Home ທ່ອງທ່ຽວ ນັກທ່ອງທ່ຽວສາກົນເຂົ້າທ່ຽວຊົມອັງກໍວັດ ເພີ່ມຂຶ້ນຫລາຍ

ນັກທ່ອງທ່ຽວສາກົນເຂົ້າທ່ຽວຊົມອັງກໍວັດ ເພີ່ມຂຶ້ນຫລາຍ

0

ຕາມ​ຂ່າວ​ຈາກ​ ຊິນ​ຮວາ, ວັນ​ທີ4 ​ສິງຫາ​ນີ້,ອັງ​ກໍ ​ເອັນ​ເຕີ​ໄພຣສ (AngkorEnterprise)ລາຍ​ງານ​ວ່າ:ສວນສາທາລະນະ ບູຮານ ອັງ​ກໍ (Angkor Archaeological Park) ຫລື ອັງ​ກໍ​ວັດ(Angkor Wat) ທີ່ມີຊື່ສຽງ ຂອງກຳປູ ເຈຍ ​ໄດ້​ຕ້ອນຮັບ ນັກ​ທ່ອງ​ທ່ຽວ ສາກົນ 83.854​ເທື່ອຄົນ​ໃນ​ໄລຍະ 7​ເດືອນ​ ທຳ​ອິດ​ປີ​ນີ້ ​ເພີ່ມ​ຂຶ້ນ13,5​ເທົ່າ​ເມື່ອ​ທຽບ​ໃສ່​ປີ​ຕໍ່​ປີ ​ແລະ ສາມາດ​ ສ້າງ​ລາຍ​ໄດ້ 3,37 ລ້ານ​ໂດ​ລາ ​ສະຫະລັດ ຈາກ​ການຈຳໜ່າຍ​ ປີ້​ເຂົ້າຊົມ ລະຫວ່າງ​ ເດືອນ​ມັງກອນ ​ຫາ​​ເດືອນ ກໍລະກົດນີ້ ​ໂດຍ​ຍອດ​ຜູ້​ເຂົ້າຊົມ ສະ​ເພາະ​ ເດືອນ​ກໍລະ ກົດ​ນີ້ 23.871 ​ເທື່ອຄົນ ​ເພີ່ມ​ຂຶ້ນ 52 ​ເທົ່າ​ ເມື່ອ​ທຽບ​ໃສ່​ ໄລຍະ​ດຽວ​ກັນ ປີ​ກາຍ​ນີ້.

(ພາກ​ຂ່າວ: ​ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version