Home ຂ່າວພາຍໃນ ສູນກາງແນວລາວສ້າງຊາດ ເພີ່ມທະວີການລົງເຄື່ອນໄຫວຮາກຖານ

ສູນກາງແນວລາວສ້າງຊາດ ເພີ່ມທະວີການລົງເຄື່ອນໄຫວຮາກຖານ

0

ໃນທ້າຍເດືອນຕຸລາ ຫາ ຕົ້ນເດຶອນພະຈິກ ຜ່ານມານີ້, ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ລົງເຄື່ອນໄຫວເຮັດວຽກຢູ່ແຂວງອັດຕະປື ເພື່ອຕິດຕາມຊຸກຍູ້ຫຼາຍວຽກທີ່ສໍາຄັນຂອງແນວລາວສ້າງຊາດ.

ການລົງເຄື່ອນໄຫວໃນຄັ້ງນີ້, ທ່ານຮອງ ສນຊ ໄດ້ມີຄໍາເຫັນຊຸກຍູ້ແນວລາວສ້າງຊາດແຂວງອັດຕະປື ເອົາໃຈໃສ່ຄົ້ນ ຄວ້າຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງແນວລາວສ້າງຊາດ ໂດຍສະເພາະ 5 ແຜງານ 41 ໂຄງການ ແຕ່ນີ້ຮອດປີ 2026 ເພື່ອສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດຂັ້ນຕ່າງໆຕາມທ່າແຮງ, ເງື່ອນໄຂ, ຄວາມສາມາດ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງຢູ່ຮາກຖານໄປພ້ອມໆກັບວຽກງານປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ, ການພົວພັນຮ່ວມມືກັບຕ່າງປະເທດເພື່ອຍາດແຍ່ງການລົງທຶນ ແລະ ສ້າງຄວາມເຂັ້ມແຂງໃຫ້ຕົນເອງເທື່ອລະກ້າວ; ສໍາລັບວຽກງານຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງເປັນວຽກງານຍຸດທະສາດອັນພື້ນຖານຂອງແນວລາວສ້າງຊາດພວກເຮົາ ແລະ ເປັນວຽກງານໃຈກາງຂອງອໍານາດການປົກຄອງທຸກຂັ້ນໂດຍຕິດພັນກັບຂະບວນການສ້າງບ້ານພັດທະນາ-ບ້ານພົ້ນທຸກຂອງລັດຖະບານ. ສະນັ້ນ, ການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕ້ອງມີຈຸດສຸມ, ບັນດາບ້ານທີ່ມີຄວາມຫຍຸ້ງຍາກ, ບ້ານທີ່ບໍ່ມີຄວາມສະຫງົບ, ຖືເອົາຄຸນນະພາບເປັນສໍາຄັນ. ພ້ອມດຽວກັນນີ້, ໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດສິດ-ພາລະບົດບາດຂອງແນວລາວສ້າງຊາດໃຫ້ເຂັ້ມແຂງ, ສາມາດປົກປ້ອງສິດ-ຜົນປະໂຫຍດອັນຊອບທໍາຂອງປະຊາຊົນບັນດາເຜົ່າຢ່າງແທ້ຈິງ ແລະ ສ້າງການສະໜັບສະໜູນຂອງປະຊາຊົນບັນດາເຜົ່າ-ຊັ້ນຄົນຕ່າງໆ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ຢ່າງສະເໝີຕົ້ນສະເໝີປາຍ ໂດຍສະເພາະການຈັດຕັ້ງປະຕິບັດຂໍ້ກໍານົດເລກທີ 01 ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຕິດຕາມກວດກາຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ອໍານາດລັດ, ກ່ອນອື່ນແນວລາວສ້າງຊາດຂັ້ນທ້ອງຖິ່ນຕ້ອງໝັ່ນລົງໃກ້ຊິດຕິດແທດກັບປະຊາຊົນ ແລະ ເກັບກໍາຄໍາຄິດຄໍາເຫັນ, ຄວາມຮຽກຮ້ອງຕ້ອງການ ແລະ ຫາງສຽງຂອງປະຊາຊົນບັນດາເຜົ່າ, ການເຄື່ອນໄຫວປະຕິບັດໜ້າທີ່ຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາທ້ອງຖິ່ນເພື່ອສ່ອງແສງລາຍງານ ແລະ ປະກອບຄໍາຄິດຄໍາເຫັນຕໍ່ກອງປະຊຸມສະພາທ້ອງຖິ່ນ, ແຕ່ການຕິດຕາມກວດກາຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນບໍ່ແມ່ນການເອົາຜິດເອົາຖືກປະການໃດ, ເມື່ອກວດກາພົບເຫັນແລ້ວສ່ອງແສງລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງລົງເລິກກວດກາ ແລະ ແກ້ໄຂ.

ໃນໂອກາດດັ່ງກ່າວ, ທ່ານຮອງປະທານ ສນຊ ຍັງໄດ້ລົງໄປພົບປະຢ້ຽມຢາມປະຊາຊົນບັນດາເຜົ່າຢູ່ເຂດຈຸດສຸມບ້ານຄໍາວົງສາ, ບ້ານນາເຊືອກ ເມືອງພູວົງ, ເພື່ອເບິ່ງຄວາມສຸກ-ທຸກ, ຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີຕ່າງໆ ແລະ ມີແນວຄິດຈິດໃຈແນວໃດ ຕໍ່ສະພາບທີ່ປະເທດຂອງພວກເຮົາພວມປະເຊີນໜ້າກັບສິ່ງທ້າທາຍດ້ານເສດຖະກິດ-ການເງິນ, ອັດຕາເງິນເຟີ້, ຄ່າຄອງຊີບສູງ, ບັນຫານໍ້າມັນເຊື້ອໄຟແພງ ແລະ ບັນຫາຕ່າງໆໃນສັງຄົມ.

(ຂ່າວ: ສນຊ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version