Home ຂ່າວພາຍໃນ ການປະກວດນາງສາວດອກງິ້ວບານ ແລະ ນາງສາວທ່ອງທ່ຽວລາວ (Miss Tourism Laos 2023) ຈະຈັດຂຶ້ນຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

ການປະກວດນາງສາວດອກງິ້ວບານ ແລະ ນາງສາວທ່ອງທ່ຽວລາວ (Miss Tourism Laos 2023) ຈະຈັດຂຶ້ນຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

0

ປະຈຸບັນຜູ້ຮັບຜິດຊອບແມ່ນກຳລັງດຳເນີນການຄັດເລືອກນາງສາວງາມ ເຊິ່ງວັນທີ 25 ທັນວາ 2022 ຈະແມ່ນມື້ສຸດທ້າຍ ຂອງການຮັບສະໝັກ ນາງສາວທ່ອງທ່ຽວລາວ ການປະກວດນາງສາວທ່ອງທ່ຽວລາວ, ຈຶ່ງຂໍເຊີນຊວນ ຜູ້ທີ່ມີຄວາມສົນໃຈ ຮີບຟ້າວສະໝັກ.

ການປະກວດນາງສາວທ່ອງທ່ຽວລາວແມ່ນ ການຄັດເລືອກນາງສາວງາມຈາກທຸກແຂວງທົ່ວໄປເທດ ເພື່ອຊິງເງິນລາງວັນຫຼາຍເຖິງ 300,000,000 ກີບ ແລະ ນາງສາວດອກງີ້ວບານແມ່ນ ຄັດເລືອກນາງສາວງາມຈາກແຕ່ລະເມືອງໃນແຂວງບໍ່ແກ້ວ ເຊິ່ງໝົດເຂດຮັບສະໝັກວັນທີ 8 ມັງກອນ 2023 ໂດຍເງິນລາງວັນລວມເຖິງ 150,000,000 ກີບ !!!

ການຈັດງານດັ່ງກ່າວເປັນຄັ້ງທຳອິດ ທີ່ຈັດປະກວດນາງສາວງາມ 2 ປະເພດ ພ້ອມກັນ. ນາງສາວທ່ານໃດຫາກມີຄົນສົນໃຈ ຫຼື ທ່ານໃດທີ່ມັກນາງສາວໃດ ຢາກໃຫ້ຜູ້ໃດຊະນະ ກໍໄປຊົມໄປເຊຍກັນໄດ້. ພາຍໃນງານເທດສະການດອກງິ້ວບານ ຍັງມີກິດຈະກຳຫຼາຍຢ່າງເຊັ່ນ:ການແຂ່ງຂັນຊ່ວງເຮືອ 4 ປະເທດ, ການສະແດງສິລະປະ 4 ປະເທດ, ງານເທດສະການດົນຕີດອກງິ້ວສີຄຳ, ງານແຂ່ງຂັນຕີມວຍ, ກິດຈະກຳປ່ອຍໂຄມໄພ 1000 ອັນ, ກິດຈະກຳໄຫລເຮືອໄຟ, ການສະແດງດອກໄມ້ໄຟ ແລະ ອື່ນໆອີກ. ຄຽງຄູ່ກັບຈັດກິດຈະກຳທີ່ເປັນວັດທະນະທຳຂອງທ່ອງຖິ່ນລາວເຮົາ ຍັງມີກິດຈະກຳແບບສາກົນໄປພ້ອມໆກັນ, ທ່ານໃດທີ່ຈະວາງແຜນໄປທ່ຽວ ກໍສາມາດເອົາງານດັ່ງກ່າວເປັນຈຸດໝາຍປາຍທາງຂອງການເດີນທາງໄດ້.

ສົນໃຈຂໍ້ມູນເພີ່ມຕື່ມ ກ່ຽວກັບການແຂ່ງຂັນ ນາງສາວທ່ອງທ່ຽວ ຕິດຕໍ່ເບີ 020-95289975

ສົນໃຈຂໍ້ມູນເພີ່ມຕື່ມ ກ່ຽວກັບການແຂ່ງຂັນ ນາງສາວດອກງີ້ວບານ ຕິດຕໍ່ເບີ 020-59968887

ລາຍລະອຽດເພີ່ມຕື່ມ ສາມາດຕິດຕາມໄດ້ ທີ່ເພຈ

ເຂດເສດຖະກິດພິເສດສາມຫຼ່ຽມຄຳ

#Medialaos#MMD

#ຫ້ອງການຂໍ້ມູນຂ່າວສານ ເຂດເສດຖະກິດພິເສດສາມຫລ່ຽມຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version