Home ສຶກສາ ໂຮງຮຽນສຶກສາຄົນພິການ ນວ ສະຫລອງວັນຄູແຫ່ງຊາດ ຄົບຮອບ 28 ປີ

ໂຮງຮຽນສຶກສາຄົນພິການ ນວ ສະຫລອງວັນຄູແຫ່ງຊາດ ຄົບຮອບ 28 ປີ

0

ໃນວັນທີ 5 ຕຸລາ 2022, ທີ່ໂຮງຮຽນສຶກສາຄົນພິການ ນະຄອນຫລວງວຽງຈັນ(ນວ) ໄດ້ຈັດພິທີສະເຫລີມສະຫລອງວັນຄູແຫ່ງຊາດ ຄົບຮອບ 28 ປີ (7/10/1994-7/10/2022) ໂດຍມີບັນດາຄູ-ອາຈານ, ນັກຮຽນພາຍໃນໂຮງຮຽນເຂົ້າຮ່ວມ. ພ້ອມທັງໄດ້ມອບໃບຍ້ອງຍໍໃຫ້ຄູ-ອາຈານ, ມອບໃບປະກາດສະນີຍະບັດໃຫ້ນ້ອງນັກຮຽນ ແລະ ມີການແຂ່ງຂັນກິລາຕີບານ ນຳອີກ.

ໂອກາດດັ່ງກ່າວ, ທ່ານ ຄຳໄພ ສ້ອຍສຸວັນ ອຳນວຍການໂຮງຮຽນ ສຶກສາຄົນພິການ ນະຄອນຫລວງວຽງຈັນ ໄດ້ເລົ່າປະຫວັດຂອງວັນຄູແຫ່ງຊາດ ແລະ ໄດ້ກ່າວວ່າ: ຄູ ເປັນບຸຄົນທີ່ມີຄວາມສຳຄັນທີ່ສຸດ ຕໍ່ການພັດທະນາເສດຖະກິດສັງຄົມ ແລະ ປະເທດຊາດບ້ານເມືອງ, ເປັນບຸກຄົນທີ່ມີຖານະບົດບາດ ທີ່ເຮັດໜ້າທີ່ເປັນເຈົ້າການຖ່າຍທອດວິຊາຄວາມຮູ້ຕ່າງໆໃຫ້ແກ່ຜູ້ອື່ນ, ເປັນເຄື່ອງມືຮັບໃຊ້ໜ້າທີ່ ໃນການພັດທະນາບຸກຄົນໃນສັງຄົມ ໃຫ້ມີຄວາມຈະເລີນງອກງາມ ແລະ ເປັນຊັບພະຍາກອນທີ່ມີຄວາມສຳຄັນ ຕໍ່ການດຳເນີນງານໃນຂະແໜງການສຶກສາ.

ທ່ານ ຄຳໄພ ສ້ອຍສຸວັນ ຍັງໃຫ້ຮູ້ອີກວ່າ: ໂຮງຮຽນສຶກສາຄົນພິການ ຕັ້ງຢູ່ບ້ານ ໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ເຊິ່ງເປັນໂຮງຮຽນກິນນອນທີ່ຮັບເອົາເດັກພິການ ຫລື ຜູ້ບົກຜ່ອງທາງການໄດ້ຍິນ ແລະ ສາຍຕາ ທົ່ວປະເທດ, ປັດຈຸບັນມີນັກຮຽນ 116 ຄົນ ຍິງ 64 ຄົນ, ມີຄູ-ອາຈານ 23 ຄົນ. ໂຮງຮຽນດັ່ງກ່າວມີ ຊັ້ນ ປໍກຽມ ຮອດ ຊັ້ນມັດທະຍົມຕອນຕົ້ນ ແລະ ນຳໃຊ້ຫລັກສູດກາງ ຂອງກະຊວງສຶກສາທິການວາງອອກ ແລ້ວນຳມາດັດປັບເຂົ້າໃນການສິດສອນ ໃຫ້ແທດເໝາະກັບນັກຮຽນທີ່ມີຄວາມບົກຜ່ອງທາງຫານໄດ້ຍິນ ແລະ ສາຍຕາ.

ປັດຈຸບັດ, ທາງໂຮງຮຽນມີແຜນທີ່ຈະສ້າງຫ້ອງປະກອບອາຊີບຂັ້ນພື້ນຖານ ໃຫ້ນັກ ຮຽນທີ່ຈົບ ມ4 ເພື່ອຈົບໄປແລ້ວ ຈະສາມາດປະກອບອາຊີບ ແລະ ໃຊ້ຊີວິດໃນສັງຄົມໄດ້.

ຂ່າວ: ສົມຫວັງ; ພາບ: ຂັນໄຊ (ນັກຂ່າວ ສຳນັກຂ່າວສານປະເທດລາວ)

Medialaos MMD

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version