Home ຂ່າວພາຍໃນ ແຂວງສາລະວັນ ກຳນົດຈຸດຫຼົບໄພຊົ່ວຄາວ 90 ຈຸດ ແລະມີ 100 ບ້ານທີ່ມີຄວາມສຽງອາດຈະເກີດນໍ້າຖວ້ມ

ແຂວງສາລະວັນ ກຳນົດຈຸດຫຼົບໄພຊົ່ວຄາວ 90 ຈຸດ ແລະມີ 100 ບ້ານທີ່ມີຄວາມສຽງອາດຈະເກີດນໍ້າຖວ້ມ

0

ເພື່ອເປັນການວາງແຜນກຽມຄວາມພ້ອມຕອບໂຕຕໍ່ກັບເຫດການໄພພິບັດທີ່ອາດຈະເກີດຂື້ນໃນ 6 ເດຶອນທ້າຍປີ 2022 ແຂວງສາລະວັນກໍ່ໄດ້ກະກຽມແຜນຄວາມພ້ອມຕອບໂຕໄພພິບັດທີ່ອາດຈະເກີດຂື້ນເປັນຕົ້ນສຳເລັດການເຜີຍແຜ່ກົດມາຍ ແລະນິຕິກຳກ່ຽວກັບວຽກງານຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ, ບ້ານ ແລະ ໄດ້ສຳເລັດການຈັດກອງປະຊຸມສະຫຼຸບວຽກງານຄຸ້ມຄອງໄພພິບັດ 6 ເດຶອນຕົ້ນ ແລະ ແຜນກຽມຕອບໂຕກັບເຫດການໄພພິບັດທີ່ອາດຈະເກີດຂື້ນ 6 ເດຶອນ ທ້າຍປີ 2022, ພ້ອມທັງຕິດຕາມສະພາບດິນຟ້າອາກາດເພື່ອເຜົ້າລະວັງ ແລະ ແຈ້ງເຕືອນໄພໃຫ້ປະຊາຊົນຮັບຮູ້ຢ່າງທົ່ວເຖິງ ເພື່ອຫຼຸດຜ່ອນຄວາມສ່ຽງ, ໄດ້ແບ່ງຄວາມຮັບຜິດຊອບໃຫ້ບັນດາພະແນການທີ່ກ່ຽວຂ້ອງກຽມຄວາມພ້ອມໃນການຮັບມືຕາມໜ້າທີ່ພາລະບົດບາດຂອງຕົນ ແລະ ໄດ້ກຳນົດບ້ານທີ່ມີຄວາມສຽງທີ່ອາດຈະເກີດນໍ້າຖ້ວມໃນຊ້ວງລະດູຝົນ ມີທັງໝົດ 100 ບ້ານ, ເຊິ່ງເປັນບ້ານທີ່ຕັ້ງລຽບຕາມແຄມແມ່ນໍ້າ, ຕັ້ງຢູ່ເປີ້ນພູ ແລະ ຮ່ອມພູຈຸດພື້ນທີ່ຕໍ່າຂອງຈຳນວນ 4 ເມືອງໃນທົ່ວແຂວງທີ່ມີຄວາມສຽງອາດຈະເກີດນຳຖ້ວມໃນນັ້ນໄດ້ກຳນົດຈຸດຫຼົບໄພຊົ່ວຄາວ 90 ຈຸດ, ໃນເຂດເມືອງສາລະວັນມີ, 38 ຈຸດ, ເມືອງ ວາປີມີ 26 ຈຸດ, ເມືອງຄົງເຊໂດນມີ 15 ຈຸດ ແລະ ເມືອງຕະໂອ້ຍມີ 11 ຈຸດ ໄດ້ມີການແບ່ງຄວາມຮັບຜິດຊອບໃຫ້ຈຸດຫຼົບໄພແຕ່ລະຈຸດເປັນສູນບັນຊາລາຍງານຂໍ້ມູນຜົນກະທົບ-ເສຍຫາຍ ແລະ ຂໍ້ການຊ່ວຍເຫຼືອຮີບດ່ວນ, ( ສຳລັບເມືອງຄົງເຊໂດນ ແມ່ນໄດ້ຮັບທຶນບ້ວງຄະນະຄຸ້ມຄອງໄພພິບັດຈຳນວນ 50 ລ້ານກີບ ໃນການປັບປຸງ ມາຮອດປະຈຸບັນສຳເລັດແລ້ວ ) ໄດ້ສຳເລັດການມອບຮັບຈຸດຫຼົບໄພຊົ່ວຄາວ ບ້ານທວງເຊ ເມືອງຄົງເຊໂດນ ໂດຍໄດ້ຮັບທຶນສະໜັບສະໜູນຈາກ UNDP ມູນຄ່າ 332 ລ້ານກວ່າກີບ, ໄດ້ກໍານົດເສັ້ນທາງບົກ ແລະ ເສັ້ນທາງເດີນເຮືອ ແຕ່ບ້ານ ຫາຈຸດຫຼົບໄພ ໃນການອົບພະຍົບ ແລະ ຄວາມພ້ອມດ້ານຕ່າງໆເປັນຕົ້ນ: ດ້ານພາຫານະລົດດັບເພີງມີ 10 ຄັນ, ລົດເຊອາ 8 ຄັນ, ລົດເຊອາ, ລົດຕູ້ 6 