Home ຂ່າວພາຍໃນ ກະຊວງການຕ່າງປະເທດ ເຜີຍແຜ່ມູນເຊື້ອ ວັນການທູດລາວ ຄົບຮອບ 77 ປີ

ກະຊວງການຕ່າງປະເທດ ເຜີຍແຜ່ມູນເຊື້ອ ວັນການທູດລາວ ຄົບຮອບ 77 ປີ

0

ໃນວັນທີ 6 ຕຸລາ 2022, ນີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາມູນເຊື້ອ ວັນການທູດລາວ ຄົບຮອບ 77 ປີ (12/10/1945–12/10/2022) ແລະ ຍ້ອງຍໍຂະບວນການແຂ່ງຂັນຮັກຊາດ, ພັດທະນາ ແລະ ການເຄື່ອນໄຫວວຽກງານການຕ່າງປະເທດ ແຕ່ປີ 2016-2022. ໃຫ້ກຽດບັນ ຍາຍໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກ-ຄະນະນຳກະຊວງ, ຄະນະກົມ ແລະ ບັນດາພະນັກງານລັດຖະກອນ ກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ຄວາມໝາຍ ຄວາມສຳຄັນຂອງວັນການທູດລາວ (12 ຕຸລາ), ຕີລາຄາການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດ ແຕ່ລະໄລຍະ ແລະ ຜົນສຳເລັດອັນໃຫຍ່ຫລວງຂອງ ການເຄື່ອນໄຫວການຕ່າງປະເທດ ຂອງພັກ ແລະ ລັດ ໃນຕະຫລອດໄລຍະ 77 ປີ; ລວມທັງຂໍ້ສະດວກ ແລະ ສິ່ງທ້າທາຍຂອງການ ເຄື່ອນໄຫວວຽກງານການທູດ, ພ້ອມທັງກຳນົດທິດທາງ ແລະ ແຜນການໃນຕໍ່ໜ້າ. ທ່ານ ຮອງນາຍົກລັດຖະ ມົນຕີ ຍັງໄດ້ຢ້ຳຄືນກ່ຽວກັບຄຸນສົມບັດຂອງນັກການທູດ ກໍຄືພະນັກງານການຕ່າງປະເທດໃນຍຸກໃໝ່ ແມ່ນຕ້ອງມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດ; ມີຄວາມຮູ້ ຄວາມສາມາດທາງດ້ານວິຊາສະເພາະອັນແນ່ນອນ, ມີຄຸນສົມບັດ ແລະ ບຸກຄະລິກກະພາບຂອງນັກການທູດທີ່ດີ. ພ້ອມທັງໄດ້ຊີ້ໃຫ້ເຫັນເຖິງຜົນງານທີ່ຍາດມາໄດ້ຕະຫລອດໄລຍະ 77 ປີ ແມ່ນຍ້ອນແນວທາງອັນຖືກຕ້ອງສອດຄ່ອງຂອງພັກເຮົາ, ຍ້ອນການຊີ້ນຳນຳພາທີ່ໃກ້ຊິດໂດຍກົງ ຮອບດ້ານຂອງກົມການເມືອງສູນກາງພັກ ໃນແຕ່ລະຍຸກ, ແຕ່ລະສະໄໝ ແລະ ການຮ່ວມແຮງຮ່ວມໃຈກັນ ຈັດຕັ້ງປະຕິບັດຂອງຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ການຈັດຕັ້ງພັກ-ລັດ ທັງຢູ່ສູນກາງ ແລະ ທ້ອງ ຖິ່ນ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຄວາມຮັບຜິດຊອບ ແລະ ການຮ່ວມແຮງຮ່ວມໃຈຂອງພະນັກ ງານ, ທະຫານ, ຕຳຫລວດ ແຕ່ສູນກາງລົງຮອດທ້ອງຖິ່ນ ຕະຫລອດຮອດນັກທຸລະກິດ, ພໍ່ແມ່ປະຊາຊົນລາວໃນທົ່ວປະເທດ ລວມທັງຄົນລາວຢູ່ຕ່າງປະເທດ.

ຜ່ານການເຄື່ອນໄຫວການຕ່າງປະເທດ ແລະ ການທູດນັ້ນ ພວກເຮົາໄດ້ຮັບການສະໜັບສະໜູນຈາກເພື່ອນມິດສາກົນໄດ້ນັບມື້ນັບຫລາຍຂຶ້ນ ເຮັດໃຫ້ ສປປ ລາວ ມີຖານະບົດບາດສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ອັນໄດ້ສ້າງເງື່ອນໄຂສະພາບແວດລ້ອມພາຍນອກ ທີ່ເອື້ອອໍານວຍໃຫ້ແກ່ພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ເຂັ້ມແຂງ, ກ້າວໄປສູ່ເປົ້າໝາຍໃນການ ນໍາເອົາປະເທດຊາດຫລຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະນາ ໃນປີ 2026 ແລະ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ(SDGs) ໃຫ້ບັນລຸໄດ້ໃນປີ 2030 ເພື່ອສ້າງປະເທດ ໃຫ້ເປັນປະເທດທີ່ຮັ່ງມີ, ປະຊາຊົນມີຄວາມສຸກ, ສັງຄົມມີຄວາມຍຸຕິທໍາ, ປະຊາທິປະໄຕ ປອງດອງ ແລະ ສີວິໄລ.

