Home ຂ່າວພາຍໃນ 26 ມັງກອນ ແຂວງເຊກອງ ມ້າງຄະດີຢາເສບຕິດ 94 ເລື່ອງ ຈັບຜູ້ຕ້ອງຫາໄດ້ 100 ກວ່າຄົນ

26 ມັງກອນ ແຂວງເຊກອງ ມ້າງຄະດີຢາເສບຕິດ 94 ເລື່ອງ ຈັບຜູ້ຕ້ອງຫາໄດ້ 100 ກວ່າຄົນ

0

ຕາມການລາຍງານຂອງທ່ານ ພັນເອກ ທະວີສັກ ເພັດພູຫຼວງ ຮອງຫົວໜ້າກອງບັນຊາການ ປກສ ແຂວງເຊກອງໃຫ້ຮູ້ວ່າ: ໃນປີ 2022 ຜ່ານມາ ແຂວງເຊກອງສາມາດເລີກຮື້ມ້າງຄະດີຢາເສບຕິດໄດ້ 94 ເລື່ອງ, ຈັບຕົວຜູ້ຖືກຫາໄດ້ 108 ຄົນ ແລະ ຢຶດຂອງກາງປະເພດຢາເສບຕິດໄດ້ 86.959 ເມັດ, ພາຫະນະລົດໃຫຍ່ 1 ຄັນ, ລົດຈັກ 31 ຄັນ, ໂທລະສັບ 78 ໜ່ວຍ, ປືນດັດແປງ 2 ກະບອກ, ປືນແກັບ 2 ກະບອກ, ລູກປືນ AK 19 ລູກ, ອຸປະກອນຄວບຄຸມລະເບີດ 2 ອັນ ແລະ ເງິນສົດຈໍານວນໜຶ່ງ.

ພ້ອມນີ້, ໄດ້ລົງເຄື່ອນໄຫວໂຄສະນາກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ 115 ຄັ້ງ ມີຜູ້ເຂົ້າຮ່ວມ 8.597 ຄົນ; ສຶກສາອົບຮົມສ້າງບົດບັນທຶກກ່າວເຕືອນຜູ້ເສບ ແລະ ມົ້ວສຸມຢາເສບຕິດຈໍານວນ 1.687 ຄົນ; ນໍາສົ່ງຜູ້ເສບ ແລະ ມົ້ວສຸມຢາເສບຕິດໄປບໍາບັດຕາມສູນຕ່າງໆ 19 ຄົນ; ຂຶ້ນເປັນຊີເປົ້າໝາຍຄ້າ-ຂາຍຢາເສບຕິດລາຍໃຫຍ່ 2 ຄົນ, ລາຍກາງ 27 ຄົນ, ລາຍຍ່ອຍ 160 ຄົນ; ເປົ້າໝາຍມົ້ວສຸມເສບຢາເສບຕິດຮຸນແຮງ 358 ຄົນ, ປານກາງ 705 ຄົນ, ເລັກນ້ອຍ 848 ຄົນ; ເກັບກໍາຂຶ້ນບັນຊີການສ້າງບ້ານປອດຢາເສບຕິດໄດ້ 71 ບ້ານ ແລະ ຄອບຄົວປອດຢາເສບຕິດ 9.946 ຄອບຄົວ.

ທ່ານຮອງຫົວໜ້າກອງບັນຊາການ ປກສ ແຂວງ ໃຫ້ຮູ້ຕື່ມວ່າ: ເພື່ອສືບຕໍ່ການແກ້ໄຂບັນຫາຢາເສບຕິດໃນປີ 2023 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ກອງບັນຊາການ ປກສ ແຂວງສຸມໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກ ງານ-ນັກຮົບ; ເຄື່ອນໄຫວເຜີຍແຜ່ກົດໝາຍ ວ່າດ້ວຍຢາເສບຕິດ ແລະ ຜົນຮ້າຍຂອງຢາເສບຕິດ; ເພີ່ມທະວີປະສານສົມທົບກັບຂະແໜງການກ່ຽວຂ້ອງ, ປຸກລະດົມສະມາຊິກພັກ, ພະນັກງານ-ລັດຖະກອນ, ອົງການປົກຄອງທ້ອງຖິ່ນ ຕະ ຫຼອດຮອດປະຊາຊົນບັນດາເຜົ່າ ເປັນເຈົ້າການເຂົ້າຮ່ວມແກ້ໄຂບັນຫາຢາເສບຕິດ; ກວດກາປະເມີນຜົນການຄອບຄົວ ແລະ ບ້ານປອດຢາເສບຕິດ ແລະ ສິ່ງສໍາຄັນເຈົ້າໜ້າທີ່ຕ້ອງເປັນເຈົ້າການນໍາໃຊ້ດ້ານກົດໝາຍຢ່າງເຂັ້ມງວດ, ຢຶດໝັ້ນ 3 ຫຼັກການ, ດໍາເນີນຄະດີຕ້ອງຮັບປະກັນຄວາມຊັດເຈນ, ຮັດກຸ່ມ ແລະ ຍຸຕິທໍາ.

#ມີເດຍລາວ#ແຂວງເຊກອງ

#ຂ່າວ-ພາບ: ສັນຍາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version