Home ທ່ອງທ່ຽວ ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ

ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ

0

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຂອງກອງເລຂາຄະນະກຳມະການແຫ່ງຊາດດ້ານໂພຊະນາການປະຈຳໄຕມາດ 3 ຂອງປີ 2022 ແລະ ທິດທາງ 3 ເດືອນທ້າຍປີ 2022 ຂຶ້ນວັນທີ 13 ຕຸລາ 2022 ທີ່ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫົວໜ້າກອງເລຂາຄະນະກຳມະການແຫ່ງຊາດດ້ານໂພຊະນາການ ແລະ ທ່ານ ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ມີທ່ານຫົວໜ້າສູນໂພຊະນາການ ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ ກະຊວງກະສິກຳ ແລະ ປ່າໄມ້ ບັນດາຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນເພື່ອທົບທວນຄືນ ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ (NPAN 2021-2025) ຂອງແຕ່ລະຂະແໜງການ ໂດຍຜັນຂະຫຍາຍຈາກຜົນຂອງກອງປະຊຸມ 6 ເດືອນຕົ້ນປີທີ່ຜ່ານມາ ທັງເປັນການວາງທິດທາງແຜນການ 3 ເດືອນທ້າຍປີ 2022 ພ້ອມນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນໍາສະເໜີຄວາມຄືບໜ້າຂອງຜົນການຈັດຕັ້ງປະຕິບັດບັນດາກຸ່ມກິດຈະກຳທີ່ນອນຢູ່ໃນແຜນປະບັດງານແຫ່ງຊາດດ້ານໂພຊະນາການ 2021-2025 ຈາກຂະແໜງ ການຕ່າງໆທີ່ກ່ຽວຂ້ອງ ເຊັ່ນ: ສາທາ ສຶກສາ ກະສິກຳ ແລະ ຮັບຟັງຄວາມຄືບໜ້າຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ພ້ອມທັງຈຸດດີຈຸດອ່ອນ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທີ່ຍັງເປັນອຸປະສັກຕໍ່ການບັນລຸຄາດໝາຍທີ່ວາງໄວ້.

ສປປ ລາວ ໄດ້ມີຄວາມຄືບໜ້າໃນການແກ້ໄຂບັນຫາທາງດ້ານໂພຊະນາການຢ່າງຮອບດ້ານ ແຕ່ເຖິງຢ່າງໃດກໍຕາມ ການຂາດສານອາຫານກໍຍັງສືບຕໍ່ເປັນບັນຫາທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ການລົງທຶນໃສ່ດ້ານໂພຊະນາການແມ່ນໄດ້ເພີ່ມຂຶ້ນ ເຊິ່ງຈະເຮັດໜ້າທີ່ສຳຄັນໃນການບັນລຸເປົ້າໝາຍຕ່າງໆ 2 ຕົວຊີ້ບອກທາງດ້ານໂພຊະນາການທີ່ສະພາຮັບຮອງເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສະໄໜທີ IX ໃນນັ້ນ ຕົວຊີ້ບອກຂອງຂະແໜງສາທາລະນະສຸກທີ່ສະພາຮັບຮອງຕິດພັນກັບຕົວຊີ້ບອກຂອງວຽກງານໂພຊະນາການ ເຫັນວ່າມີ 4 ຕົວຊີ້ວັດຄື: ອັດຕາເດັກນ້ອຍລຸ່ມ 5 ປ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານໃຫ້ຫຼຸດລົງຍັງເຫຼືອ 18% ຂອງຈຳນວນປະຊາກອນເປົ້າໝາຍ ເຫັນວ່າໃນລະດັບປະເທດຍັງສູງເກີນຄາດໝາຍ 1,5% ເດັກນ້ອຍລຸ່ມ 5 ປີທີ່ມີລວງສູງບໍ່ໄດ້ມາດຕະຖານຂາດສານອາຫານຊໍ້າເຮືອ ໃຫ້ຫຼຸດລົງຍັງເຫຼືອ 30%ຂອງກຸ່ມປະຊາກອນເປົ້າໝາຍແມ່ນຍັງສູງເກີດຄາດໝາຍ 1,7% ສາເຫດທີ່ພາໃຫ້ບໍ່ບັນລຸຄາດໝາຍ ແມ່ນຍ້ອນກິນອາຫານບໍ່ຖືກຫຼັກໂພຊະນາການ ມີອາຫານແຕ່ບໍ່ຮູ້ວິທີກິນ ຂາດແຄນສະບຽງອາຫານ (ມີຂໍ້ຈຳກັດໃນການເຂົ້າເຖິງສະບຽງອາຫານ) ອາຫານ ແລະ ນໍ້າປົນເປື້ອນ ມີແມ່ກາຝາກລຳໄສ້ ເປັນພະຍາດຊຶມເຊື້ອຕ່າງໆ(ຖອກທ້ອງ) ພື້ນຖານເສດຖະກິດ ສັງຄົມ ຄອບຄົວທຸກຍາກ ການສຶກສາ ແລະ ຂໍ້ມູນຂ່າວສານ ແລະ ອື່ນໆ.

ສຳລັບອັດຕາການຊົມໃຊ້ນໍ້າສະອາດແມ່ນ 91,73% ຂອງປະຊາກອນທັງໝົດ ຄາດໝາຍ 92% ມີ 2 ແຂວງບໍ່ສາມາດບັນລຸຄາດໝາຍໄດ້ຄື: ເຊກອງ ແລະ ໄຊສົມບູນ ສ່ວນອັດຕາການຊົມໃຊ້ວິດຖ່າຍຄອບຄົວ ໃນ 9 ເດືອນ ປີ 2022 ແມ່ນ 83,20% ຄາດໝາຍ 82% 6 ແຂວງບໍ່ສາມາດບັນລຸຄາດໝາຍໄດ້ແກ່ ຫຼວງນໍ້າທາ ບໍ່ແກ້ວ ຫຼວງພະບາງ ບໍລິຄຳໄຊ ຄຳມ່ວນ ແລະ ເຊກອງ.

# ຂ່າວ – ພາບ : ເພັດສະໝອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version