Home ຂ່າວພາຍໃນ ສື່ມວນຊົນ ລົງປຸກລະດົມ ປະຊາຊົນສັກວັກຊິນປ້ອງກັນໂຄວິດ-19 ຢູ່ແຂວງຊຽງຂວາງ

ສື່ມວນຊົນ ລົງປຸກລະດົມ ປະຊາຊົນສັກວັກຊິນປ້ອງກັນໂຄວິດ-19 ຢູ່ແຂວງຊຽງຂວາງ

0

ຄະນະສື່ມວນຊົນຈາກສູນກາງ ນຳພາໂດຍ ກົມສື່ມວນຊົນ ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ), ອົງການອຸຍນີເຊບ ປະຈຳລາວ ແລະ ສູນສຸຂະພາບ ແມ່ ແລະ ເດັກ ກະຊວງສາທາລະນະສຸກ ລົງເຄື່ອນໄຫວເກັບກຳຂ່າວຂະບວນ ສັກວັກຊິນ ໂຄວິດ-19 ແລະ ສັກວັກຊິນຮອບປົກກະຕິ ຢູ່ແຂວງຊຽງຂວາງ ໃນລະ ຫວ່າງວັນທີ 7-13 ສິງຫາ 2022 ເພື່ອໂຄສະນາປຸກລະດົມ ຂະບວນການສັກວັກຊິນ ປີ 2022 ໃຫ້ບັນລຸຕາມເປົ້າໝາຍ ລັດຖະບານວາງໄວ້ 80%. ປັດຈຸບັນ, ເຖິງວ່າສະພາບການລະບາດຂອງພະຍາດໂຄວິດ-19 ເບົາບາງລົງ ແຕ່ຂະບວນການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ໃນຂອບເຂດທົ່ວປະເທດ ຍັງສືບຕໍ່ຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸຕາມຄາດໝາຍ ທີ່ລັດຖະບານວາງໄວ.

ການລົງເຄື່ອນໄຫວຂອງສື່ມວນຊົນໃນຄັ້ງນີ້, ນຳໂດຍທ່ານ ວັນນະສິນ ສິມມາວົງ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ເພື່ອລົງເຄື່ອນໄຫວຢູ່ 3 ເມືອງຄື: ເມືອງຄູນ, ໜອງແຮດ ແລະ ເມືອງຄໍາ ເພື່ອຕິດຕາມຄວາມຄືບໜ້າ ແລະ ສິ່ງທ້າທາຍຂອງການສັກວັກຊິນປ້ອງກັນໂຄວິດ-19 ເນື່ອງຈາກວ່າຕົວເລກປະຊາກອນ ທີ່ໄດ້ຮັບວັກຊິນ ຢູ່ 3 ເມືອງດັ່ງກ່າວ ບໍ່ທັນບັນລຸໄດ້ຕາມເປົ້າໝາຍ ເຊິ່ງບັນດາສື່ມວນຊົນ ຈະໄດ້ລົງເບິ່ງບັນຫາຕົວຈິງກ່ຽວກັບ ຂະບວນສັກວັກຊິນ ແລະ ສຳພາດພາກສ່ວນຕ່າງໆ ທີ່ຮັບຜິດຊອບລວມ ທັງປະຊາຊົນ ກ່ຽວກັບຄວາມຄືບໜ້າ ໃນການສັກວັກຊິນ, ສິ່ງທ້າທາຍ ແລະ ຄວາມຮັບຮູ້-ເຈົ້າໃຈ ຂອງປະຊາຊົນໃນການຮັບວັກຊິນ ເພື່ອນໍາໂຄສະນາ ເຜີຍແຜ່ໃຫ້ປະຊາຊົນ, ພະນັກ ງານ, ທະຫານຕໍາຫລວດ ແລະ ທຸກພາກສ່ວນໃນສັງຄົມ ໄດ້ຮັບຮູ້ເຖິງຈຸດປະສົງ, ຄວາມສຳຄັນ ໃນການສັກວັກຊິນ ເພື່ອສ້າງພູມຄຸ້ມກັນ ໃຫ້ແກ່ຕົນເອງ, ຄອບຄົວ ແລະ ສັງຄົມ.

ຕາມຂໍ້ມູນຈາກ ພະແນກສາທາລະນະສຸກ ແຂວງຊຽງຂວາງ ໃນວັນທີ 8 ສິງຫາ 2022 ໃນໄລຍະ 6 ເດືອນຕົ້ນປີ ອັດຕາສ່ວນປະຊາກອນທີ່ໄດ້ຮັບການສັກວັກຊິນ ທົ່ວແຂວງຊຽງຂວາງ ເຂັມທີ 1 ສັກໄດ້ 73%, ເຂັມ 2 ໄດ້ 61%, ເຂັມທີ 3 ໄດ້ 19,6% ແລະ ເຂັມ 4 ໄດ້ 2,2%. ໃນນັ້ນ, ອັດຕາການສັກວັກຊິນເຂັມ 2 ແມ່ນຍັງມີ 3 ເມືອງຄື:ເມືອງຄູນ, ໜອງແຮດ ແລະ ເມືອງຄໍາ ທີ່ບໍ່ທັນບັນລຸ 50%.

ຂ່າວ-ພາບ: ສຸກທະວີ

#medialaos#xiengkhouang

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version