖື, ແບບແຜນວິຖີຊີວິດ ກໍຄືຮີດຄອງປະເພນີອັນດີງາມ ຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງບໍ່ແກ້ວ ລວມທັງການເຊື່ອມໂຍງເຂົ້າກັບວັດທະນະທໍາ-ອາລິຍະທໍາອັນດີງາມຂອງຊາດ, ເພື່ອໃຫ້ບັນດານັກທ່ອງທ່ຽວໄດ້ທ່ຽວຊົມ ແລະ ສໍາຜັດກັບຄວາມສວຍສົດງົດງາມທີ່ເປັນເອກະລັກພິເສດຂອງຕົ້ນງິ້ວ ກໍຄືດອກງິ້ວກໍາລັງເບັ່ງບານ ທີ່ເຕັມໄປດ້ວຍຄຸນຄ່າທາງດ້ານຊັບພະຍາກອນທໍາມະຊາດອັນອຸດົມສົມບູນ ແລະ ພ້ອມກັນປົກປັກຮັກສາ ແລະ ເປັນການຊຸກຍູ້, ສົ່ງເສີມ, ພັດທະນາ ແລະ ຟື້ນຟູວຽກງານການທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ, ວັດທະນາທໍາ, ຮີດຄອງປະເພນີ, ວິຖີຊີວິດຂອງຊາວແຂວງບໍ່ແກ້ວແບບມີສ່ວນຮ່ວມຂອງຊຸມຊົນ ຕາມຄໍາຂວັນທີ່ວ່າ: “ປະເທດລາວສວຍງາມ” ສ້າງໃຫ້ການທ່ອງທ່ຽວລາວ ເມືອງລາວ, ຮຽນຮູ້ປະຫວັດສາດລາວ, ຊື່ນຊົມທຳມະຊາດ ແລະ ສົ່ງເສີມວັດທະນະທຳ ໃຫ້ມີຄວາມຍືນຍົງ ຕິດພັນກັບການສົ່ງເສີມການຜະລິດ, ການຄ້າ ແລະ ການບໍລິການໃຫ້ມີການຂະຫຍາຍຕົວ, ປະກອບສ່ວນເຮັດໃຫ້ເສດຖະກິດຂອງແຂວງ ແລະ ຂອງຊາດ ໃຫ້ມີບາດກ້າວຂະຫຍາຍຕົວ, ທັງເປັນການສ້າງວຽກເຮັດງານທໍາ, ສ້າງລາຍຮັບ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂຶ້ນ.

ພາຍຫຼັງສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ມີການຜ່ອນຜັນ ແລະ ແນໃສ່ສ້າງຂະບວນການຮອບດ້ານ ເພື່ອຂໍ່ານັບຮັບຕ້ອນວັນບຸນສໍາຄັນຂອງພັກ, ຂອງຊາດ ແລະ ຂອງທ້ອງຖິ່ນ ໂດຍສະເພາະແມ່ນການສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍ່ແກ້ວ ຄົບຮອບ 40 ປີ, ວັນສ້າງຕັ້ງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຄົບຮອບ 16 ປີ ແລະ ເພື່ອປະກອບສ່ວນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ, ຂອງແຂວງ, ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະ ຂະແໜງການຕ່າງໆ ໂດຍສະເພາະແມ່ນວຽກງານທ່ອງທ່ຽວ, ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ. ເພື່ອເຮັດໃຫ້ສັງຄົມທັງພາຍໃນ ໄດ້ຮັບຮູ້ຕໍ່ກັບຜົນສໍາເລັດ ໃນການສ້າງສາພັດທະນາເຂດເສດຖະກິດພິເສດ ຢູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ທີ່ມີທ່ວງທ່າອັນກ້າວໜ້າຂຶ້ນຢ່າງແຂງແຮງ ແລະ ໂດດເດັ່ນ.

ຂ່າວ-ພາບ: ບຸນອູ້ມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version