Home ຂ່າວພາຍໃນ ພັດທະນາຊັບພະຍາກອນມະນຸດຂັ້ນນະຄອນຫຼວງວຽງຈັນ

ພັດທະນາຊັບພະຍາກອນມະນຸດຂັ້ນນະຄອນຫຼວງວຽງຈັນ

0

ກອງປະຊຸມວຽກງານພັດທະນາຊັບພະຍາກອນມະນຸດ ຂັ້ນນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 13 ຕຸລາ 2022 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ນວ ມີທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ບັນດາຮອງເຈົ້າເມືອງ ພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງພາຍໃນ ນວ ເຂົ້າຮ່ວມ.

ທ່ານ ສົມພອນ ສອນດາລາ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນກອງປະຊຸມໜຶ່ງທີ່ສຳຄັນ ເພາະຖືວ່າເປັນກອງປະຊຸມຄັ້ງທໍາອິດຂອງຄະນະປະສານງານ ເພື່ອການພັດພະນາຊັບພະຍາກອນມະນຸດ ພາຍຫຼັງກອງປະຊຸມນີ້ ຄະນະປະສານງານຈະໄດ້ຮ່ວມກັນສ້າງແຜນຍຸດທະສາດເພື່ອການພັດທະນາຊັບພະຍາກອນມະນຸດຂັ້ນນະຄອນຫຼວງຮ່ວມກັນ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຫຼັງຈາກນັ້ນ ກໍຈະໄດ້ປຶກສາຫາລື ປະກອບຄໍາຄິດເຫັນເພື່ອປັບປຸງວຽກງານພັດທະນາຊັບພະຍາກອນມະນຸດ ຂັ້ນນະຄອນຫຼວງວຽງຈັນ ໃຫ້ເປັນໄປໃນທິດທາງດຽວ ພ້ອມກັນຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບໝາກຜົນຕາມລະດັບຄາດໝາຍ ປະກອບຄຳເຫັນ ເພື່ອໃຫ້ຄະນະປະສານງານພວກເຮົາມີຄວາມກົມກຽວ ເພາະ ຈະໄດ້ຮ່ວມເຮັດວຽກນຳກັນຢ່າງເປັນປົກກະຕິ.

ໃນໂອກາດນີ້ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃຫ້ສືບຕໍ່ປະສານສົມທົບກັນຢ່າງກົມກຽວ ສະໜອງຂໍ້ມູນທີ່ຈໍາເປັນໃຫ້ແກ່ພະແນກສຶກສາທິການ ແລະ ກິລາ ນວ ໃນນາມກອງເລຂາ ເພື່ອກະກຽມຮ່າງແຜນພັດທະນາຊັບພະຍາກອນມະນຸດຂັ້ນນະຄອນຫຼວງວຽງຈັນໃຫ້ສໍາເລັດຕາມແຜນການທີ່ວາງໄວ້ ໃຫ້ທຸກພາກສ່ວນສະໜອງຂໍ້ມູນ ເພື່ອວາງແຜນພະຍາກອນຕະຫຼາດແຮງງານຂັ້ນນະຄອນຫຼວງວຽງຈັນ ໂດຍຜັນຂະຫຍາຍຈາກຂັ້ນສູນກາງ ໃຫ້ກະຊວງສຶກສາທິການ ແລະ ກິລາ ຊ່ວຍສືບຕໍ່ໃຫ້ການແນະນຳ ແລະ ຊຸກຍູ້ຢ່າງໃກ້ຊິດ ຕໍ່ການສ້າງແຜນພັດທະນາຊັບພະຍາກອນມະນຸດຂັ້ນນະຄອນຫຼວງວຽງຈັນ ໃຫ້ສຳເລັດຢ່າງມີປະສິດທິພາບສູງ ແລະ ສາມາດນຳໃຊ້ໄດ້ ການສ້າງແຜນພັດທະນາຊັບພະຍາກອນມະນຸດຕ້ອງມີຄວາມລະອຽດ ຊັດເຈນ ແລະ ສາມາດຮູ້ໄດ້ເຖິງຄວາມຕ້ອງການຂອງບຸຄະລາກອນ ເຂົ້າໃນຂົງເຂດວຽກງານຕ່າງໆ ຕະຫຼາດແຮງງານພາຍໃນ ນວ ແຕ່ນີ້ຮອດປີ 2025 ວ່າຈະມີຄວາມຕ້ອງການບຸຄະລາກອນແຕ່ລະສາຂາວິຊາເທົ່າໃດ ຕະຫຼາດແຮງງານຕ້ອງການແຮງງານດ້ານໃດ ຫຼາຍໜ້ອຍຊໍ່າໃດ ແລະ ເຮັດໃຫ້ແຜນໃນການກໍ່ສ້າງບຸຄະລາກອນໄປຕາມຄວາມຕ້ອງການທີ່ແທ້ຈິງ ຫຼີກລ່ຽງການກໍ່ສ້າງທີ່ບໍ່ໄປຕາມແຜນການກຳນົດ ແລະ ຜູ້ຊີ້ນຳວຽກງານດັ່ງກ່າວນີ້ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຊີ້ນຳ-ນຳພາໃນຂົງເຂດວຽກງານທີ່ຕົນເອງຮັບຜິດຊອບໃຫ້ສູງຂຶ້ນ ຊຸກຍູ້ວິຊາການໃນຂະແໜງການຂອງຕົນໃນການປະສານງານຮ່ວມມື ແລະ ສະໜອງຂໍ້ມູນໃຫ້ກັບກອງເລຂາຄະນະພັດທະນາຊັບພະຍາກອນມະນຸດຂັ້ນນະຄອນຫຼວງວຽງຈັນ ໃຫ້ມີຄວາມສະດວກ ວ່ອງໄວ ແລະ ທັນກັບເວລາທີ່ໄດ້ກຳນົດໄວ້.

# ຂ່າວ – ພາບ : ຊິລິການດາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version