Home ຂ່າວພາຍໃນ ປີ 2023 ແນວລາວສ້າງຊາດຮັບຮອງເອົາ 6 ແຜນວຽກຈຸດສຸມ

ປີ 2023 ແນວລາວສ້າງຊາດຮັບຮອງເອົາ 6 ແຜນວຽກຈຸດສຸມ

0

ກອງ​ປະຊຸມ​ສາມັນ​ຄົບ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ຄັ້ງ​ທີ 2 ສະ ໄໝ​ທີ XI ໄດ້​ປິດລົງຢ່າງຈົບງາມ ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 2 ວັນ ທີ່​ຫ້ອງປະຊຸມໃຫຍ່ສູນກາງແນວລາວສ້າງຊາດ ແລະ ໄດ້ຮັບຮອງເອົາ 6 ແຜນວຽກຈຸດສຸມປີ 2023 ໃນ​ວັນ​ທີ 12 ມັງກອນ ນີ້ ໂດຍ​ໃຫ້​ກຽດເປັນປະທານກ່າວປິດ ​ໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ມີ​ພະ​ເຖລານຸ​ເທລະ, ບັນດາທ່ານ​ຮອງ​ປະທານ​​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ປະທານ​ແນວ​ລາວ​ສ້າງ​ຊາດ​ແຂວງ-ນະຄອນຫຼວງ, ກໍາມະການສູນກາງແນວລາວສ້າງຊາດອ້ອມຂ້າງສູນກາງ, ກໍາມະການສູນກາງແນວລາວສ້າງຊາດຢູ່ຕ່າງປະເທດ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ພ້ອມດ້ວຍແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ

ກອງປະຊຸມໄດ້ຮັບຟັງການລາຍງານ, ປະກອບຄໍາເຫັນ, ພິຈາລະນາ, ປືກສາຫາລືຢ່າງກົງໄປກົງມາ ແລະ ຮັບຮອງເນື້ອໃນສຳຄັນ ດັ່ງນີ້: ໜຶ່ງ: ສະຫຼຸບຕີລາຄາການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດ ໃນໄລຍະປີ 2022 ຜ່ານມາ ແລະສະເໜີແຜນວຽກຈຸດສຸມ ປີ 2023.

ກອງປະຊຸມໄດ້ຮັບຮອງເອົາແຜນວຽກຈຸດສຸມປີ 2023 ດັ່ງນີ້:

ໜຶ່ງ, ແຜນວຽກເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນ; ແຜນວຽກປຸກລະດົມຂົນຂວາຍປະຊາຊົນຊັ້ນຄົນຕ່າງໆເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; ແຜນວຽກເສີມຂະຫຍາຍປະຊາທິປະໄຕ, ສິດເປັນເຈົ້າ ແລະ ປົກປ້ອງຜົນປະໂຫຍດຂອງປະຊາຊົນຊັ້ນຄົນຕ່າງໆ; ແຜນວຽກພົວພັນປະສານງານກັບອົງການພາຄີ, ຂົງເຂດລັດ ແລະ ອື່ນໆ; ແຜນວຽກການຮ່ວມມືສາກົນ ແລະ ເປີດກວ້າງການທູດປະຊາຊົນ; ແຜນວຽກປັບປຸງການເຄື່ອນໄຫວ ແລະ ສ້າງການຫັນປ່ຽນໃນວຽກງານແນວໂຮມ.

ສອງ, ການຈັດຕັ້ງປະຕິບັດແຜນພັດທະນາອົງການແນວລາວສ້າງຊາດ ປະຈໍາປີ 2022 ແລະ ແຜນພັດທະນາປີ 2023.

ສາມ, ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ເປັນເອກະສັນຮັບຮອງເອົາມະຕິກ່ຽວກັບການສ້າງລາຍຮັບເພີ່ມຂອງແນວລາວສ້າງຊາດ.

ສີ່, ກອງປະຊຸມໄດ້ຮັບຟັງ ແລະ ເປັນເອກະພາບຕໍ່ການລາຍງານສະພາບສາສະໜາຂົງເຂດແນວລາວສ້າງຊາດ ປີ 2022.

