Home ຂ່າວຕ່າງປະເທດ ການາດາ ກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງ ເກືອບ900ຄົນ

ການາດາ ກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງ ເກືອບ900ຄົນ

0

ຕາມ​ຂ່າວ​ຈາກ ​ຊິນ​ຮວາ, ວັນ​ທີ 4​ ສິງຫາ​ນີ້, ສຳນັກງານສາທາລະນະ​ສຸກກາ​ນາ​ດາ (PHAC) ລາຍ​ງານຍອດ​ຜູ້​ຕິດ​ເຊື້ອພະຍາດ ໝາກສຸກ​ລີງ ສະ​ສົມ 890 ຄົນ ​ໃນ​ນີ້​ຢູ່​ລັດ ອອນ​​ແທຣີ​ໂອ (Ontario) 423 ຄົນ, ລັດ​ວິ​ເບ​ກ (Quebec) 373ຄົນ, ລັດ​ບຣີຕິ​ສ ​ໂຄ​ລຳ​ເບຍ (British Columbia) 78ຄົນ, ລັດອໍລ​ເບີ​ຕາ (Alberta) 13 ຄົນ, ລັດຊັສ​ແຄ​ດ​ເຊ​ວັນ (Saskatchewan) 2 ຄົນ ​ແລະ ​ເຂດ​ແດນ​ຢູຄອນ (Yukon) ອີກ 1 ​ຄົນ. ປັດຈຸບັນກາ​ນາ​ດາ ​ໄດ້​ແຈກ​ຢ່າ​ຍວັກ​ຊິນອິມວາ​ມູນ (Imvamune) ຫລາຍ​ກວ່າ 70.000​ ໂດ​ສ ​​ເພື່ອ​ຮັບ​ມື​ດ້ານ​ສາທາລະນະ​ສຸກຢ່າງ​ຮີບ​ດ່ວນ.

(ພາກ​ຂ່າວ: ​ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version