Home ຂ່າວຕ່າງປະເທດ ອາເມຣິກາຍົກລະດັບພະຍາດໝາກສຸງລີງເປັນພາວະສຸກເສີນດ້ານສາທາລະນະສຸກລະດັບຊາດ

ອາເມຣິກາຍົກລະດັບພະຍາດໝາກສຸງລີງເປັນພາວະສຸກເສີນດ້ານສາທາລະນະສຸກລະດັບຊາດ

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 5 ສິງຫາທີ່ຜ່ານມານີ້, ທ່ານ ຮາເວຍ ເບເຊຣາ ລັດຖະມົນ ຕີກະຊວງສາທາລະນະສຸກຂອງອາເມຣິກາໄດ້ອອກຖະແຫຼງການວ່າ ລັດຖະບານຂອງທ່ານປະທານາທິບໍດີ ໂຈ ໄບເດນ ໄດ້ມີມະຕິເຫັນດີປະກາດໃຫ້ການແຜ່ລະບາດຂອງພະຍາດໝາກສຸກລີງໃນປະເທດເປັນພາວະສຸກເສີນດານສາທາລະນະສຸກ.

ນັບຕັ້ງແຕ່ເດືອນພຶດສະພາທີ່ຜ່ານມາ ອາເມຣິກາໄດ້ຢືນຢັນຜູ້ປ່ວຍສະສົມຫຼາຍກວ່າ 6.600 ຄົນ ສ່ວນໃຫຍ່ເປັນກຸ່ມຊາຍຮັກຊາຍ ໂດຍມີພຽງລັດໄວໂອມິງ ແລະ ລັດມອນແທນາ ເທົ່ານັ້ນທີ່ຍັງບໍ່ມີການຢືນຢັນຜູ້ຕິດເຊື້ອ. ທ່ານ ເບເຊຣາ ຊີ້ໃຫ້ເຫັນວ່າ ການປະກາດດັ່ງກ່າວ ຊຶ່ງສອດຄ່ອງກັບແນວທາງຂອງອົງການອະນາໄມໂລກ (WHO) ທີ່ປະກາດເມື່ອເດືອນທີ່ຜ່ານມາໃຫ້ພະຍາດໝາກສຸກລີງເປັນພາວະສຸກເສີນດ້ານສາທາລະນະສຸກສາກົນ ຈະຊ່ວຍຍົກລະດັບມາດຕະການກວດສອບ ແລະ ປ້ອງກັນພະຍາດນີ້ໃນອາເມຣິກາໃຫ້ມີປະສິດທິພາບເພີ່ມຂຶ້ນເຊັ່ນດຽວກັນ ຈົນເຖິງຂະນະນີ້, ໜ່ວຍງານສາທາລະນະສຸກທົ່ວອາເມຣິກາໄດ້ຮ່ວມກັນສັກວັກຊິນໃຫ້ແກ່ກຸ່ມສ່ຽງຈາກພະຍາດໝາກສຸກລີງໄປແລ້ວຫຼາຍກວ່າ 1,6 ລ້ານຄົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version