ຫ້າ, ກອງປະຊຸມໄດ້ພິຈາລະນາ ຮັບຮອງເອົາຜົນການຄົ້ນຄວ້າສ້າງຕັ້ງສະມາຄົມຊາວກະສິກອນລາວ.

ຫົກ, ກອງປະຊຸມໄດ້ພິຈາລະນາຮັບຮອງເອົາກໍາມະການສູນກາງແນວລາວສ້າງຊາດ ປ່ຽນແທນຕໍາແໜ່ງທີ່ວ່າງ ຕາມການສະເໜີຂອງຄະນະປະຈໍາສູນກາງແນວລາວສ້າງຊາດ ແລະ ການເຫັນດີຂອງຄະນະເລຂາທິການສູນກາງພັກ ຈໍານວນ 3 ທ່ານ.

ໃນໂອກາດດັ່ງກ່າວ ທ່ານ ສິນລະວົງ ຄຸດໄພທູນ ໄດ້ຮຽກຮ້ອງຄະນະກໍາມະການສູນກາງແນວລາວສ້າງຊາດອ້ອມຂ້າງສູນກາງ, ກໍາມະການສູນກາງແນວລາວສ້າງຊາດຢູ່ຕ່າງ ປະເທດ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານໃນເຄື່ອນໄຫວຕົວຈິງໃຫ້ຖືຕາມ 6 ແຜນວຽກ ແລະ 5 ແຜນງານ ຄື: ການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນວົງຄະນາຍາດຂອງຊາດ, ການເພີ່ມທະວີວຽກງານຂົນຂວາຍປະຊາຊົນຊັ້ນຄົນຕ່າງໆ, ການເສີມຂະຫຍາຍປະຊາທິປະໄຕ, ສິດເປັນເຈົ້າ ແລະ ການປົກປ້ອງຜົນປະໂຫຍດຂອງປະຊາຊົນຊັ້ນຄົນຕ່າງໆ, ການປັບປຸງຮູບແບບການຮ່ວມສໍາພັນກັບອົງການພາຄີ ແລະ ການຮ່ວມມືກັບພາກສ່ວນຕ່າງໆ; ການເພີ່ມທະວີຄວາມສາມັກຄີສາກົນ ແລະ ເປີດກວ້າງການພົວພັນການທູດປະຊາຊົນ ແລະ ແຜນວຽກຈຸດສຸມໃນການປັບປຸງ ແລະ ສ້າງການຫັນປ່ຽນໃນວຽກງານຂອງຄະນະກຳມະການແນວລາວສ້າງຊາດ. ພ້ອມດຽວກັນນັ້ນ, ສະ ເໜີໃຫ້ແຕ່ລະຄະນະທີ່ປຶກສາ ແລະ ກົມກ່ຽວຂ້ອງກຳນົດແຜນປະຕິບັດຂອງຕົນໃຫ້ຈະແຈ້ງ ແລະ ແບ່ງງານຄວາມຮັບຜິດຊອບໃຫ້ກຳມະການ ສນຊ, ທີ່ປຶກສາ ແລະ ຄູ່ຮ່ວມງານຂອງຕົນ. ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດ ແລະ ຮຽກຮ້ອງມາຍັງການຈັດຕັ້ງແນວລາວສ້າງຊາດຂັ້ນສູນກາງ ແລະ ທ້ອງຖິ່ນ, ບັນດາທ່ານກໍາມະການສູນກາງແນວລາວສ້າງຊາດ, ທີ່ປຶກສາ, ຄູ່ຮ່ວມງານ, ພະນັກງານ-ລັດຖະກອນຂອງແນວລາວສ້າງຊາດ ໃນຂອບເຂດທົ່ວປະເທດ ເພີ່ມທະວີເປັນເຈົ້າຫຼັກແຫຼ່ງຂອງຄວາມສາມັກຄີ ແລະ ເຊີດຊູຄວາມຮັບຜິດຊອບສູງນໍາເອົາມະຕິກອງປະຊຸມຄົບຄະນະສະບັບນີ້ໄປຄົ້ນຄວ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເກີດໝາກຜົນເປັນຈິງ.

(ຂ່າວ: ບຸນຕອມ, ພາບ: ວັນເພັງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version