Home ຂ່າວຕ່າງປະເທດ ຈີນ ຈະກໍ່ສ້າງໂຄງການຕາຂ່າຍສະໜອງໄຟຟ້າແຮງສູງພິເສດຊຸດໃໝ່

ຈີນ ຈະກໍ່ສ້າງໂຄງການຕາຂ່າຍສະໜອງໄຟຟ້າແຮງສູງພິເສດຊຸດໃໝ່

0

ຕາມ​ຂ່າວ​ຈາກ ​ຊິນ​ຮວາ, ວັນ​ທີ 4​ ສິງຫາ​ນີ້, ບໍລິສັດໄຟຟ້າຈີນຈໍາກັດ ໄດ້ເປີດເຜີຍແຜນການກໍ່ສ້າງໂຄງການຕາ​ຂ່າຍສະໜອງ ໄຟຟ້າກະ​ແສ​ຕົງ ​(DC) ແຮງ​ດັນ​ສູງພິ​ເສດ (UHV) ຊຸດໃໝ່ ໃນ​ໄລຍະ 6​ ເດືອນ​ທ້າຍ​ປີ​ນີ້ ຊຶ່ງ​ໃຊ້​ເງິນລົງທຶນຫລາຍ​ກວ່າ 150 ຕື້​ຢວນ ​ແລະ ​ຈະ​ເພີ່ມ​ທະວີ​ບົດບາດ​ ຂອງ​ບໍລິສັດ​ໃນ​ການຂະຫຍາຍການລົງທຶນດ້ານ​ການ​ສະໜອງກະ​ແສໄຟຟ້າ​ແຮງ​ສູງ ຄັ້ງ​ໃຫຍ່ ຫລັງ​ຈາກບໍລິສັດເດີນ​ໜ້າກໍ່ສ້າງ​ໂຄງການດັ່ງກ່າວຈຳນວນ 11​ ໂຄງການ ຊຶ່ງ​ມີ​ມູນ​ຄ່າ 90 ຕື້​ຢວນ ​ແລະ ​ສາຍ​ສົ່ງ​ໄຟຟ້າ ​ທີ່​ມີ​ຄວາມ​ຍາວ ​ທັງ​ໝົດ 6.828 ກິ​ໂລ​ແມັດ ​​ໃນ​ໄລຍະ 6 ​ເດືອນ​ຕົ້ນປີ​ນີ້.

ຂະນະ​ທີ່ມູນ​ຄ່າ​ການ​ລົງທຶນ​ຂອງ​ບັນດາ​ ໂຄງການ​ທີ່​ພວມ​ກໍ່ສ້າງ​ ໃນ 7 ​ເດືອນຕົ້ນ​ປີ​ນີ້​ແມ່ນ 883 ຕື້​ຢວນ.​ ໂຄງການ​ຕາ​ຂ່າຍ ສະໜອງ​ໄຟຟ້າ ກະ​ແສ​ຕົງ​ແຮງ​ດັບ​ສູງພິ​ເສດ ຂະໜາດ 800 ກິ​ໂລ​ວັດສຳລັບສາຍ​ ໄປ໋​ເຮີ​ ທານ-​ຈຽງ​ຊູ (Baihe Tan – Jiangsu) ​ເປັນ​ໜຶ່ງ ​ໃນ11 ​ໂຄງການຂ້າງ​ຕົ້ນໄດ້​ເລີ່​ມດຳ​ເນີນ​ງານ ​ເມື່ອ​ເດືອນກໍລະກົດ ​ເພື່ອ​ຈ່າຍ​ໄຟຟ້າພະລັງງານ​ນ້ຳຈາກ​​ແຂວງ​ ຊື່​ຊວນ(​ເສ​ສວນ) ທາງ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ​ໄປ​ຍັງ​ເຂດ​ພະລັງງານ ທາງ​ເສດຖະກິດ​ແຂວງ​ຈຽງ​ຊູທາງ​ຕາ​ເວັນ​ອອກ ​ຂອງ​ປະ​ເທດ.

ຂະນະ​ທີ່ ມູນ​ຄ່າ​ ການ​ລົງທຶນ​ລວມ ​ໃນ​ໂຄງການ​ຕ່າງໆຂອງ​ບໍລິສັດ​ໃນ​ປີ​ນີ້ຈະ​ສູງ​ເປັນ​ ປະຫວັດສາດ 1,3 ພັນ​ຕື້​ຢວນ ຊຶ່ງ​ອາດ​ນຳ​ໄປ​ສູ່ການ​ລົງທຶນທີ່​ກ່ຽວຂ້ອງມູນ​ຄ່າ ສູງ​ເຖິງ 2,6 ພັນ​ຕື້​ຢວນ ​ໃນ​ອຸດສາຫະກຳ​ ຕົ້ນນ້ຳ​ ແລະ ປາຍ​ນ້ຳ.

(ພາກ​ຂ່າວ: ​ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version