ມາຮອດປັດຈຸບັນ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 148 ປະເທດ(ຈາກ 193 ປະເທດ) ທົ່ວໂລກ; ມີສຳນັກງານຕາງໜ້າການທູດຢູ່ຕ່າງປະເທດ 41 ແຫ່ງ (ໃນນີ້ ມີສະຖານເອກອັກຄະລັດຖະທູດ 27 ແຫ່ງ, ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສູນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສູນ 01 ແຫ່ງ), ກົງສູນກິດຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 19 ແຫ່ງ. ສະຖານ ທູດຕ່າງປະເທດ ທີ່ມີສຳນັກງານຢູ່ລາວ 28 ແຫ່ງ, ກົງສູນໃຫຍ່ 6 ແຫ່ງ, 18 ອົງການຈັດຕັ້ງສາກົນ ທີ່ຂຶ້ນກັບລັດຖະບານ ແລະ ມີກົງສູນກິດຕິິມະສັກ 18 ປະເທດ ປະຈໍາຢູ່ລາວ.

ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ຊີ້ນໍາ ແລະ ໃຫ້ທິດເຍືອງທາງແກ່ພະນັກງານ ກະຊວງການຕ່າງປະເທດ ຫລື ນັກການທູດ ນອກຈາກມີທັດສະນະທາງດ້ານການເມືອງຖືກຕ້ອງແລ້ວ ຕ້ອງກໍາແໜ້ນແນວທາງນະໂຍບາຍການຕ່າງປະເທດຂອງ ພັກ-ລັດເຮົາ ຢ່າງເລິກເຊິ່ງ. ນອກຈາກນີ້, ຍັງໄດ້ຢໍ້າຕື່ມອີກວ່າ ນັກການທູດຕ້ອງເປັນຄົນທີ່ມີຄວາມຮູ້ກວ້າງຂວາງ, ມີຄວາມຊໍານິຊໍານານດ້ານການພົວພັນສາກົນ, ມີຄວາມຮູ້ດ້ານເສດຖະກິດ, ກົດໝາຍ, ພາສາຕ່າງປະເທດ, ມີຄວາມຮູ້ດ້ານວັດທະນະທໍາ, ສາສະໜາ, ເຕັກໂນໂລຊີ ແລະ ດ້ານອື່ນໆ. ໃນຂະນະດຽວກັນ, ນັກການທູດຕ້ອງເປັນນັກເຈລະຈາ ແລະ ນັກໂຄສະນາທີ່ມີຄວາມສາມາດ ແລະ ຄ່ອງແຄ້ວ ເພື່ອສາມາດຍາດແຍ່ງເອົາຜົນປະໂຫຍດມາໃຫ້ປະເທດຊາດ ໃນສະພາບການຂອງໂລກປັດຈຸບັນ ທີ່ມີການຜັນແປຢ່າງໄວວາ ແລະ ສະຫລັບສັບຊ້ອນ ເຊິ່ງມັນໄດ້ຮຽກຮ້ອງໃຫ້ພະນັກງານໃນຂົງເຂດວຽກງານຕ່າງປະເທດ ກໍຄື ນັກການທູດ ຍິ່ງຕ້ອງມີຄວາມສະດຸ້ງໄວ, ມີຄວາມຮູ້ເຫລົ່ານັ້ນຢ່າງເລິກເຊິ່ງ ແລະ ກວ້າງຂວາງ ເພື່ອສາມາດເປັນເສນາທິການທີ່ດີໃຫ້ແກ່ພັກ ແລະ ລັດຖະບານ ໃນຂົງເຂດວຽກງານການຕ່າງປະເທດ, ແນໃສ່ບັນລຸສອງຫນ້າທີ່ຍຸດທະສາດຂອງພັກ ແລະ ລັດ ຕາມລະດັບຄາດຫມາຍທີ່ວາງໄວ້ໄດ້ເປັນຢ່າງດີ.

ນອກຈາກນີ້, ຍັງໄດ້ຖືເອົາໂອກາດສະເຫລີມສະຫລອງວັນການທູດລາວ ຄົບຮອບ 77 ປີ ຈັດພິທີຍ້ອງຍໍຂະບວນການແຂ່ງຂັນຮັກຊາດ, ພັດທະນາ ແລະ ການເຄື່ອນໄຫວຕ່າງປະເທດ ແຕ່ປີ 2016-2020 ເພື່ອຮັບຮູ້ ແລະ ຊົມເຊີຍຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນຂະບວນການແຂ່ງຂັນຮັກຊາດ, ພັດທະນາ ແລະ ການເຄື່ອນໄຫວຕ່າງປະເທດ ໃນໄລຍະ 05 ປີ ເຊິ່ງປະກອບມີຫລຽນໄຊແຮງງານຊັ້ນ I ຈໍານວນ 41 ທ່ານ ແລະ 20 ກົມ, ຫລຽນໄຊແຮງງານ ຊັ້ນ II ຈໍານວນ 102 ທ່ານ, ຫລຽນໄຊແຮງງານ ຊັ້ນ III ຈໍານວນ 188 ທ່ານ ແລະ 19 ກົມ, ຫລຽນກາແຮງງານ ຈໍານວນ 249 ທ່ານ ແລະ ມອບໃບຍ້ອງຍໍລັດຖະບານ ຈໍານວນ 130 ທ່ານ ແລະ 19 ກົມ. ໃນໂອກາດດຽວກັນນີ້, ຄະນະນຳກະຊວງ ແລະ ບັນດາຄະນະກົມ ໄດ້ພ້ອມກັນຈັບມື ເພື່ອເປີດຂະບວນການແຂ່ງຂັນຮັກຊາດ, ພັດທະນາ ແລະ ການເຄື່ອນໄຫວວຽກງານຕ່າງປະເທດ ສຳລັບ 5 ປີຕໍ່ຫນ້າ (2021-2025).

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version