Home ສຶກສາ ບ/ສ ໄຟຟ້າຫົງສາ ຈໍາກັດ ມອບທຶນການສຶກສາໃຫ້ນັກຮຽນເກັ່ງ ແລະ ຄຸນສົມບັດດີ

ບ/ສ ໄຟຟ້າຫົງສາ ຈໍາກັດ ມອບທຶນການສຶກສາໃຫ້ນັກຮຽນເກັ່ງ ແລະ ຄຸນສົມບັດດີ

0

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ວັນທີ 5 ຕຸລາ 2022 ນີ້, ໄດ້ມີພິທີ ມອບທຶນການສຶກສາ ຂອງບໍລິສັດ ໄຟຟ້າຫົງສາ ຈໍາກັດ ໃຫ້ນັກຮຽນເກັ່ງ ແລະ ຄຸນສົມບັດດີ ຢູ່ເມືອງເງິນ ປະຈໍາສົກຮຽນ 2022-2023 ຈຳນວນ 8 ຄົນ ໂດຍມີ ທ່ານ ບຸນເລື່ອນ ບົວໄລ ຮອງເຈົ້າເມືອງ, ຜູ້ຊີ້ນໍາວຽກງາານອົງການປົກຄອງ ແລະ ຂົງເຂດວັດທະນະທໍາ-ສັງຄົມ, ປະທານຄະນະກຳມະການຄັດເລືອກນັກຮຽນເກັ່ງ ແລະ ຄຸນສົມບັດດີ, ທ່ານ ຄະທາຍຸດ ຊູພູນ ອໍານວຍການໃຫຍ່ ບໍລິສັດໄຟຟ້າຫົງສາ ຈໍາກັດ, ມີທ່ານ ຍຸດທະນາ ຈຸນພັນທອງ ອໍານວຍການຝ່າຍ ສື່ສານອົງກອນ ບໍລິສັດໄຟຟ້າຫົງສາ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສີສະຫວັດ ພົມມະເສນ ວ່າການຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ ໃຫ້ຮູ້ວ່າ: ໃນສົກຮຽນ 2021-2022 ເມືອງເງິນ ໄດ້ຮັບທຶນການສຶກສາ ຊ່ວຍເຫລືອນັກຮຽນເກັ່ງ ແລະ ຄຸນສົມບັດດີ ຂອງບໍລິສັດໄຟຟ້າຫົງສາ ຈຳກັດ ຈໍານວນ 8 ທຶນ 8 ຄົນ, ຍິງ 4 ນ້ອງ, ໃນນັ້ນ ໂຮງຮຽນ ມສ ເມືອງເງິນ 4 ຄົນ, ຍິງ 2 ຄົນ, ໂຮງຮຽນ ມສ ນໍ້າເງິນ 2 ຄົນ, ຍິງ 2 ຄົນ ແລະ ໂຮງຮຽນ ມສ ສິນໄຊ 2 ຄົນ, ຍິງ 0 ນ້ອງ. ຜ່ານການຈັດຕັ້ງປະຕິບັດໃນສົກຮຽນຜ່ານມາ ເຫັນວ່ານັກຮຽນມີຜົນການຮຽນດີ ແລະ ສາມາດປະຕິບັດໄດ້ຕາມເງື່ອນໄຂທີ່ກໍານົດໄວ້, ຜົນການສອບເສັງໝົດປີມີນັກຮຽນສອບເສັງໄດ້ທີ 1 ຈຳນວນ 5 ຄົນ, ຍິງ 2 ຄົນ, ນັກຮຽນສອບເສັງໄດ້ທີ 2 ຈຳນວນ 3 ຄົນ, ຍິງ 2 ຄົນ. ໃນສົກຮຽນຜ່ານມາ ໄດ້ຮັບທຶນທັງໝົດ 24 ລ້ານກີບ ເຊິ່ງໄດ້ກໍານົດໃຊ້ຈ່າຍຕາມແຜນທີ່ວາງໄວ້ຄື: ໃຊ້ຈ່າຍໃນວຽກງານວິຊາການ 60%, ວຽກງານບໍລິຫານ 5%, ກິດຈະກໍາການຮຽນ-ການສອນ 25% ແລະ ຊື້ອຸປະກອນການຮຽນ 10%.

ສຳລັບສົກຮຽນ 2022-2023 ມີນັກຮຽນໄດ້ຮັບທຶນ ຈຳນວນ 8 ຄົນ, ຍິງ 5 ຄົນ, ມີ 3 ໂຮງຮຽນຄື: ໂຮງຮຽນ ມສ ເມືອງເງິນ 5 ຄົນ, ຍິງ 3 ຄົນ, ໂຮງຮຽນ ມສ ນໍ້າເງິນ 2 ຄົນ, ຍິງ 2 ຄົນ ແລະ ໂຮງຮຽນ ມສ ສິນໄຊ 1 ຄົນ ໂດຍໄດ້ຮັບທຶນການສຶກສາຈາກບໍລິສັດໄຟ້ຟ້າຫົງສາຈຳກັດ ຄົນລະ 3 ລ້ານກີບ. ລວມທັງໝົດ 24 ລ້ານກີບ ເຊິ່ງມອບໂດຍ ທ່ານ ຄະທາຍຸດ ຊູພູນ ອໍານວຍການໃຫຍ່ ບໍລິສັດໄຟຟ້າຫົງສາ ຈໍາກັດ.

ຂ່າວ: ອິນແປງ
Medialaos MMD

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version