Home ທ່ອງທ່ຽວ ສວນວັດທະນະທໍາຊຽງຄວນ ປັບປຸງສະຖານທີ່ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ

ສວນວັດທະນະທໍາຊຽງຄວນ ປັບປຸງສະຖານທີ່ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ

0

ສວນວັດທະນະທໍາຊຽງຄວນ ເປັນສະຖາທີ່ທ່ອງທ່ຽວທາງດ້ານວັດທະນະທໍາ ຕິດພັນກັບທໍາມະຊາດ ມີອາກາດປອດໂປ່ງ ຕັ້ງຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງສວນແຫ່ງນີ້ໄດ້ມີການປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງ ສະແດງອອກໃນການປັບປຸງສ້ອມແປງເສັ້ນທາງຍ່າງພາຍໃນສວນ ກໍ່ສ້າງສວນສາທາລະນະ ຮ້ານອາຫານ ບ່ອນຫຼີ້ນເດັກນ້ອຍ ຕູບພັກເຊົາ ປັບປຸງສະຖານທີ່ຈອດລົດໃຫ້ກວ້າງຂວາງເຫຼົ່ານີ້ເປັນຕົ້ນ ເພື່ອອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ຽວຊົມ ແລະ ມີຄວາມປະທັບໃຈ.

ທ່ານນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ອໍານວຍການບໍລິສັດ ສວນວັດທະນະທໍາຊຽງຄວນ ຈໍາກັດຜູ້ດຽວ ໃຫ້ສໍາພາດວັນທີ 8 ຕຸລາຜ່ານມາວ່າ: ສວນວັດທະນະທໍາຊຽງຄວນ ເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາທີ່ມີເອກະລັກພິເສດ ແລະ ແຕກຕ່າງຈາກສະຖານທີ່ທ່ອງທ່ຽວອື່ນໆ ເຊັ່ນ: ພະພຸດທະຮູບປາງຕ່າງໆທີ່ມີຄວາມເກົ່າແກ່ເປັນຈຳນວນຫຼາຍ ມີທັງພະພຸດທະຮູບນ້ອຍ ແລະ ໃຫ່ຍ ນອກນັ້ນ ຍັງມີຮູບປັ້ນຈຳລອງກ່ຽວກັບນະຣົກ ສະຫວັນທີ່ເປັນເອກະລັກ ແລະ ຫຼາຍຄົນໃຫ້ຄວາມສົນໃຈເຂົ້າໄປທ່ຽວຊົມ ແລະ ຖ່າຍຮູບຢູ່ຊັ້ນສູງສຸດ ພິເສດ ໂດດເດັ່ນກວ່າໝູ່ແມ່ນປະຕູໂຂງທາງເຂົ້າສວນທີ່ມີຄວາມສວຍງາມ ສື່ໃຫ້ເຫັນເຖິງວັດທະນະທໍາທີ່ມີການປະສົມປະສານວັດທະນະທໍາຮ່ວມສະໄໝ ພ້ອມນັ້ນ ສວນແຫ່ງນີ້ຍັງໄດ້ມີການປັບປຸງພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງຍ່າງຊົມວິວ ປູກຕົ້ນໄມ້ຫຼາຍສີສັນອ້ອມຮອບ ມີຈຸດຊົມວິວ ມີຮ້ານອາຫານ ມີຕູບພັກເຊົາໃຫ້ບໍລິການລູກຄ້າທີ່ສາມາດຮອງຮັບລູກຄ້າໄດ້ເຖິງ 300-400 ຄົນ ນອກນີ້ ຍັງມີອາຫານ ແລະ ເຄື່ອງດື່ມໃຫ້ບໍລິການຕື່ມອີກ ໄປຄຽງຄູ່ກັນນັ້ນ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມຫຼາຍຂຶ້ນ ສວນແຫ່ງນີ້ ໄດ້ປະຕິສັງຂອນພະພຸດທະຮູບ ວັດຖຸບູຮານຄືນໃໝ່ ແລະ ຈັດໃຫ້ມີຫຼາຍກິດຈະກໍາຕາມກາລະໂອກາດ ເຊິ່ງໃນເດືອນພະຈິກທີ່ຈະມາເຖິງນີ້ ຈະໄດ້ຈັດກິດຈະກໍາແຂ່ງຂັນສິລະປະນ້ອງນ້ອຍນັກຮຽນທົ່ວເມືອງຫາດຊາຍຟອງ ແລະ ກິດຈະກໍາອື່ນໆ ພ້ອມນີ້ ຍັງມີຄວາມຫວັງວ່າ ຖ້າ ສປ ຈີນ ເປີດປະເທດ ຄາດວ່າຈະມີນັກທ່ອງທ່ຽວມາທ່ອງທ່ຽວຫຼາຍຂຶ້ນ ເພາະວ່າໃນເມື່ອອກ່ອນ ນັກທ່ອງທ່ຽວທີ່ມາທ່ຽວຊົມສວນວັດທະນະທໍາຊຽງຄວນ ອັນດັບໜຶ່ງແມ່ນ ສປ ຈີນ ອັນດັບສອງ ສ ເກົາຫຼີ ສສ. ຫວຽດນາມ ລາວ ແລະ ຝຣັ່ງ ຕາມລໍາດັບ.

ເຖິງຢ່າງໃດກໍຕາມ ສວນວັດທະນະທໍາຊຽງຄວນ ນອກຈາກເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາທີ່ຕິດພັນກັບທໍາມະຊາດແລ້ວ ກໍ່ຍັງເປັນສະຖານທີ່ສັກສິດແຫ່ງໜຶ່ງທີ່ຊາວເມືອງຫາດຊາຍຟອງໃຫ້ການເຄົາລົບນັບຖື ແລະ ສັກກາລະບູຊາຕະຫຼອດມາ ເຊິ່ງສວນແຫ່ງນີ້ໄດ້ເປີດໃຫ້ບໍລິການໃນທຸກໆວັນ ເລີ່ມແຕ່ເວລາ 8:30-16:00 ໂມງ ໂດຍປີ້ເຂົ້າຊົມສໍາລັບຄົນລາວ 10.000 ຕໍ່ຄົນ ແລະ ຄົນຕ່າງປະເທດ 15.000 ກີບຕໍ່ຄົນ.

# ຂ່າວ – ພາບ : ຂັນທະວີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version