ຄັນ, ລົດບັນທຸກ 2 ຄັນ, ລົດສະແຕກນຳ 1 ຄັນ ແລະລົດນຳສົ່ງຄົນເຈັບ, ເຮືອກູ້ໄພ 2 ລໍ່າ, ເຮືອຢາງທອງແບນ 1 ລໍ່າ, ເຕັ່ນພັກຊົ່ວຄາວ 35 ດາງ, ເສື້ອຊຸຊີບ 100 ຜືນ, ດ້ານກຳລັງພົນມີທັງໝົດ 1 ພັນກວ່າຄົນ, ທະຫານ 570 ຄົນ, ປກສ 400 ຄົນ ແລະແພດ 100 ຄົນ ແລະເຂົ້າແຮ່ຂອງແຂວງມີ 497.560 ກິໂລສະເພາະໃນໄລຍະ 6 ເດຶອນ ຜ່ານມາ ໄດ້ເກີດມີໄພພິບັດທັງໝົດ 18 ຄັ້ງມີ 43 ບ້ານ 282 ຄອບຄົວ, ມີ 1.577 ຄົນ, ຍິງ 780 ຄົນບາດເຈັບ 1 ຄົບ ຄາດຄະເນມູນຄ່າການເສຍຫາທັງໝົດ 3.650.301.000 ກີບ, ການແກ້ໄຂສຸກເສີນ ແລະ ຊ່ວຍເຫຼືອບັນເທົ່າທຸກໃນເບື້ອງຕົ້ນທາງອຳນາດການປົກຄອງແຂວງ ແລະຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນກໍ່ໄດ້ເອົາໃຈໃສ່ໃນການລະດົມທຸກພາກສ່ວນຊ່ວຍເຫຼືອເປັນຕົ້ນກໍ່ແມ່ນເຂົ້າກິນ, ເຄື່ອງໃຊ້ຄົວເຮືອ, ເຄື່ອງນຸ່ງຮົມ, ເຄື່ອງບ່ອນຢູ່, ບ່ອນນອນເຊັ່ນ: ສາດ, ໜອນ, ມຸ່ງ, ຜ້າຫົ່ມ ແລະ ເຄື່ອງໃຊ້ອື່ນໆ ທີ່ຈຳເປັນໃນຊີວິດປະຈຳວັນ ລວມມູນຄ່າການຊ່ວຍເຫຼືອໃນເບື່ອງຕົ້ນ 48.406.000 ກີບ ໄລຍະຜ່ານມາແຂວງສາລະວັນເຄີຍເກີດມີສະພາບໄພພິບັດນໍ້າຖ້ວມຢ່າງຮຸ້ນແຮງ 2019 ມີປະຊາຊົນໄດ້ຮັບຜົນກະທົບຢ່າງຫຼວງຫຼາຍເຊັ່ນ: ມີນໍ້າຖວ້ມ 219 ບ້ານ, ມີ 35.698 ຄອບຄົວ, ມີພົນລະເມືອງ 139.221 ຄົນ, ເມືອງ ສາລະວັນ 93 ບ້ານ, ມີ 17.771 ຄອບຄົວ, ພົນລະເມືອງ 71.083 ຄົນ, ຖ້ວມໜັກ 43 ບ້ານ, ມີ 8.346 ຄອບຄົວ, ພົນລະເມືອງ 39.649 ຄົນ, ເມືອງ ວາປີ ນ້ຳຖ້ວມໜັກ 21 ບ້ານ, ມີ 3. 653 ຄອບຄົວ, ພົນລະເມືອງ 18.424 ຄົນ, ເມືອງ ຄົງເຊໂດນ: ຖືກນ້ຳຖ້ວມ 71 ບ້ານ, ນໍ້າຖ້ວມໜັກ 47 ບ້ານ, 10.147 ຄອບຄົວ, ພົນລະເມືອງ 49.515 ຄົນ.ເມືອງຕຸ້ມລານ 3 ບ້ານ, ລວມມູນຄ່າການເສຍຫາຍທັງໝົດ 730. 398. 372.565 ກີບຂໍ້ມູນດັ່ງກ່າວແມ່ນອີງຕາມບົດລາຍງານຂອງທ່ານ ບົວໄລ ແສງແກ້ວມີກໍ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ ທີ່ໄດ້ລາຍງານຕໍ່ກອງປະຊຸມ ເປີດກວ້າງຄັ້ງທີ 7 ສະໄໝທີ IX ໃນອາທິດທີ່ຜ່ານມາ ເດຶອນກໍລະກົດ 2022 ຢູ່ທີ່ສະໂມສອນ ແຂວງສາລະວັນ.

ໂດຍ: ສິດຕາ ເພັດວົງສາ

#salavan#medialaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version