Home ຂ່າວພາຍໃນ ກະຊວງ ຮສສ ເຊື່ອມຊຶມເອກະສານສຳຄັນ ຂອງພັກ-ລັດ

ກະຊວງ ຮສສ ເຊື່ອມຊຶມເອກະສານສຳຄັນ ຂອງພັກ-ລັດ

0

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ໄດ້ຈັດຕັ້ງບັ້ນເຊື່ອມຊຶມມະຕິກອງປະ ຊຸມຄົບຄະນະ ບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ແລະ ດຳລັດການປະຢັດ ແລະ ຕ້ານການຟູມເຟືອຍ ໃນວັນທີ 18 ສິງຫານີ້ ໂດຍການເປັນປະທານຂອງ ສະຫາຍ ນາງ ໃບຄຳ ຂັດທິຍະ ເລ ຂາຄະນະພັກກະຊວງ ລັດຖະມົນຕີກະຊວງແຮງງານ ແລະ ສະຫັວດດີການສັງຄົມ(ຮສສ), ມີບັນດາຄະນະພັກ, ຫົວກົມຮອງກົມພ້ອມດ້ວຍພະນັກງານວິຊາການຫລັກແຫລ່ງ ເຂົ້າຮ່ວມ.

ສະຫາຍ ນາງ ໃບຄຳ ຂັດທິຍະ ໄດ້ຍົກໃຫ້ເຫັນເນື້ອຫາສຳຄັນຂອງມະຕິກອງປະຊຸມ ທີ່ໄດ້ປະເມີນສະພາບແວດລ້ອມຢູ່ພາກພື້ນ ແລະ ສາກົນໃນປັດຈຸບັນ ແລະ ຄາດຄະເນ ທ່າຂະຫຍາຍຕົວໃນຕໍ່ໜ້າ, ລວມທັງສະພາບການຂອງໂລກທີ່ຍັງຕົກຢູ່ໃນພາວະເຄັ່ງຕຶງ ແລະ ມີຄວາມສັບສົນຕໍ່ເນື່ອງ ອັນເກີດຈາກຄວາມຂັດແຍ່ງລະຫວ່າງປະເທດມະຫາອຳນາດ. ຕໍ່ເຫດການດັ່ງກ່າວ ສູກາງພັກເຫັນວ່າຕ້ອງມີຄວາມສະ ດຸ້ງໄວຕໍ່ສະຖານນະການ ແລະ ມີຈຸດຢືນທີ່ໜັກແໜ້ນ, ຮູ້ແກ້ໄຂບັນຫາດ້ວຍຄວາມຄ່ອງແຄ້ວ, ມີສະຕິ ແລະ ຢືນຢູ່ບົນຫລັກການຂອງແນວທາງ, ນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດເຮົາ; ສຳລັບການຕີລາຄາຜົນການຈັດຕັ້ງປະຕິບັດ ແຜນພັດທະນເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕົ້ນປີ 2022 ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ລັດຖະບານ ໄດ້ມີຄວາມພະຍາຍາມ ແລະ ເອົາໃຈໃສ່ ຊີ້ນຳຢ່າງຕັ້ງໜ້າ, ສາມາດຮັບປະກັນສະຖຽນລະພາບຂອງເສດຖະກິດມະ ຫາພາກ ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ໃນສາມເດື່ອນຕົ້ນປີ ການພັດທະນາເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເອົາໃຈໃສ່ແກ້ໄຂບັນຫາວ່າງງານ, ສ້າງວຽກເຮັດງານທຳ ໃຫ້ກຳລັງແຮງງານທີ່ມີຢູ່ພາຍໃນໃຫ້ໄດ້ຫລາຍທີ່ສຸດ, ສືບຕໍ່ແກ້ໄຂບັນຫາຢາເສບຕິດ, ໄພຫຍໍ້ທໍ້ຕ່າງໆທາງສັງຄົມຢ່າງຈິງຈັງ, ແທດເຖິງກວ່າເກົ່າ ຕາມທີ່ກຳນົດໄວ້ໃນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

ສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ປະກົດຜົນເປັນຈິງ,ຄະນະບໍລີຫານງານສູນກາງພັກ ໄດ້ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ກ່ຽວກັບການເສີມຂະຫຍາຍທ່າແຮງ, ຄວາມສາມາດບົ່ມຊ້ອນ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫລມ; ຊຸກຍູ້ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຈຸນລະວິສາຫະກິດໃຫ້ມີຄວາມເຂັ້ມແຂງ ແລະ ຊຸກຍູ້ການລວມຕົວກັນ ຂອງຫົວໜ່ວຍທຸລະກິດຂະໜາດນ້ອຍ, ຂະແໜາດກາງ ແລະ ຈຸນລະວິສາຫະກິດ ໃຫ້ເປັນກຸ່ມ ແລະ ມີການພົວພັນຊ່ວຍໜູນ ເຊິ່ງກັນ ແລະ ກັນ ຢ່າງເປັນລະບົບ ສາມາດເຂົ້າເຖິງແຫລ່ງທຶນຕະຫລາດເຕັກໂນໂລຊີ ແລະ ນະວັດຕະກຳໃໝ່; ເພີ່ມທະວິການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ. ພັກເຮົາຍາມໃດ ກໍຖືສຳຄັນຕໍ່ການສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ເປັນໜ້າທີ່ສຳຄັນຕົ້ນຕໍ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການບູລະນະລະບອບປະຊາ ທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ; ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກການເຄື່ອນໄຫວຂອງອົງການບໍລິຫານລັດ ຕາມທິດເຂັ້ມແຂງ ແລະ ມີປະສິດທີພາບ. ຄະນະບໍລີຫານງານສູນກາງພັກ ໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳເບື້ອງຕົ້ນ ກ່ຽວກັບການຄົ້ນຄວ້າທິດສະດີ ແລະ ສະຫລຸບພຶດຕິກຳ ໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ; ໃຫ້ທິດຊີ້ນຳກ່ຽວກັບການກະກຽມການດຳເນີນ ກອງປະຊຸມວຽກງານການເມືອງແນວຄິດທົ່ວປະເທດ ຄັ້ງທີ V, ກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ, ກອງປະຊຸມສະຫລຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; ພ້ອມທັງໄດ້ວາງວຽກງານຈຸດສຸມໃນການນຳພາຊີ້ນຳຂອງຕົນ ແຕ່ນີ້ຫາກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄມທີ XI.

ຈາກນັ້ນ, ສະຫາຍ ລີປາວ ຢ່າງ ຄະນະປະຈຳພັກ ຮອງລັດຖະມົນຕີກະຊວງ ຮສສ ໄດ້ເຜີຍແຜ່ດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ ໂດຍໄດ້ຍົກໃຫ້ເຫັນການກຳນົດຫລັກການ, ລະ ບຽບການກ່ຽວກັບການປະກອບ, ການຄຸ້ມຄອງນໍາໃຊ້, ການປົກປັກຮັກສາ ແລະ ການສະສາງລົດຂອງລັດ ເພື່ອເປັນບ່ອນອີງໃຫ້ແກ່ອົງການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ ແລະ ລັດວິສາຫະກິດທຸກລະດັບ ຕະຫລອດຮອດພະນັກງານ ຜູ້ທີ່ມີສິດນຳໃຊ້ລົດປະຈຳຕຳແໜ່ງການນຳຂັ້ນສູງ ໃນການບໍລິຫານລົດຂອງລັດ ແນໃສ່ສ້າງຄວາມເປັນເອກະພາບສູງໃນການຈັດຕັ້ງປະຕິບັດຕົວຈິງ ໃນຂອບເຂດທົ່ວປະເທດ, ທັງຮັບປະກັນປະຕິບັດນະໂຍບາຍປະຢັດແຫ່ງຊາດ ແລະ ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດ.

ການຕ້ານການຟູມເຟືອຍ ແມ່ນການປູກຈິດສຳນຶກໃນການສ້າງແຜນ, ປະຕິບັດລາຍຈ່າຍງົບປະ ມານຂອງລັດ, ທຶນ ແລະ ຊັບສິນ, ແຮງງານ, ຊັບພະຍາກອນທຳມະຊາດ, ພະລັງງານ ແລະ ອື່ນໆ ເພື່ອຫລີກລ່ຽງ ການໃຊ້ຈ່າຍບໍ່ມີເຫດຜົນ ແລະ ບໍ່ສ້າງຜົນປະໂຫຍດຕອບແທນໃຫ້ລັດ ແລະ ສັງຄົມ.

ຂ່າວ: ຮສສ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version