Home ບຸນປະເພນີ ວັດທົ່ງສ້າງນາງ ຈັດກອງບຸນກະຖິນສົມທົບທຶນກໍ່ສ້າງ

ວັດທົ່ງສ້າງນາງ ຈັດກອງບຸນກະຖິນສົມທົບທຶນກໍ່ສ້າງ

0

ວັນທີ 1 ພະຈິກ 2022 ວັດທົ່ງສ້າງນາງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດກອງບຸນກະຖິນມະຫາສາມັກຄີ ເພື່ອສົມທົບທຶນກໍ່ສ້າງພຸດທະສີມມາ (ສີມ) ວັດທົ່ງສ້າງນາງ ເມືອງຈັນທະບູລີ ເປັນປະທານຂອງພະອາຈານໃຫຍ່ ຄໍາວັນ ວໍລະເດດ ເຈົ້າອະທິການວັດທົ່ງສ້າງນາງ ມີພະເຖລານຸເຖລະ ບັນດາວັດອ້ອມຂ້າງນະຄອນຫຼວງວຽງຈັນ ມີອຳນາດການປົກຄອງບ້ານທົ່ງສ້າງນາງ ເຖົ້າແກ່ແນວໂຮມບ້ານ ເຈົ້າພາບເຈົ້າສັດທາ ແລະ ອອກຕົນຍາດໂຍມທັງພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງເຂົ້າຮ່ວມ.

ກອງບຸນກະຖິນມະຫາສາມັກຄີຄັ້ງນີ້ ມີເຈົ້າສັດທາຫຼັກປະກອບສ່ວນສົມທົບທຶນກໍ່ສ້າງພຸດທະສີມມາວັດທົ່ງສ້າງນາງ ຄອບຄົວທ່ານ ມົນຕຣີ ຊົມສະໝຸດ ແລະ ທ່ານ ນາງ ອິນແປງ ຊາມຸນຕີ ພ້ອມດ້ວຍລູກຫຼານ ແລະ ຍາດພີ່ນ້ອງ 10 ລ້ານກີບ ນອກນີ້ ຍັງມີທ່ານ ຄໍາໄພ ສົມຊະສະ ປະທານກຸ່ມບໍລິສັດ ຄໍາໄພຊະນະ ບ້ານທົ່ງສ້າງນາງ ສົມທົບທຶນ 111 ລ້ານກີບ.

ພ້ອມນີ້ ຍັງມີຜູ້ສັດທາທີ່ເປັນຄອບຄົວການນໍາ ນັກທຸລະກິດບໍລິສັດຫ້າງຮ້ານ ຊາວຄ້າຂາຍ ແລະ ປະຊາຊົນບ້ານທົ່ງສ້າງນາງ ບ້ານອ້ອມຂ້າງ ເມືອງອ້ອມຂ້າງ ແລະ ຕ່າງແຂວງຈຳນວນໜຶ່ງ ທີ່ມີຈິດໃຈເຫຼື້ອມໃສສັດທາຜູ້ລະເລັກລະໜ້ອຍ ລວມທັງໝົດການເຮັດບຸນກະຖິນຄັ້ງນີ້ ໄດ້ເງິນຫຼາຍກວ່າ 300 ລ້ານກີບ ແລະ ທຶນຈຳນວນດັ່ງກ່າວ ຈະໄດ້ນໍາໃຊ້ເຂົ້າໃນການຊື້ວັດສະດຸອຸປະກອນຕ່າງໆເຂົ້າໃນການກໍ່ສ້າງພຸດທະສີມມາວັດທົ່ງສ້າງນາງໃຫ້ສໍາເລັດຕາມແຜນການທີ່ວາງໄວ້ ເຊິ່ງປັດຈຸບັນ ໂຄງການກໍ່ສ້າງສີມວັດດັ່ງກ່າວກຳລັງຈັດຕັ້ງປະບັດສຳເລັດວຽກເທພື້ນຊັ້ນລຸ່ມ ຕັ້ງເສົາ ແລະ ເທຄານ ເທພື້ນຊັ້ນສູງ.

# ຂ່າວ – ພາບ : ສົມສະຫວັນ

#vientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version